ໂພສຖືກໃຈຜູ້ຍິງຈາກ Kongkeo Sengaloun ຖ້າໂປ່ງໃສ ສິໄປທາງໃດກະບໍ່ກັງວົນຕັ້ງແຕ່ຄົບກັນມາໃໝ່ໆ ແຟນໃນຕອນນັ້ນ ຫຼື ເມຍໃນຕອນນີ້ ບໍ່ເຄີຍໄດ້ສໍ້ ແລະ ບໍ່ຈຳເປັນໂທນຳ ຕອນຂ້ອຍອອກບ້ານ. ບາງຄັ້ງເມຍຍັງບອກໃຫ້ໄປຫຼິ້ນແດ່ຢູ່ບ້ານຫຼາຍແລ້ວ
ທີ່ເປັນແບບນີ້ ຍ້ອນຂ້ອຍໂປ່ງໃສ ບໍ່ມີພຶດຕິກຳມັກຫຼິ້ນໂລເລໃຫ້ເສຍຄອບຄົວ. ອີກຢ່າງ ກິດຈະກຳຍາມຫວ່າງຂ້ອຍ ເປັນອິຫຍັງທີ່ເຮັດຢູ່ບ້ານເຊັ່ນ: ຫຼິ້ນເກມ, ຫຼິ້ນດົນຕີ, ອ່ານປື້ມ,ງົມຢູ່ກັບລົດ ກະທໍ່ນີ້.
ຈາກປະສົບການໂຕຈິງທີ່ນັ່ງໃນວົງເຫຼົ້າ ປັນຫາທີ່ອ້າຍນ້ອງຊາຍຫຼາຍຄົນແກ້ກັນບໍ່ຕົກຈົນທຸກມື້ນີ້ຄື ຕ້ອງໄດ້ກັບບ້ານທັ້ງໆທີ່ບໍ່ຢາກກັບ! ເມຍໂທນຳໃຫ້ກັບບ້ານ! ເມຍຫ້າມບໍ່ໃຫ້ອອກບ້ານ! ແລະອື່ນໆອີກທີ່ເຮັດໃຫ້ບັນດາອ້າຍນ້ອງຊາຍຮູ້ສຶກຕິດຄຸກ ຫຼັງຈາກແຕ່ງງານໄປ. ຂ້ອຍເລີຍຊອກຫາຄຳຕອບຢູ່ໄລຍະໜຶ່ງ ແລ້ວກໍພົບວ່າ:
1 ອ້າຍນ້ອງຊາຍເຮົາ ມັກສ້າງຊື່ສຽງໃນດ້ານລົບ ໂດຍສະເພາະແມ່ນການຄົບຊ້ອນ, ເຊື່ອງເລັກເຊື່ອງນ້ອຍກ່ອນການແຕ່ງງານ ຫຼື ຫຼັງແຕ່ງງານ ພໍຖືກຈັບໄດ້ ເລີຍຖືກຕິດຕາມໜັກກວ່າເກົ່າ ຊະນິດທີ່ວ່າ find my iPhone ຍັງບໍ່ແລ້ວ ຍັງມີບັນດາແມ່ສ່ຽວທັງຫຼາຍລາຍງານເປັນໄລຍະອີກ ລັດສະໝີໃນຕົວເມືອງ ວາງເປັນຈຸດຕາມຮ້ານນ້ອຍ-ໃຫຍ່ທົ່ວໄປ ພົບເຫັນຕົວຕອນໃດ ວ໋ອດແອ໋ບລາຍງານເລີຍ
2 ປະລະໜ້າທີ່ຂອງຫົວໜ້າຄອບຄົວ ໂດຍສະເພາະແມ່ນການເບິ່ງແຍງເມຍ-ລູກ ເຮັດວຽກກະໜັກແລ້ວ ແຕ່ພໍມີເວລາຫວ່າງ ພັດເອົາໄປໃຫ້ໝູ່ຈົນໝົດ ເມຍ ແລະ ລູກ ເລີຍທວງຂໍຄວາມສຳຄັນຄືນ ໂດຍການປະທ້ວງໜັກ ແລະ ໃຊ້ກົດໄອຍະການເສິກ ກັກບໍລິເວນ
