ເຕືອນໄພຍາມຝົນ! ສັດມີພິດອອກລ່າ ດັ່ງສາວໂຊກຮ້າຍຄົນນີ້ ນອນຢູ່ເຮືອນດີໆ ຖືກງູເລືອເຂົ້າມາຕອດເສີຍ

    0
    326

    ຍາມຝົນແບບນີ້ ເຕືອນທຸກຄົນຕ້ອງໝັ່ນລະວັງສັດມີພິດທັງຫຼາຍ ໂດຍສະເພາະຂີ້ເຂັບ, ແມງງອດ ແລະ ງູ ໜ້າຝົນຈັ່ງຊີ້ມັກມີຫຼານ ເລື້ອເຂົ້າເຮືອນໂດຍບໍ່ຮູ້ໂຕ ສະນັ້ນ ທຸກຄົນຕ້ອງໄດ້ຈິງຈັງເອົາໃຈໃສ່ເບິ່ງອີຫຼີ.

    ດັ່ງກໍລະນີຫຼ້າສຸດ ໜ້ວຍກູ້ໄພຕ້ອງເຂົ້າໄປຊ່ວຍເຫຼຶອດ່ວນເນື່ອງຈາກຖືກງູຕອດ…ຖືວ່າຍັງໂຊກດີໄປທີ່ແຈ້ງເຈົ້ານ໊າທີ່ ແລະ ນໍາຕົວສົ່ງໂຮງໝໍທັນ.

    ໂດຍເພຈ ມູນນິທິຮ່ວມໃຈ ລາຍງານໄວ້ວ່າ: ເຕືອນໄພ ໃນຍາມລະດູຝົນແບບນີ້ ລະວັງສັດມີພິດກັດ ວັນທີ 23 ກໍລະກົດ 2021 ເວລາ19:12 ໄດ້ຮັບແຈ້ງເຫດວໍ51(ງູກັດ), ສະຖານທີ່ເກີດເຫດແມ່ນ ບ້ານຄຳຮຸ່ງ ເຊິ່ງມີຜູ້ບາດເຈັບ1ຄົນ ຜູ້ກ່ຽວຊື່ນາງ ຕຸກຕາ
    ອາຍຸ20ປີ ບ້ານ ຄຳຮຸ່ງ ເມືອງ ໄຊທານີ ແຂວງ ນະຄອນຫຼວງ, ເຊິ່ງອາການບາດເຈັບແມ່ນ ຕີນເບື້ອງຊ້າຍ ສະຖານທີ່ນຳສົ່ງ ໂຮງໝໍເສດຖາທິລາດ.

    ແນວໃດກໍ່ຕາມ ແອັດຂໍເຕືອນອີກຄັ້ງໜຶ່ງໃຫ້ທຸກຄົນເຝົ້າລະວັງ ໂດຍສະເພາະຍາມຝົນແບບນີ້ ເພາະມັນອັນຕະລາຍຫຼາຍ.

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.