ລັດຖະບານກຳປູເຈຍ ປິດດ່ານຊາຍແດນຝັ່ງໄທ ລ໊ອກດາວ 8 ແຂວງເພື່ອສະກັດ ໂ ຄ ວ ິ ດ

    0
    280

    ລັດຖະບານກຳປູເຈຍສັ່ງປິດດ່ານຊາຍແດນຝັ່ງໄທແລ້ວ ພ້ອມກັບສັ່ງລ໊ອກດາວ 8 ແຂວງຕິດກັບຊາຍແດນໄທ ເພື່ອສະກັດກັ້ນໂຄວິດສາຍພັນເດລຕາທີ່ກຳລັງລະບາດໜັກໃນໄທເວລານີ້.

    ເມື່ອວັນທີ 29 ກໍລະກົດນີ້ ລັດຖະບານກຳປູເຈຍຕັດສິນໃຈໃຊ້ມາດຕະການລ໊ອກດາວຫຼາຍແຂວງຕິດກັບຊາຍແດນໄທ ພ້ອມທັງສັ່ງປິດດ່ານຊາຍແດນກຳປູເຈຍ-ໄທ ເປັນການຊົ່ວຄາວ ເພື່ອປ້ອງກັນການແພ່ລະບາດຂອງເຊື້ອໂຄວິດ-19 ສາຍພັນສາຍພັນເດລຕາທີ່ກຳລັງລະບາດຢ່າງໜັກໃນໄທຂະນະນີ້ ຈົນເຮັດໃຫ້ພົບຜູ້ຕິດເຊື້ອໃໝ່ໃນໄທແຕ່ລະວັນພຸ່ງຂຶ້ນຫຼາຍໝື່ນຄົນ.

    ລັດຖະບານຮຸນເຊັນໄດ້ສັ່ງປິດດ່ານຊາຍແດນລະຫວ່າງກຳປູເຈຍກັບໄທທີ່ແຂວງເກາະກົງ-ໂພທິສັດ, ພະຕະບອງ-ໄພລິນ, ບັນເຕຍມຽນເຈຍ-ພະວິຫານ ແລະ ຊຽມຣາດ ເປັນເວລາ 14 ວັນຕັ້ງແຕ່ເວລາ 23 ໂມງ 45 ນາທີຂອງວັນທີ 29 ກໍລະກົດຈົນເຖິງ 12 ສິງຫາທີ່ຈະມາເຖິງ.

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.