ທ່ານນາຍົກລົງຈຳປາສັກ ຊຸກຍູ້ແກ້ໄຂການ ລ ະ ບ າ ດ ພ ະ ຍ າ ດ ໂ ຄ ວ ິ ດ

    0
    602

    ທ່ານ ພັນຄໍາ ວິພາວັນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ເດີນທາງມາເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງຈໍາປາສັກ ໃນຕອນເຊົ້າວັນທີ 29 ກໍລະກົດ 2021 ນີ້, ເພື່ອຊີ້ນຳ ແລະຊຸກຍູ້ວຽກງານປ້ອງກັນ,ຄວບຄຸມ ແລະແກ້ໄຂການລະບາດພະຍາດໂຄວິດ -19 .ສະເພາະການຄວບຄຸມ ແລະແກ້ໄຂການລະບາດພະຍາດໂຄວິດ-19 ຢູ່ແຂວງຈໍາປາສັກ ທ່ານ ວິໄລວົງ ບຸດດາຄໍາ ເຈົ້າແຂວງໆຈໍາປາສັກ ໄດ້ລາຍງານວ່າ: ແຂວງຈໍາປາສັກໄດ້ເອົາໃຈໃສ່ໃນການປະຕິບັດມາດຕະການປ້ອງກັນ,ຄວບຄຸມ

    ແລະແກ້ໄຂການລະບາດພະຍາດໂຄວິດ -19 ທີ່ສູນກາງວາງອອກຢ່າງເຂັ້ມງວດ.ມາຮອດວັນທີ 29 ກໍລະກົດ 2021 ນີ້ ທົ່ວແຂວງມີຜູ້ຕິດເຊື້ອໂຄວິດ -19 ໃໝ່ ຈໍານວນ 57
    ຄົນ ເຊິ່ງແມ່ນ ແຮງງານນຳເຂົ້າທັງໜົດ,ຕົວເລກສະສົມທົ່ວແຂວງມີຜູ້ຕິດເຊື້ອ 1.618 ຄົນ, ປົວຫາຍດີແລ້ວ 755 ຄົນ,ຍັງສືບຕໍ່ປິ່ນປົວຢູ່ໂຮງໝໍ 3 ແຫ່ງ ຄື: ຄົນເຈັບທີ່ມີອາການໜັກແມ່ນປິ່ນປົວຢູ່ເມືອງໂພນທອງ,ຄົນເຈັບມີອາການປານກາງແມ່ນປີ່ນປົວຢູ່ໂຮງໝໍບໍລະເວນ 106 ກອງທັບ, ສ່ວນຜູ້ຕິດເຊື້ອອາການເບົາບາງແມ່ນປິ່ນປົວຢູ່

    ໂຮງໝໍພາກສະໜາມວິທະຍາໄລການເງິນພາກໃຕ້ ປະຈຸບັນ( 29/7/2021)ມີຜູ້ຍັງສືບຕໍ່ປິນປົວ ທັງໝົດຈໍານວນ 863 ຄົນ.
    ສ່ວນແຮງງານລາວສະເລ່ຍເດີນທາງເຂົ້າມາປະເທດຜ່ານດ່ານສາກົນວັງເຕົ່າແຕ່ລະວັນ ປະມານ 100-200 ຄົນ,ທົວແຂວງມີສູນກັກກັ້ນບໍລະເວນທັງໝົດມີຢູ່ 8 ສູນ,ມີຈໍາ

    ນວນພົນທັງໝົດ 1.431 ຄົນ.ຈາກນີ້ພະນັກງານແພດ-ໝໍ ທົ່ວແຂວງໄດ້ສຸມໃສ່ສັກວັກຊິນ(ຈອນສັນ ແອນ ຈອນສັນ)ແກ່ປະຊາຊົນຢູ່ 9 ເມືອງ,1 ນະຄອນຢ່າງເປັນຂະບວນ ເຊິ່ງໄດ້ຮັບການແບ່ງປັນຈາກລັດຖະບານກໍຄືກະຊວງສາທາລະນະສຸກຈໍານວນ 1 ແສນ 3 ມື່ນໂດສ .ຊຶ່ງເມື່ອສັກສໍາເລັດຈະກວມເອົາ 30% ຂອງພົນລະເມືອງໃນທົ່ວແຂວງ.ພາຍຫຼັງຟັງລາຍງານແລ້ວ ທ່ານ ພັນຄໍາ ວິພາວັນ ນາຍົກລັດຖະມົນຕີ ກໍໄດ້ເປັນກຽດໂອ້ລົມ ຊຶ່ງສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຄະນະພັກ-ອົງການປົກຄອງ ແລະ

