ຄວາມຮູ້ລ້ວນໆ…!!! ຄວາມຮູ້ກ່ຽວກັບ “ພະຍາດອະຫິວາສັດປີກ ຫຼື ຕາຍຮ່າ” ແລະ ວິທີປ້ອງກັນ ຄວນເຮັດແນວໃດແດ່.?

    0
    600

    ພະຍາດອະຫິວາສັດປີກ ຫຼື ຕາຍຮ່າ ແມ່ນພະຍາດຕິດແປດຂອງສັດປີກທີເກີດຈາກເຊື້ອ Pasteurella multocida, ແມ່ນສາຍພັນທີ່ຄ້າຍກັບເຊື້ອທີ່ເປັນສາເຫດເຕົ້າໂຮມເລືອດຂອງງົວ ຫຼື ຄວາຍ, ອາດເປັນພະຍາດທີ່ຕິດຕໍ່ໃສ່ຄົນໄດ້ຖ້າບໍ່ມີການປ້ອງກັນ ແລະ

    ຄວບຄຸມພະຍາດນີ້ ເຊິ່ງມື້ນີ້ຄໍລຳ ກະສິກຳ ຈະພາມາຮູ້ເຖິງ ອາການ , ຮ່ອງຮອຍ , ການແຜ່ເຊື້ອ ແລະ ການປ້ອງກັນຂອງພະຍາດອະຫິວາສັດປີກ ເພື່ອໃຫ້ມີສະຕິລະວັງຕົວເພື່ອບໍ່ໃຫ້ຕິດພະຍາດນີ້.

    + ຮ່ອງຮອຍ-ອາການ: ບໍ່ວ່າຈະເປັນສັດປີກຢູ່ຕາມບ້ານເຮືອນ ຫຼື ຢູ່ປ່າກໍ່ຈະເລີ່ມຕົ້ນປະກົດດ້ວຍຮ່ອງຮອຍການຕິດເຊື້ອໃນເລືອດແບບກະທັນຫັນດ້ວຍອັດຕາການຕາຍສູງ; ໜຽງ, ຂໍ່ຕໍ່ຕ່າງໆ ແລະ ພື້ນຕີນໄຂ້ບວມ, ຂົນຫຍຶງ, ມີໄຂ້,

    ເຫງົາ, ບໍ່ກິນອາຫານ ແລະ ມີນ້ຳເມືອກໄຫຼອອກຈາກປາກ ແລະ ດັງ, ຖອກທ້ອງ, ອັກເສບປອດ ແລະ ສຳລັບໄກ່ງວງ, ໄກ່ແຈ້ ເປັນສັດທີ່ຕິດເຊື້ອໄດ້ໄວກວ່າສັດປີກປະເພດອື່ນໆ.

    + ການແຜ່ເຊື້ອ: ຈາກການສຳຜັດໂດຍກົງກັບສັດປີກທີ່ຕິດເຊື້ອທີ່ບາງກໍ່ລະນີອາດເປັນໂຕນຳເຊື້ອຊຳເຮື້ອ, ສ່ວນຈຳພວກໝູຂ້ອນຂ້າງທີ່ຈະເປັນສັດນໍາເຊື້ອ ແລະ ຈຳພວກສັດລ້ຽງລູກດ້ວຍນົມອື່ນໆບໍ່ສາມາດເປັນສັດລຳລຽງເຊື້ອໄດ້,

    ພະຍາດນີ້ຖືກຈັດເປັນພະຍາດທີ່ມີຄວາມສ່ຽງສູງຢູ່ບັນດາປະເທດຕາເວັນອອກ , ອາຊີໃຕ້ ແຕ່ວ່າຢູ່ໃນສະພາບການຂອງປະເທດລາວແລ້ວເຊື່ອພະຍາດນີ້ມີຄວາມສ່ຽງລະດັບປານກາງ.

    + ການປ້ອງກັນ: ຄວນທຳຄວາມສະອາດຄອກລ້ຽງສັດເປັນປະຈຳ, ໃນກໍລະນີເກີດມີໄກ່ຕາຍກໍ່ຄວນຮີບກຳຈັດ ຫຼື ນຳໄປຝັງທັນທີ, ຖ້າເປັນໄປໄດ້ຄອກລ້ຽງສັດຄວນມີແສງແດດສ່ອງເຂົ້າມາ ເພາະແສງແດດສາມາດຂ້າເຊື້ອພະຍາດໄດ້,

    ໃນກໍລະນີຈັບບາຍສັດປີກກໍ່ຄວນລ້າງມືໃສ່ສະບູເພື່ອປ້ອງກັນພະຍາດໃນເວລາຈັບບາຍ, ຖ້າຈະໃຫ້ດີແທ້ຄວນລ້າງຄອກໄກ່ເປັນປົກກະຕິ, ການໃຫ້ວັກຊີນປ້ອງກັນແບບສີດ ແລະ ເຮັດໃຫ້ຄົບ 4 ຄັ້ງຕໍ່ປີ, ໃຫ້ຢາຕ້ານເຊື້ອປະສົມໃນນ້ຳ ແລະ ອາຫານ, ຜູ້ເຮັດວຽກກັບສັດປີກຕ້ອງມີສະຕິລະວັງຕົວຕໍ່ການຕິດເຊື້ອຈາກສັດປີກ.

    ການປິ່ນປົວ: ຢາຈຳພວກ Sulpho-namides ແມ່ນໄດ້ຮັບຜົນດີຖ້າຫາກໃຊ້ເປັນປະຈຳ, ມີການນຳໃຊ້ Tetracyclines ປົນກັບອາຫານ ແລະ ນ້ຳມີອັດຕາການລອດໃນລະດັບສູງ.

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.