3 ຖ້າການກັກບໍລິເວນບໍ່ສຳເລັດຜົນ ຈະເພິ່ມມາດຕະການຂຶ້ນຕຶ່ມ ຄືການຕິດຕາມແບບໃກ້ຊິດ ໄປເຕະບານ ສິໄປນັ່ງເບິ່ງ! ໄປກິນເບຍ ສິໄປກິນນຳ! ໄປຮ້ອງໂອເກະ ໂອ້ພໍດີເລີຍ ມື້ນີ້ຢາກຮ້ອງເພງ
ວິທີແກ້ງ່າຍໆ
1 ເຊົາລົງທຶນໄລຍະສັ້ນ ຫັນມາລົງທຶນໄລຍະຍາວ ມີເມຍຄົນດຽວພໍແລ້ວ ເອົາໃຈໃສ່ໃນຍາມຈຳເປັນ ແລະ ເຮັດໜ້າທີ່ຜົວ ຫຼື ພໍ່ໃຫ້ຫຼ້ອນໜ້າທີ່. ຟັງດີໆ ບໍ່ຈຳເປັນປ້ອນນົມລູກ ແຕ່ໃຫ້ຮູ້ຈັກຕີນົມໃຫ້ລູກໄດ້, ບໍ່ຈຳເປັນລ້າງກົ້ນໃຫ້ລູກ ອູ້ມໄປຫ້ອງນໍ້າໃຫ້ ເມຍກະດີໃຈແລ້ວ!!
ບໍ່ຈຳເປັນລ້າງຖ້ວຍຖູເຮືອນກວາດບ້ານ ເອົາເຄື່ອງນຸ່ງໂຕເອງໃສກະຕ່າຊັກເຄື່ອງໃຫ້ເປັນລະພໍ ເພາະຜູ້ຍິງຮູ້ໜ້າທີ່ຂອງເຂົາ ແຕ່ພຽງແຕ່ຢາກໃຫ້ເຈົ້າຊ່ວຍແບ່ງເບົາຊື່ໆ
2 ເປີດໃຈເປີດເຜີຍ ບໍ່ປິດເຄື່ອງ! ເມຍຢາກໂທນຳ ກະຮັບສາຍໃຫ້, ເມຍຖາມວ່າຢູ່ໃສ ບອກພິກັດເລີຍ, ແຕ່ຖ້າເມຍຖາມວ່າຢູ່ກັບໃຜ ບອກເມຍວ່າ “ນຳມາເບິ່ງເອົາ”!! (ບໍ່ຈຳເປັນຖ່າຍວິດິໂອ ຫຼື ບອກຊື່ສະມາຊິກ ເສຍເວລາຍົກຈອກ) ຖ້າໂປ່ງໃສແທ້ ເຮົາບໍ່ຈຳເປັນລົບລີ້. ເມຍຈະນຳມາບໍ່ເກີນ 5ເທື່ອດອກ
3 (ອັນນີ້ສຳຄັນຫຼາຍ) ບອກເມຍກ່ອນລ່ວງໜ້າ ໜຶ່ງຫຼືສອງມື້ (ສົ່ງຂໍ້ຄວາມບອກດີທີ່ສຸດ) ກ່ອນຈະມີງານ ຫຼື ຕ້ອງໄດ້ປະຕິບັດໜ້າທີ່ໝູ່ຢູ່ນອກບ້ານ. ບອກໄປເລີຍ ສິໄປໃສ່ ຢູ່ໃສ ໄປນຳໃຜ ມື້ໃດ ໄປຈັກໂມງ ແລະ ຕ້ອງຖາມເມຍພ້ອມວ່າ ສິໄປນຳບໍ່? ເມື່ອຮອດມື້ອອກບ້ານ ຖ້າເມຍຖາມຄືນ ໃຫ້ເອົາຂໍ້ຄວາມເກົ່າໃຫ້ເບິ່ງ!
