ລາຍງານຈາກຫຼາຍເຂດມື້ນີ້ລະດັບນ້ຳໜ້າເປັນຫ່ວງ ຂຶ້ນໃກ້ເຂດລະວັງໄພແລ້ວ

    0
    597

    ຕາມລາຍງານຈາກເມືອງວິລະບູລີ ແຂວງສະຫວັນນະເຂດ ໃນວັນທີ 25 ກໍລະກົດ 2021 ເຈົ້າເມືອງວິລະບູລີ ແຂວງສະຫວັນນະເຂດພ້ອມຄະນະ ລົງຕິດຕາມສະພາບນໍ້າຖ້ວມໃນຫຼາຍຈຸດພາຍໃນເມືອງວິລະບູລີ ຂະນະທີ່ຝົນຍັງຄົງສືບຕໍ່ຕົກລິນຄ່ອຍໆຢູ່. ອົງການປົກຄອງເມືອງ ເນັ້ນໃຫ້ປະຊາຊົນມີສະຕິກຽມພ້ອມຢູ່ຕະຫຼອດເວລາ ໂດຍສະເພາະໃນເຂດພື້ນທີ່ທີ່ມີຄວາມສ່ຽງ.

    ຜູ້ຢູ່ເຂດສ່ຽງຕ້ອງກຽມພ້ອມສະເໝີ ອັນສຳຄັນເຄື່ອງທີ່ຈຳເປັນຕ້ອງຍົກໄປໄວ້ບ່ອນທີ່ປອດໄພໄວ້ກ່ອນ ບາດນ້ຳຖ້ວມມາຊິເອົາບໍທັນ.

    ຂະນະທີ່ກົມອຸຕຸນິຍົມ ແລະອຸທົກກະສາດກໍແຈ້ງເຕືອນໄພນ້ຳຖ້ວມ ປະຈຳວັນທີ ວັນທີ 25 ກໍລະກົດ 2021 ລະບຸວ່າ: ລະດັບນ້ຳ ເຊບັ້ງໄຟ, ເຊຈຳພອນ-ແກ້ງກອກ ແລະ ເຊໂດນ ໄດ້ຂຶ້ນສູງໃກ້ເຂດລະວັງໄພ ແລະ ມີບາງຈຸດຂຶ້ນສູງກວ່າເຂດລະວັງໄພແລ້ວ ພ້ອມດຽວກັນນີ້ ສະພາບຝົນຍັງຈະສືບຕໍ່ຕົກໃນລະດັບປານກາງ ຫາ ໜັກຕື່ມອີກໃນໄລຍະ 1 – 2 ວັນຕໍ່ໜ້າ ຊຶ່ງຈະເຮັດໃຫ້ລະດັບນ້ຳຕາມສາຂາດັ່ງກ່າວຈະສືບຕໍ່ເພີ່ມສູງຂຶ້ນໃກ້ເຂດອັນຕະລາຍ ແລະ ຈະເຮັດໃຫ້ເກີດມີນ້ຳຖ້ວມຢູ່ບາງພື້ນທີ່.