    ຄະນະສະເພາະກິດແຕ່ລະຂັ້ນ ທີໄດ້ສຸມມານະຈິດ ເຮື່ອແຮງ ແລະທຶນຮອນ ເຂົ້າໃນການຄວບຄຸມພະຍາດໂຄວິດ-19 ຢ່າງຈິງຈັງ. ໂອກາດນີ້ກໍໄດ້ນໍາເອົາຄວາມເປັນຫ່ວງເປັນໄຍ ແລະ ຂັວນກຳລັງໃຈຂອງພັກ,ລັດຖະບານທີ່ມີຕໍ່ການປ້ອງກັນ,ຄວບຄຸມ ແລະແກ້ໄຂສະພາບການລະບາດພະຍາດໂຄວິດ-19 ຢູ່ແຂວງຈໍາປາສັກ ແລະບັນດາແຂວງພາກໃຕ້.ຈາກນີ້ກໍໄດ້ໃຫ້ທິດຊີ້ນໍາຕໍ່ຄະນະພັກ -ອົງການປົກຄອງແຂວງ ກໍຄືຄະນະສະເພາະກິດແຕ່ລະຂັ້ນ ໃຫ້ສືບຕໍ່ເອົາໃຈໃສ່ໃນການຄວບຄຸມພະຍາດໂຄວິດ-19 ໃຫ້ແຂງແຮງກ່ວາ

    ເກົ່າ.ຖືເອົາການປະຕິບັດມາດຕະການທີ່ສູນກາງພັກ,ລັດຖະບານ ແລະ ແຂວງວາງອອກຢ່າງເຂັ້ມງວດ ແລະເປັນເຈົ້າການຂອງທົ່ວປວງຊົນ.ສືບຕໍ່ປຸກລະດົມກຳລັງແຮງຂອງສັງຄົມສາມັກຄີກັນປ້ອງກັນ,ຄວບຄຸມ ແລະ ແກ້ໄຂການລະບາດພະຍາດໂຄວິດ 19 ໃຫ້ຫຼຸດໜ້ອຍຖອຍລົງເທື່ອລະກ້າວ.ໂອກາດມາຢ້ຽມຢາມ ແລະຊີ້ນໍາ,ຊຸກຍູ້ວຽກງານຄວບຄຸມ ແລະແກ້ໄຂການລະບາດພະຍາດໂຄວິດ-19 ຢູ່ແຂວງຈໍາປາສັກ ແລະບັນດາແຂວງພາກໃຕ້ ນາຍົກລັດຖະມົນຕີ ຍັງໄດ້ມອບເງິນ ໃຫ້ແຂວງຈໍາປາສັກຈໍານວນ 450 ລ້ານກີບ. ແຂວງສາລະວັນ,ເຊກອງ ແລະ ແຂວງອັດຕະປືແຂວງລະ 150 ລ້ານກີບ. ເພື່ອນໍາໃຊ້ເຂົ້າໃນດານຄວບຄຸມ ແກ້ໄຂການລະບາດພະຍາດໂຄວິດ- 19 .

    ຈາກນີ້ກໍໄດ້ໄປຢ້ຽມຢາມໂຮງໝໍພາກສະໜາມວິທະຍາໄລການເງິນພາກໃຕ້ ເພື່ອເປັນການຢ້ຽມຢາມຖາມຂ່າວ ແລະໃຫ້ກຳລັງໃຈແກ່ພະນັກງານແພດໝໍ ແລະຜູ້ຕິດເຊື້ອໂຄວິດ 19 ທີ່ກຳລັງພະຍາບານຕົວຢູ່.ຕິດຕາມນາຍົກລັດຖະມົນຕີຢ້ຽມຢາມ ແລະຊີ້ນໍາ,ຊຸກຍູ້ວຽກງານຄວບຄຸມ ແລະແກ້ໄຂການລະບາດພະຍາດໂຄວິດ-19 ຢູ່ແຂວງຈໍາປາສັກ.ຍັງມີລັດຖະມົນຕີກະຊວງການເງິນ,ລັດຖະມົນຕີກະຊວງສາທາລະນະສຸກ,ລັດຖະມົນຕີກະຊວງແຮງງານ ແລະສະຫວັດດີການສັງຄົມ ອີກດ້ວຍ.

    ເກດສະໜາ ແກ້ວສຸວັນນະແສງ

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.