ເຈົ້າແຂວງສາລະວັນ ເນັ້ນໃຫ້ພະນັກງານ ປະຈຳ 2 ສູນຈຳກັດບໍລິເວນເພີ່ມທະວີຮອບດ້ານ

    0
    497

    ໃນວັນທີ 3 ສິງຫາ 2021 ທ່ານ ໂພໄຊ ໄຊຍະສອນ ເຈົ້າແຂວງສາລະວັນ ເນັ້ນໃຫ້ພະນັກງານ, ຄະນະຮັບຜິດຊອບ ທີ່ປະຈຳຢູ່ສູນຈຳກັດບໍລິເວນ 2 ສູນຄື: ສູນຈຳກັດບໍລິເວນ ໂຮງຮຽນ ມສ ອົງແກ້ວ ແລະ ສູນຈຳກັດບໍລິເວນ ໂຮງຮຽນ ມສ ສາລະວັນ ຖືສຳຄັນໃນການຈັດຕັ້ງປະຕິບັດໜ້າທີ່ດ້ວຍຄວາມເປັນເຈົ້າການ, ເປັນຈິດໜຶ່ງໃຈດຽວ

    ແລະ ພ້ອມກັນແບ່ງຄວາມຮັບຜິດຊອບຢ່າງຈະແຈ້ງເພື່ອສະດວກໃນການຕິດຕາມ, ກວດກາ, ບັນດາໜ້າວຽກຕ່າງໆທີ່ຕົນເອງຮັບຜິດຊອບໃນແຕ່ລະມື້ວ່າໃຜເຮັດຫຍັງ.
    ພ້ອມນັ້ນກໍ ເອົາໃຈໃສ່ເຜີຍແຜ່ຂໍ້ມູນຂ່າວສານທີ່ສຳຄັນ ຜ່ານລະບົບໂທລະໂຄ່ງ ເພື່ອເຮັດໃຫ້ບັນດາຜູ້ທີ່ຖືກຈຳກັດບໍລິເວນ ຮັບຮູ້, ເຂົ້າໃຈສະພາບຢູ່ໃນໄລຍະນີ້, ທັງປຸກລະດົມເຂົາເຈົ້າ ໃຫ້ການຮ່ວມມື ແລະ ປະຕິບັດຕາມກົດລະບຽບ, ເອົາໃຈໃສ່ຮັກສາຄວາມສະອາດພາຍໃນສູນ ແລະບັນຫາອື່ນໆ. ນອກຈາກນັ້ນກໍ່ແມ່ນເອົາໃຈໃສ່ໃນການເກັບກຳຂໍ້ມູນ

    ສະຕິຕີແຮງານຢູ່ພາຍໃນສູນວ່າເຂົ້າເຈົ້າຢູ່ເມືອງໃດຂອງແຂວງສາລະວັນ, ໄປເຮັດງານຢູ່ໃສ່ ເຮັດຫຍັງ, ຈັກປີເພື່ອເປັນຂໍ້ມູນພື້ນຖານ ແລະສົ່ງເສີມເຂົາເຈົ້າໃນຕໍ່ໜ້າ ແລະຫ້າມມີການຊຸມແຊວຢ່າງເດັດຂາດ ແລະເປັນເຈົ້າການນໍາກັນຕໍ່ກັບວຽກງານດັ່ງກ່າວ.ໃນໂອກາດທີ່ທ່ານໄດ້ລົງມາຢ້ຽມຢາມໂອ້ລົມຄັ້ງນີ້, ທ່ານ ໂພໄຊ ໄຊຍະສອນ ເຈົ້າແຂວງໆສາລະ

    ວັນ ກໍໄດ້ມອບເງິນ 50 ລ້ານກີບ, ເຄື່ອງໃຊ້ປະເພດຖັງນໍ້າ, ເຈວລາງມື, ຜ້າອັດປາກ-ດັ່ງ ແລະເຂົ້າສານຈຳນວນໜຶ່ງອີກມອບໃຫ້ສູນຈຳກັດບໍລິເວນຢູ່ ມສ ອົງແກ້ວ
    ປັດຈຸບັນນີ້: ທັງ 2 ສູນມີແຮງານນຳເຂົ້າທັງໝົດ 655 ຄົນ(ຍິງ 327 ຄົນ), ໃນນັ້ນຢູ່ສູນຈຳກັດໍລິເວນ ໂຮງຮຽນ ມສ ອົງແກ້ວ 307 ຄົນ(ຍິງ 155 ຄົນ) ແລະສູນຈຳກັດບໍລິເວນ ໂຮງຮຽນ ມສ ສາລະວັນມີ 348 ຄົນ(ຍິງ 171 ຄົນ)

    ພາບ-ຂ່າວ: ສິດຕາ ເພັດວົງສາ

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.