Lao National Radio ໄດ້ລາຍງານວ່າ: ໃນໂອກາດທີ່, ທ່ານ ພັນຄໍາ ວິພາວັນ ກຳມະການກົມການເມືອງ ສູນກາງພັກ,ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ເດີນທາງເຄື່ອນໄຫວຢ້ຽມຢາມ ແລະ ຊີ້ນໍາ ຊຸກຍູ້ວຽກງານຄວບຄຸມ
ແລະແກ້ໄຂການລະບາດພະຍາດໂຄວິດ-19 ຢູ່ແຂວງຈໍາປາສັກ ແລະຍັນດາແຂວງພາກໃຕ້ ໃນຕອນເຊົ້າວັນທີ 29 ກໍລະກົດ 2021 ນີ້ ທ່ານນາຍົກລັດຖະມົນຕີ ໄດ້ມອບເງິນ ໃຫ້ແຂວງ ຈໍາປາສັກ ຈໍານວນ 450 ລ້ານກີບ .
ແຂວງສາລະວັນ,ເຊກອງ ແລະ ແຂວງ ອັດຕະປື ແຂວງລະ 150 ລ້ານກີບ ເພື່ອນໍາໃຊ້ເຂົ້າໃນວຽກງານການຄວບຄຸມ ແກ້ໄຂການລະບາດພະຍາດໂຄວິດ-19 ຢູ່ພາຍໃນບັນດາແຂວງດັ່ງກ່າວ