ມ້ຽນ ສ ົ ບ ຜ ູ ້ ເ ສ ຍ ຊ ີ ວ ິ ດ ກໍລະນີສົງໄສ ຕ ິ ດ ໂ ຄ ວ ິ ດ ລໍຖ້າຜົນກວດ

    0
    577

    ອີງຕາມການລາຍງານ ຂອງໜ່ວຍກູ້ໄພ ແຂວງ ສະຫວັນນະເຂດ ໃຫ້ຮູ້ວ່າ: ວັນທີ 02/08/2021 ເວລາ 13:21 ນາທີ ໜ່ວຍກູ້ໄພ ສະຫວັນນະເຂດ ໄດ້ຮັບການປະສານງານ ຈາກຄະນະສະເພາະກິດ ໃຫ້ເຂົ້າມ້ຽນຄາບສົບຜູ້ເສຍຊີວິດທີ່ ໂຮງຫມໍແຂວງ ສະຫວັນນະເຂດ ໃນຫ້ອງນ້ຳ ກໍລະນີສົງໄສຕິດເຊື້ອໂຄວິດ-19 (ຜົນກວດຍັງບໍ່ອອກລໍຖ້າຜົນກວດ, ເປັນແຮງງານມາຈາກປະເທດໄທ)

    ຂໍ້ມູນຜູ້ເສຍຊີວິດ ຜູ້ກ່ຽວເປັນເພດຊາຍ ອາຍຸ 45 ປີ ສັນຊາດລາວ ອາຊີບກຳມະກອນ ເຮັດວຽກຍູ່ປະເທດໄທ ບ້ານເກີດເມືອງນອນແມ່ນ ບ້ານ ກາຈຸ ເມືອງ ໄຊບູລີ ແຂວງ ສະຫວັນນະເຂດ.

    ຜູ້ກ່ຽວ ໄດ້ເດີນທາງມາກັກໂຕທີ່ສູນຫຼັກ9 ຫຼັງຈາກນັ້ນຜູ້ກ່ຽວໄດ້ມາປິ່ນປົວທີ່ ໂຮງຫມໍແຂວງ ສະຫວັນນະເຂດ ຕຶກແຍກປ່ຽວ ອີງຕາມສອບຖາມຂໍ້ມູນ ຜູ້ເສຍຊີວິດມີພະຍາດປະຈຳໂຕ ການເສຍຊີວິດ ຍັງບໍ່ຮູ້ຂໍ້ມູນອັນຊັດເຈນ ເພາະຜົນກວດໂຄວິດຍັງບໍ່ທັນອອກ ສ່ວນລາຍລະອຽດທາງທີມງານຈະລາຍງານຕາມຫຼັງ.

    ຂໍສະແດງຄວາມເສຍໃຈມາຍັງຍາດຜູ້ເສຍຊີວິດ ແລະ ຂໍໃຫ້ດວງວິນຍານຂອງຜູ້ເສຍຊີວິດໄປສູ່ສຸຂະຕິ.

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.