ໃນນະຄອນ ຕຸນຫວງ ມົນທົນ ການຊູ່ ປະເຊີນກັບພາຍຸຊາຍຖະຫລົ່ມ ‘ມືດຟ້າມົວດິນ’ ຢ່າງໜັກໜາສາຫັດ

    0
    382

    ເມື່ອວັນທີ 26 ກໍລະກົດ 2021 ນີ້, ສຳນັກຂ່າວ ຊິນຫົວ ລາຍງານວ່າ ຊາວຈີນໃນນະຄອນ ຕຸນຫວງ ມົນທົນ ການຊູ່ ທາງພາກຕາເວັນຕົກສ່ຽງເໜືອຂອງປະເທດປະເຊີນກັບພາຍຸຊາຍຂະໜາດໃຫຍ່ພັດຖະຫຼົ່ມຈົນບັນຍາກາດ ມືດຟ້າມົວດິນ ເມື່ອວັນອາທິດທີ 25 ກໍລະກົດຜ່ານມາ.

    ຕາມລາຍງານລະບຸວ່າ ມີການແຈ້ງເຕືອນໄພພາຍຸຊາຍລະດັບສີເຫຼືອງຕອນເວລາ 15:04 ໂມງ ຕາມເວລາທ້ອງຖິ່ນ ໂດຍພາຍຸຊາຍສົ່ງຜົນໃຫ້ທັດສະນະວິໄສການເບິ່ງເຫັນຫຼຸດລົງຕໍ່າສຸດເຫຼືອພຽງ 791 ແມດ.

    ທັງນີ້ຈີນມີລະບົບເຕືອນໄພສະພາບອາກາດສຳລັບພາຍຸຊາຍທີ່ແບ່ງອອກເປັນ 4 ລະດັບ ໂດຍສີແດງ ສະແດງເຖິງຄວາມຮຸນແຮງສູງສຸດ, ຮອງລົງມາສີສົ້ມ, ສີເຫຼືອງ ແລະ ສີນໍ້າເງິນ.

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.