4 (ອັນນີ້ສົ່ງເສິມຄວາມສຳພັນທີ່ດີ) ເປັນຜົວເມຍ ຕ້ອງຮູ້ຈັກໃຊ້ເວລາຫວ່າງ ແລະ ເຮັດກິດຈະກຳຮ່ວມກັນ ຢ່າຄິດເລິກ ບໍ່ແມ່ນ 18+ ຜູ້ຂຽນໝາຍເຖິງ ໃຫ້ຜົວ ຫຼື ເມຍ ເປັນສ່ວນໜຶ່ງໃນເວລາ ແລະ ກິດຈະກຳຂອງເຮົາ.
ໄປທ່ຽວນຳກັນ, ກິນດຶ່ມຮ່ວມກັນ, ຍ່າງເລາະຊ໋ອບປິ້ງນຳກັນ ຢ່າສ້າງກຳແພງໂດຍການບອກວ່າ ມີເມຍ ບໍ່ມ່ວນ ຫຼື ຜົວມາ ພັນລະຍາເຊັງ ເພາະການກີດກັນໂດຍຄຳເວົ້າ ຈະເຮັດໃຫ້ພຶດຕິກຳກີດກັນຄົນຮັກປ່ຽນໄປຕາມຄວາມຄິດ
5 ວິທີນີ້ເປັນການກຳຈັດຄວາມຂີ້ສົງໃສຂອງເມຍ ແລະ ເຮົາເອງກໍໂປງໃສຢ່າງກົງໄປກົງມາ ເມື່ອເມຍບໍ່ມີຄວາມກັງວົນໃນພຶດຕິກຳຂອງເຮົາ ເມຍກໍບໍ່ຈຳເປັນທີ່ຈະກັກໂຕເຮົາໄວ້ໃຫ້ຢູ່ໃນສາຍຕາຕະຫຼອດ. ການໃຊ້ຊີວິດຄູ່ຈະງ່າຍຂຶ້ນ ເມື່ອຄວາມກັງວົນຂອງອີກຝ່າຍຫຼຸດລົງ
ສ່ວນຕົວຂ້ອຍຄິດວ່າມັນບໍ່ຄຸ້ມຄ່າເລີຍ ທີ່ຈະເອົາຄວາມສຸກຄວາມອົບອຸ່ນໃນບ້ານ ໄປແລກກັບຄວາມມ່ວນ ຫຼື ຄວາມຕື່ນເຕັ້ນຢູ່ຂ້າງນອກ ເພາະມັນເປັນການລົງທຶນຫຼາຍ ໄດ້ຜົນຕອບຮັບໄລຍະສັ້ນ ແລະ ບໍ່ໝັ້ນຄົງ.
ສົ່ງທ້າຍ ເມຍຂ້ອຍໃຈໃຫຍ່ຫຼາຍໄດ໋ ລາວບອກຂ້ອຍວ່າ “ທຳມະຊາດຂອງຜູ້ຊາຍ ຖ້າຢາກຫຼາຍຖ້າອົດບໍ່ໄດ້ໃຫ້ຊື້ກິນໂລດ ແຕ່ຫ້າມບໍ່ໃຫ້ໄປຜູກພັນນຳຂະເຈົ້າ ເພາະມັນຈະເຮັດໃຫ້ເຮົາແຕກແຍກ ຂ້ອຍບໍ່ຄິດວ່າຈະໄດ້ຍິນຄຳນີ້ຈາກຜູ້ເປັນເມຍ! ຂ້ອຍຕອບໄປວ່າ ສິເອົາເງິນແຕ່ໃສມາຊື້ກິນ ເງິນເດືອນອອກເມຍກະເອົາໄປໝົດແລ້ວ”
ອັນນີ້ຖາມເມຍຂ້ອຍໄດ້ວ່າແມ່ນແທ້ບໍ່ ຖ້າຜົວໂປ່ງໃສ ໄປທາງໃດເມຍບໍ່ຫ້າມ ຖ້າຖາມແລ້ວມີເລດສະໄນ ໄປທາງໃດເມຍກະນຳ
ຈາກ Kongkeo Sengaloun