ນະຄອນປາກເຊ ຈະເລີ່ມກວດຄົ້ນຫາ ຜ ູ ້ ຕ ິ ດ ເ ຊ ື ້ ອ ໃນຊຸມຊົນ ຍ້ອນມີ ຄ ວ າ ມ ສ ່ ຽ ງທີ່ສຸດທີ່ຈະມີການລະບາດໃນຊຸມຊົນ

    0
    240

    ນະຄອນປາກເຊ ຈະເລີ່ມກວດຄົ້ນຫາຜູ້ຕິດເຊື້ອໂຄວິດ-19 ໃນຊຸມຊົນ ຍ້ອນມີຄວາມສ່ຽງທີ່ສຸດທີ່ຈະມີການລະບາດໃນຊຸມຊົນ ອີງຕາມການລາຍງານຂອງ ທ່ານ ດຣ ວຽງສີ ສຸພັກດີ ຫົວໜ້າພະແນກສາທາລະນະສຸກ ແຂວງ ຈຳປາສັກ ໃນຖະແຫຼງຂ່າວຈາກແຂວງ ຈຳປາສັກ ປະຈຳວັນທີ 2 ສິງຫາ 2021 ໂດຍທ່ານໄດ້ໃຫ້ຮູ້ວ່າ: ເມື່ອມາເບີ່ງແລ້ວ

    ການຊອກຄົ້ນຫາຜູ້ຕິດເຊື້ອໂຄວິດ-19. ນະຄອນປາກເຊ ຍັງມີຄວາມສ່ຽງທີ່ຈະຕິດເຊື້ອໃນຊຸມຊົນ ດັ່ງນັ້ນ, ທາງແຂວງ ຈະມີການເກັບຕົວຢ່າງໃນຊຸມຊົນນະຄອນປາກເຊ ໂດຍມີເປົ້າໝາຍດັ່ງນີ້: ແມ່ຄ້າພໍ່ຄ້າຕາມຕະຫຼາດຕ່າງໆທົ່ວນະຄອນປາກເຊ, ຊ່າງຕັດຜົມ, ຊ່າງເສີມສວຍ, ໝໍນວດ-ສະປາ ແລະ ພະນັກງານຂັບລົດໂດຍສານລະຫວ່າງເມືອງກັບ

    ແຂວງ. ໂດຍກຳນົດເອົາສະຖານທີ່ເກັບຕົວຢ່າງເປັນ ສະໜາມກິລາແຂວງ (ຫຼັກ2) ເຊີ່ງກຳລັງກະກຽມສະຖານທີ່ ແລະ ຈະເລີ່ມເກັບຕົວຢ່າງໃນມື້ອື່ນ (ວັນທີ 3 ສິງຫາ 2021) ສ່ວນຄ່າໃຊ້ຈ່າຍແມ່ນບໍ່ມີ (ກວດຟຣີ) ນອກຈາກນີ້, ທ່ານ ດຣ ວຽງສີ ຍັງໄດ້ຮຽກຮ້ອງໃຫ້ມາຍັງພໍ່ແມ່ປະຊາຊົນ ຜູ້ປະກອບການ ໂດຍສະເພາະກໍ່ແມ່ນກຸ່ມເປົ້າໝາຍທີ່ກ່າວມານັ້ນ ໃຫ້ຮີບຮ້ອນມາເກັບຕົວຢ່າງ

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.