ແຈ້ງຂ່າວດີ ສປປລາວ ກຽມຕ້ອນຮັບ Sinopham ຈາກ ສປ.ຈີນ ເພີ່ມອີກ 1ລ້ານໂດສ

    0
    355

    ຊົມເຊີຍ ແຈ້ງຂ່າວດີສປປລາວ ກຽມຕ້ອນຮັບ Sinopham ເພີ່ມອີກ 1ລ້ານໂດສ ຈາກ ສປ.ຈີນ ໂດຍເພສແອໂຣລາວໄດ້ໂພສວ່າ:ແອໂຣລາວ AeroLaos ໄດ້ຮັບກຽດ ຈາກກົມການບິນພົນລະເຮືອນ ສປປລາວ ເພື່ອ ແຈ້ງຂ່າວດີ ໃຫ້ທຸກທ່ານໄດ້ຮັບຊາບວ່າ ລັດຖະບານ ສປ.ຈີນ ແຈ້ງຊ່ວຍເຫຼືອ ສະໜອງຢາວັກຊີນ ປ້ອງກັນພະຍາດໂຄ

    ວິດ-19 ທີ່ຜະລິດໂດຍ [Beijing Institute Biological ໃຫ້ແກ່ລັດຖະບານ ແຫ່ງ ສປປລາວ “ ຈໍານວນ 1 ລ້ານໂດສ ”ໃນໄວໆນີ້ ເຊິ່ງຂັ້ນຕອນຕ່າງໆ ສໍານັກງານທີ່ປຶກສາດ້ານເສດຖະກິດການຄ້າ ສະຖານທູດ ສປ.ຈີນ ປະຈໍາ ສປປລາວ ,ຄະນະກໍາມະທິການຮ່ວມມືລາວ-ຈີນ , ກະຊວງ ການຕ່າງປະເທດ ແຫ່ງ ສປປລາວ ແລະ

    ກະຊວງສາທາລະນະສຸກ ພວມກະກຽມວຽກງານ ດ້ານການຂົນສົ່ງ ເງື່ອນໃຂ ແລະ ລະບຽບການຈໍານວນໜຶ່ງຮ່ວມກັນ ,ຄາດວ່າທຸກຝ່າຍພວມຈະຈັດຕັ້ງປະຕິບັດໂດຍໄວທີ່ສຸດ
    ສ່ວນດ້ານພິທີການຕ້ອນຮັບ ຈະອັບເດດໃຫ້ຊາບ ຜ່ານຊ່ອງທາງເພຈແອໂຣລາວ ເພຈຂ່າວການບິນ

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.