ນັກຍົກນໍ້າໜັກຈີນ ສ້າງຄວາມຕະລືງ ເມື່ອຍົກນໍ້າໜັກຂາດຽວ ກ່ອນຄວ້າຫຼຽນຄໍາໃນໂອແລມປິກ 2020

    0
    351

    ຫຼີ່ ຟາບິນ ( Li Fabin ) ນັກກີລາຍົກນໍ້າໜັກຊາວຈີນ ສ້າງຄວາມຮືຮາໃຫ້ກັບແຟນທົ່ວໂລກເມື່ອຍົກນໍ້າໜັກ ພ້ອມກັບຊົງຕົວຂາດຽວ ກ່ອນຄວ້າຫຼຽນຄໍາໃນການແຂ່ງຂັນກີລາຍົກນໍ້າໜັກປະຈໍາການແຂ່ງຂັນ ໂອແລມປິກ 2020 ທີ່ນະຄອນຫຼວງໂຕກຽວ ປະເທດຍີ່ປຸ່ນ ເມື່ອວັນທີ 25 ກໍລະກົດ 2021.

    ເຫດດັ່ງກ່າວເກີດຂຶ້ນໃນການແຂ່ງຂັນຍົກນໍ້າໜັກຊາຍຮຸ່ນ 61 ກິໂລກຣາມ ປາກົດວ່າ: ຫຼີ່ ຟາບິນ ອາຍຸ 28 ປີ ຄວ້າຫຼຽນຄໍາໄປແບບບໍ່ຍາກດ້ວຍການຍົກນໍ້າໜັກລວມ 313 ກິໂລກຣາມຄວ້າຫຼຽນຄໍາໃນງານລະດັບ ໂອແລມປິກ ເປັນຄັ້ງທໍາອິດຂອງລາວ ແຕ່ຍັງບໍ່ສາມາດທໍາລາຍສະຖິຕິໂລກຂອງຕົວເອງທີ່ເຮັດໄວ້ 318 ກິໂລກຣາມ ໃນລາຍການຊີງແຊັມໂລກ ທີ່ປະເທດໄທ ເມື່ອປີ 2019.

    ໃນນັ້ນການຍົກທ່າ ຄລີນແອນເຈິກ ຄັ້ງທໍາອິດ 166 ກິໂລກຣາມ ຟາບິນ ໃຊ້ຂາດຽວໃນການຊົງຕົວ ສະເລ່ຍແລ້ວຖືເປັນການຮັບນໍ້າໜັກ 3 ເທົ່າຂອງນໍ້າໜັກຕົວ ກ່ອນທີ່ຄັ້ງທີ 2 ຈະຍົກໄດ້ 172 ກິໂລກຣາມເຊິ່ງເປັນສະຖິຕິໂອແລມປິກ ທ່າມາດຕະຖານທົ່ວໄປ.

    ຫຼັງຈາກສໍາເລໍັດພາລະກິດ ເຮັດໃຫ້ອະດີດນັກຍົກນໍ້າໜັກ ແລະ ຜູ້ຊຽວຊານຕ່າງກໍ່ອອກມາເຕືອນເຖິງອັນຕະລາຍ ເຖິງຂັ້ນບາດເຈັບໜັກ ກ່ອນທີ່ ຟາບິນ ຈະອອກມາຕອບວ່າ: “ ແກນກາງລໍາຕົວກັບກ້າມຊີ້ນຂອງຂ້ອຍ ແຂງແຮງ ແຕ່ບໍ່ແນະນໍາໃຫ້ຮຽນແບບ ເພາະອາດໄດ້ຮັບບາດເຈັບ ”

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.