ດີໃຈນຳແຂວງວຽງຈັນ ຜູ້ຕິດໂຄວິດ-19 ຫາຍດີໝົດແລ້ວ, 5 ຄົນສຸດທ້າຍກັບບ້ານມື້ນີ້

    0
    274

    ກ່ອນໜ້ານີ້ ແຂວງວຽງຈັນແມ່ນມີຄວາມເປັນຫ່ວງທີ່ສຸດລວມທັງປະຊາຊົນອ້ອມຂ້າງກໍ່ກັງວົນ ຕໍ່ການລະບາດໃນຊຸມຂອງເມືອງໂພນໂຮງ ເຮັດໃຫ້ຕິດເຊື້ອໂຄວິດ-19ລວມກັນເຖິງ 50 ຄົນ ແຕ່ບັນດາແພດໝໍ-ພະຍາບານກໍ່ຊ່ວຍເຫຼືອກັນຢ່າງເຕັມທີ່ປິ່ນປົວຜູ້ຕິດເຊື້ອເທົ່າທີ່ກຳລັງມື ແລະສຸດທ້າຍກໍ່ສຳເລັດຜົນ ມື້ນີ້ໄດ້ສົ່ງຄົນເຈັບງວດສຸດທ້າຍກັບຄືນສູ່ບ້ານເຮືອນເພື່ອຈຳບໍລິເວນຕໍ່ໃຫ້ຄົບ 14 ວັນກ່ອນອອກໃຊ້ຊີວິດຕາມປົກກະຕິຫາກບໍ່ພົບຜົນເປັນບວກອີກ.


    ການສົ່ງຜູ້ປ່ວຍກຸ່ມສຸດທ້າຍກັບສູ່ຄອບຄົວ ນັບວ່າເປັນຂ່າວດີທີ່ສຸດສຳລັບມື້ນີ້ເລີຍກໍ່ວ່າໄດ້ ພາຍຫຼັງທີ່ຄົນເຈັບທີ່ຕິດເຊື້ອພະຍາດ ໂຄວິດ-19 ຢູ່ແຂວງວຽງຈັນໄດ້ເລີ່ມເຂົ້າປິ່ນປົວແຕ່ ວັນທີ 27 ມິຖຸນາ 2021 ເປັນຕົ້ນມາ.

    ເຊິ່ງຕົວເລກສະສົມຂອງຜູ້ຕິດເຊື້ອທັງໝົດຢູ່ ແຂວງ ວຽງຈັນ ແມ່ນຢູ່ທີ່ 50 ຄົນ ເຊິ່ງໃນນີ້ປະກອບມີ: ບ້ານ ໃຫມ່ 21ຄົນ, ບ້ານ ນາເລົາ 16 ຄົນ, ບ້ານ ໜອງປຸງ 5 ຄົນ, ບ້ານ ຫຼັກ 52 ມີ 3 ຄົນ , ບ້ານ ນາບອນ 2 ຄົນ, ບ້ານ ສີວິໄລ 1 ຄົນ, ບ້ານ ໂນນຄໍ້ໃຕ້ 1 ຄົນ ແລະ ບ້ານ ບົວ 1 ຄົນ.


    ທ່ານ ພູວົງ ບຸນຊູ ຮອງເຈົ້າແຂວງ ວຽງຈັນ, ຫົວໜ້າຄະນະສະເພາະກິດ ຕ້ານ ແລະ ຄວບຄຸມພະຍາດໂຄວິດ-19 ຂັ້ນແຂວງ ໄດ້ສະແດງຄວາມຊົມເຊີຍມາຍັງທີມແພດໝໍ, ຄະນະສະເພາະກິດ ແລະ ການຈັດຕັ້ງຂັ້ນຕ່າງໆ ທີ່ໄດ້ເອົາໃຈໃສ່ ໃນການຕ້ານ ແລະ ຄວບຄຸມ ການລະບາດຂອງພະຍາດດັ່ງກ່າວ ຢູ່ໃນທ້ອງຖີ່ນ, ຊຸມຊົນ ແລະ ພາຍໃນແຂວງ.


    ການມອບ-ຮັບຄົນເຈັບ ໄດ້ຈັດຂຶ້ນທີ່ຫ້ອງປະຊຸມພະແນກ ສາທາລະນະສຸກແຂວງວຽງຈັນ ເຊິ່ງຈາກຈຳນວນຂອງຜູ້ຕິດເຊື້ອ ແລະ ໄດ້ຮັບການປິ່ນປົວມາເຖິງປັດຈຸບັນແມ່ນໄດ້ອອກໂຮງໝໍແລ້ວ 04 ຮອບ :
    – ຮອບທີ 1 ວັນທີ 14/7/2021 ມີທັງໝົດ 19 ກໍລະນີ
    – ຮອບທີ 2 ວັນທີ 16/7/2021 ມິທັງໝົດ 10 ກໍລະນີ
    – ຮອບທີ 3 ວັນທີ 21/7/2001 ມີທັງໝົດ 16 ກໍລະນີ
    – ຮອບທີ 4 ຄັ້ງສຸດທ້າຍ ວັນທີ 27/7/2021 ມີທັງໝົດ 05 ກໍລະນີ.
    ເຖິງຢ່າງໃດກໍຕາມ ຮຽກຮ້ອງມາຍັງທຸກພາກສ່ວນ ຕ້ອງເຝົ້າລະວັງການລະບາດຂອງພະຍາດດັ່ງກ່າວ ໂດຍສະເພາະບັນດາຄວາມສ່ຽງຕ່າງໆທີ່ຈະເກີດຂື້ນ, ຈົ່ງມີສະຕິລະວັງຕົວ, ບໍປະໝາດ, ເພື່ອຮ່ວມແຮງກັນຕ້ານເຊື້ອພະຍາດດັ່ງກ່າວໃຫ້ໝົດໄປໄວໆນີ້.

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.