ໃນວັນທີ 25 ກໍລະກົດ ເກີດແຜ່ນດິນໄຫວຢູ່ແຂວງໄຊຍະບູລີ ຂປລ. ສູນຂໍ້ມູນຂ່າວສານແຜ່ນດິນໄຫວແຫ່ງຊາດລາວ ໄດ້ລາຍງານການເກີດແຜ່ນດິນໄຫວ ໃນວັນທີ 25 ກໍລະກົດ 2021 ເວລາ 23 ໂມງ 27 ນາທີ ໄດ້ພົບສັນຍານການເກີດແຜ່ນດິນໄຫວພາຍໃນປະເທດ ຈໍານວນ 01 ຄັ້ງ ໃນບໍລິເວນແຂວງໄຊຍະບູລີ ເຊິ່ງມີຈດສູນກາງຢູ່ເສັ້ນ
ຂະໜານທີ 19.3 ອົງສາເໜືອ ແລະ ເສັ້ນແວງທີ 101.3 ອົງສາຕາເວັນອອກ ຄວາມແຮງສັ່ນສະເທືອນວັດແທກໄດ້ 1.9 ຣີກເຕີ ມີຄວາມເລິກຈາກໜ້າດິນປະມານ 2 ກິໂລແມັດ ຈຸດສູນກາງເກີດແຜ່ນດິນໄຫວ ຢູ່ບ້ານສະຖານ ເມືອງໄຊສະຖານ ແຂວງໄຊຍະບູລີ ແມ່ນຫ່າງຈາກເທສະບານເມືອງໄຊສະຖານ ປະມານ 6 ກິໂລແມັດ. ເບື້ອງຕົ້ນຍັງບໍ່ມີລາຍງານຜົນເສຍຫາຍ.