ວັນທີ 31 ກໍລະກົດ 2021 ທົ່ວປະເທດກວດພົບຜູ້ຕິດເຊື້ອໂຄວິດໃໝ່ 380 ກໍລະນີ ສະຫຼຸບ ສະຖານະການລະບາດຂອງພະຍາດໂຄວິດ ຈາກຄະນະເພາະກິດ ທົ່ວປະເທດກວດພົບຜູ້ຕິດເຊື້ອໃໝ່ 380 ຕົວຢ່າງ , ແຂວງນະຄອນຫຼວງວຽງຈັນຜູ້ຕິດເຊື້ອໂຄວິດ ຈຳນວນ : 10 ຄົນ ( 9 ເປັນກໍລະນີນຳເຂົ້າ) ( 1 ຄົນ ໃນຊຸມຊົນ) , ແຂວງວຽງຈັນ ( 1 ຄົນ ໃນຊຸມຊົນ),ແຂວງຈຳປາສັກມີຜູ້ຕິດເຊື້ອໂຄວິດ ຈຳນວນ: 83 ຄົນ (ເປັນກໍລະນີນຳເຂົ້າ), ແຂວງສະຫັວນນະເຂດມີຜູ້ຕິດເຊື້ອໂຄວິດ ຈຳນວນ : 116 ຄົນ ( ຄົນ ເປັນກໍລະນີນຳເຂົ້າ) ( ຄົນໃນຊຸມຊົນ),ແຂວງຄຳມ່ວນມີຜູ້ຕິດເຊື້ອໂຄວິດ ຈຳນວນ : 9 ຄົນ 8 (ເປັນກໍລະນີນຳເຂົ້າ) ( 1 ຄົນ ໃນຊຸມຊົນ), ແຂວງສາລະວັນມີຜູ້ຕິດເຊື້ອໂຄວິດ ຈຳນວນ : 154 ຄົນ (ເປັນກໍລະນີນຳເຂົ້າ) ແຂວງໄຊຍະບູລີ ( 1 ຄົນ ໃນຊຸມຊົນ) ແຂວງບໍລິຄຳໄຊ ( 3 ເປັນກໍລະນີນຳເຂົ້າ) ແຂວງຫຼວງນ້ຳທາ ( 3 ເປັນກໍລະນີນຳເຂົ້າ)
ສະນັ້ນຂໍໃຫ້ທຸກຄົນຢ່າປະໝາດ ໃຫ້ພາກັນຮັກສາມາດຕະການຢ່າງເຂັ້ມງວດ ບໍ່ປ່ອຍປະລະເລີຍຕໍ່ມາດຕະການໄປໃສມາໃສໃຫ້ໃສ່ຜ້າປິດປາກປິດດັງ ບໍ່ໄປສະຖານທີ່ແອອັດ ແລະ ມີຄົນຫຼາຍ ເພື່ອຫຼີກລ້ຽງໄລຍະຫ່າງທາງສັງຄົມ ແລະໃຫ້ໝັ່ນລ້າງມືທຸກຄັ້ງເວລາອອກໄປຂ້າງນອກ ຫຼື ຈັບບາຍສິ່ງຂອຕ່າງໆດ້ວຍເຈວແອວກໍຮໍ ສຸດທ້າຍຂໍໃຫ້ທຸກຄົນປອດໄພ ເຮົາຈະຜ່ານວິກິດຄັ້ງນີ້ໄປດ້ວຍກັນ