ດີໃຈທີ່ສຸດ ຮອດແລ້ວວັກຊິນແອັດຕຣາເຊເນກາ 415.000 ໂດສ ຈາກການຊ່ວຍເຫຼືອຂອງລັດຖະບານອັງກິດ

    0
    228

    ໃນວັນທີ 2 ສິງຫາ 2021 ຜ່ານມານີ້ ທີ່ດ່ານສາກົນຂົວມິດຕະພາບ 1 ນະຄອນຫຼວງວຽງຈັນ ໄດ້ມີພິທີຕ້ອນຮັບ ວັກແຊັງ ແອັດຕຣາເຊເນກາ ( AstraZenneca) ຈໍານວນ 415.000 ໂດສ ໂດຍໄດ້ຮັບການຊ່ວຍເຫຼືອຈາກສະຫະຣາຊະອານາຈັກ ອັງກິດ ໃຫ້ແກ່ ສປປ ລາວ ເຂົ້າຮ່ວມຕ້ອນຮັບໂດຍ ທ່ານ ຈອນ ເພຍສັນ ເອກອັກຄະຣາຊະທູດ ແຫ່ງສະຫະຣາຊະອານາຈັກອັງກິດ ປະຈໍາ ສປປ ລາວ, ທ່ານ ດຣ. ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ ພ້ອມດ້ວຍພາກສ່ວນກ່ຽວຂ້ອງ 2 ຝ່າຍ

    ແລະ ສື່ມວນຊົນເຂົ້າຮ່ວມ.ທ່ານ ບຸນແຝງ ພູມມະໄລສິດ ໃຫ້ສຳພາດວ່າ: ການຊ່ວຍເຫຼືອວັກແຊັງປ້ອງກັນພະຍາດໂຄວິດ-19 Astra Zeneca ໃນຄັ້ງນີ້ ແມ່ນລັດຖະບານອັງກິດເປັນຜູ້ຈັດຊື້ໂດຍກົງທີ່ສົ່ງອອກມາຈາກປະເທດອັງກິດ ມາລົງຢູ່ບາງກອກ, ປະເທດໄທ ແລະ ໃຊ້ລົດຂົນສົ່ງມາຢູ່ດ່ານ ສປປ ລາວ ເຮົາ ເຊິ່ງບໍ່ໄດ້ຜ່ານໂຄງການໂຄແວັກ ແລະ ເປັນຄັ້ງທໍາອິດທີ່ລັດຖະບານອັງກິດຊ່ວຍເຫຼືອໃຫ້ແກ່ລັດຖະບານລາວ ໃນການສະໜອງວັກຊິນປ້ອງກັນໂຄວິດ-19, ຍ້ອນຄູ່ຮ່ວມພັດທະນາລວມທັງອັງກິດທີ່ໄດ້ຮັບຊາບ

    ກ່ຽວກັບນະໂຍບາຍຂອງລັດຖະບານລາວຈະຕ້ອງສັກວັກຊິນໃຫ້ບັນລຸ 50% ຂອງປະຊາກອນທັງໝົດໃນທ້າຍປີ 2021.ສະນັ້ນ, ຜ່ານການປະສານງານ, ການປຶກສາຫາລືກັບບັນດາຄູ່ຮ່ວມພັດທະນາ ກໍ່ຄືບັນດາທູດຕ່າງໆຢູ່ລາວ ໂດຍໄດ້ຈັດກອງປະຊຸມຜ່ານລະບົບທາງໄກອອນລາຍ ກັບບັນດາທູດປະເທດຕ່າງໆທີ່ຈັດຂຶ້ນຢູ່ກະຊວງສາທາລະນະສຸກ ເຫັນໄດ້

    ຄວາມຈໍາເປັນຂອງປະເທດເຮົາ ມີເງື່ອນໄຂຫຍຸ້ງຍາກທີ່ຈະຈັດຊື້ວັກຊິນໂດຍກົງໄດ້. ດັ່ງນັ້ນ, ໄດ້ສະເໜີຂໍການຊ່ວຍເຫຼືອບັນດາອົງການຈັດຕັ້ງສາກົນ ກໍຄືທາງໂຄງການໂຄແວັກ ແລະ ບັນດາປະທດເພື່ອນມິດຕ່າງໆລວມທັງປະເທດອັງກິດ ເຊິ່ງເພິ່ນໄດ້ຕັດສິນໃຈຊ່ວຍເຫຼືອຈໍານວນ 415.000 ໂດສ ຈະໄດ້ນໍາແຈກຢາຍໃນອາທິດນີ້ຕໍ່ໃສ່ອາທິດໜ້າ ໄປພ້ອມ

    ກັນກັບຈອນສັນ ແອນ ຈອນສັນ ແລະ ຈັດສົ່ງໄປທຸກແຂວງໂດຍໄວ ເລີ່ມໂດຍເຂັມ 1 ແລະ ສັກເຂັມ 2.ສ່ວນໃນອະນາຄົດຈະມີການຊ່ວຍເຫຼືອຍັງ ມີປະເທດອື່ນທີ່ຈະໃຫ້ການຊ່ວຍເຫຼືອ ພວກເຮົາກໍ່ຍິນດີທີ່ຈະຮັບເອົາການຊ່ວຍເຫຼືອ ຕາມປະເທດຕ່າງໆ ຄາດວ່າຮອດທ້າຍປີນີ້ຈະໄດ້ຮັບວັກແຊັງທັງໝົດຫຼາຍກວ່າ 7,5 ລ້ານໂດສ ຖ້າຫາກມີການສືບຕໍ່ໃຫ້
    ການຊ່ວຍເຫຼືອຕື່ມ ແລະ ລັດຖະບານ ກໍ່ຈະກະກຽມຈັດຊື້ຕື່ມອີກຈຳນວນໜຶ່ງໃນປີ 2022 ເພາະວ່າຮອດປີໜ້າຈະບໍ່ມີປະເທດໃດໃຫ້ການຊ່ວຍເຫຼືອລ້າແລ້ວ. ສະນັ້ນ, ລັດຖະບານຈະໄດ້ພະຍາຍາມຂົນຂວາຍຕື່ມເທົ່າທີ່ຈະຫຼາຍໄດ້.

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.