    ດັ່ງນັ້ນ, ຂໍແຈ້ງເຕືອນເຖີງປະຊາຊົນບັນດາເຜົ່າທີ່ອາໄສຢູ່ບັນດາແຂວງພາກກາງ ແລະ ພາກໃຕ້ ໂດຍສະເພາະຜູ້ທີ່ອາໄສຢູ່ລຽບຕາມແຄມເຊບັ້ງໄຟ, ເຊຈຳພອນ, ເຊໂດນ ຈົ່ງມີສະຕິ ຕໍ່ສະພາບນ້ຳຖ້ວມຍິ່ງ ແລະ ກຽມຍົກຍ້າຍ ເກັບມ້ຽນວັດຖຸສິ່ງຂອງທີ່ມີຄ່າ ແລະ ສັດລ້ຽງໄປໄວ້ບ່ອນທີ່ສູງ ແລະ ປອດໄພ, ພ້ອມນີ້ຂໍໃຫ້ຕິດຕາມການລາຍງານຂ່າວພະຍາກອນອາກາດຈາກກົມອຸຕຸນິຍົມ ແລະ ອຸທົກກະສາດຢ່າງຕໍ່ເນື່ອງ.
    ພະຍາກອນອາກາດແຕ່ເວລາ 19 ໂມງ ຂອງວັນທີ 25/07/2021 ຫາ ເວລາ 19 ໂມງ ຂອງວັນທີ 26/07/2021
    ພາກເໜືອດ້ານຕາເວັນອອກ (ແຂວງ ຜົ້ງສາລີ, ຫົວພັນ ແລະ ຊຽງຂວາງ): ຈະມີຝົນຕົກຟ້າຮ້ອງຟ້າເຫຼື້ອມໃນລະດັບຄ່ອຍຢູ່ທົ່ວໄປ ແລະ ຕົກໃນລະດັບປານກາງ ຫາ ໜັກ ຢູ່ບາງທ້ອງຖິ່ນແຂວງຜົ້ງສາລີ ຫຼື ເນື້ອທີ່ການປົກຫຸ້ມຂອງຝົນເທົ່າ
    ກັບ 70% ຂອງພາກ. ໍ
    ພາກເໜືອດ້ານຕາເວັນຕົກ (ແຂວງ ຫຼວງນ້ຳທາ, ບໍ່ແກ້ວ, ອຸດົມໄຊ, ຫຼວງພະບາງ ແລະ ໄຊຍະບູລີ): ຈະມີຝົນຕົກຟ້າຮ້ອງຟ້າເຫຼື້ອມໃນລະດັບຄ່ອຍຢູ່ທົ່ວໄປ ແລະ ຕົກໃນລະດັບປານກາງ ຫາ ໜັກ ຢູ່ບາງທ້ອງຖິ່ນແຂວງ ຫຼວງນ້ຳທາ, ອຸດົມໄຊ ແລະ ບໍ່ແກ້ວ ຫຼື ເນື້ອທີ່ການປົກຫຸ້ມຂອງຝົນເທົ່າກັບ 80% ຂອງພາກ.
    ນະຄອນຫຼວງວຽງຈັນ: ຈະມີຝົນຕົກຟ້າຮ້ອງຟ້າເຫຼື້ອມໃນລະດັບຄ່ອຍຢູ່ທົ່ວໄປ ແລະ ຕົກປານກາງ ຢູ່ບາງບໍລິເວນ ຫຼື ເນື້ອທີ່ ການປົກຫຸ້ມຂອງຝົນເທົ່າກັບ 60%.
    ພາກກາງ (ແຂວງ ວຽງຈັນ, ບໍລິຄຳໄຊ, ຄຳມ່ວນ ແລະ ສະຫວັນນະເຂດ): ຈະມີຝົນຕົກຟ້າຮ້ອງຟ້າເຫຼື້ອມໃນລະດັບ
    ຄ່ອຍ ຫາ ປານກາງຢູ່ທົ່ວໄປ ແລະ ຕົກໜັກ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນແຂວງ ຄຳມ່ວນ ແລະ ສະ ຫວັນນະເຂດ ຫຼື ເນື້ອທີ່ການປົກຫຸ້ມຂອງຝົນເທົ່າກັບ 70% ຂອງພາກ.
    ແຂວງໄຊສົມບູນ: ຈະມີຝົນຕົກຟ້າຮ້ອງຟ້າເຫຼື້ອມໃນລະດັບຄ່ອຍ ຫາ ປານກາງ ຫຼື ເນື້ອທີ່ການປົກຫຸ້ມຂອງຝົນເທົ່າກັບ 80%ຂອງແຂວງ. ໍ
    ພາກໃຕ້ (ແຂວງສາລະວັນ, ເຊກອງ, ຈຳປາສັກ ແລະ ອັດຕ ປື): ຈະມີຝົນຕົກຟ້າຮ້ອງຟ້າເຫຼື້ອມໃນລະດັບຄ່ອຍ ຫາ
    ປານກາງຢູ່ທົ່ວໄປ ແລະ ຕົກໜັກ ຫາ ໜັກຫຼາຍ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນແຂວງສາລະວັນ, ເຊກອງ ແລະ ຈຳປາສັກ ຫຼື ເນື້ອທີ່ການປົກຫຸ້ມຂອງຝົນເທົ່າກັບ 90% ຂອງພາກ.
    ສໍາລັບເຂດພູພຽງບໍລະເວນ: ຈະມີຝົນຕົກຟ້າຮ້ອງຟ້າເຫຼື້ອມໃນລະດັບປານກາງ ຫາ ໜັກ ພ້ອມມີລົມພັດແຮງເປັນບາງ
    ໂອກາດ ຫຼື ເນື້ອທີ່ການປົກຫຸ້ມຂອງຝົນເທົ່າກັບ 90%.

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.