ແຮງງານລາວຕິດເຊື້ອໂຄວິດ-19 ນຳເຂົ້າ ພົບສາຍພັນເດວຕ້າ ສູງເຖິງ 35%

    0
    381

    ແຮງງານລາວຕິດເຊື້ອໂຄວິດ-19 ນຳເຂົ້າ ພົບສາຍພັນເດວຕ້າ ສູງເຖິງ 35% ! ທ່ານ ດຣ ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ ກ່າວໃນພິທີຖະແຫຼງຂ່າວຂອງຄະນະສະເພາະກິດ ເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ປະຈໍາວັນທີ 25 ກໍລະກົດ 2021 ວ່າ: ມາຮອດປັດຈຸບັນ ການລະບາດຮອບໃໝ່ ຈາກສາຍພັນເດວຕ້າ ໃນບັນດາປະເທດອ້ອມຂ້າງ ສປປ ລາວ ມີລາຍງານພົບສາຍພັນເດວຕ້າສູງເຖິງ 63% ຈຶ່ງເປັນສາເຫດ

    ໃຫ້ມີແຮງງານລາວຈຳນວນຫຼວງຫຼາຍ ກັບຄືນມາປະເທດຕາມຈຸດຜ່ານແດນຕ່າງໆ ໃນຂອບເຂດທົ່ວປະເທດ ແລະ ສຳລັບປະເທດຂອງພວກເຮົາ ກໍ່ໄດ້ມີການຕິດຕາມເຝົ້າລະວັງ ສາຍພັນທີ່ແຮງງານລາວຕິດເຊື້ອນຳເຂົ້າມາ ພົບສາຍພັນເດວຕ້າ ສູງເຖິງ 35% ເຊິ່ງແຮງງານທີ່ຕິດເຊື້ອດັ່ງກ່າວທັງໝົດ ແມ່ນໄດ້ຮັບການປິ່ນປົວໃນໂຮງໝໍ ເຊິ່ງພາຍຫຼັງປິ່ນປົວຫາຍດີ 14 ວັນ ແມ່ນຈະຍັງສືບຕໍ່ຈຳກັດບໍລິເວນຕົນເອງຕື່ມອີກ 7 ວັນ. ພ້ອມນີ້, ສຳລັບແຮງງານທີ່ກັບມາແຕ່ປະເທດເພື່ອນບ້ານທີ່ກວດບໍ່ພົບເຊື້ອນັ້ນ ແມ່ນໄດ້

    ຖືກນຳສົ່ງຈຳກັດບໍລິເວນ ເປັນເວລາ 14 ວັນ ນຳບັນດາສູນຕ່າງໆ ພາຍໃນແຂວງຂອງຕົນ ແລະ ຈະມີການກວດຫາເຊື້ອ 2 ຄັ້ງ ກ່ອນຈະໃຫ້ອອກຈາກສູນ ເພື່ອໃຫ້ພວກກ່ຽວໄປສືບຕໍ່ຈຳກັດບໍລິເວນຕື່ມອີກ 7 ວັນ ຢູ່ເຮືອນຕົນເອງ (ສຳລັບຜູ້ມີເງື່ອນໄຂ) ແລະ ທີ່ສູນຈຳກັດບໍລິເວນຂອງເມືອງ ສຳລັບຜູ້ບໍ່ມີເງື່ອນໄຂ. ທ່ານກ່າວຕື່ມອີກວ່າ: ຕໍ່ກັບສະພາບການດັ່ງກ່າວ ຈຶ່ງສະເໜີໃຫ້ ບັນດາແຮງງານທັງຫຼາຍ ຫຼື ຍາດຕິພີ່ນ້ອງ ທີ່ໄປເຮັດວຽກຢູ່ປະເທດເພື່ອນບ້ານ ຖ້າມີຈຸດປະສົງຢາກກັບຄືນມາປະເທດ ກໍ່ໃຫ້ກັບມາໂດຍ
    ຖືກຕາມລະບຽບກົດໝາຍ ທີ່ທາງຄະນະສະເພາະກິດໄດ້ມີແຈ້ງການອອກມາ ເພື່ອຈະໄດ້ມີການກັ່ນກອງ, ເກັບຕົວຢ່າງ ແລະ ນຳສົ່ງເຂົ້າສູນຈຳກັດບໍລິເວນ, ສ່ວນຜູ້ພົບເຊື້ອ ກໍ່

    ຈະໄດ້ຮັບການປິ່ນປົວແຕ່ຫົວທີ, ທັງໝົດທີ່ກ່າວມານັ້ນ ກໍ່ແມ່ນເພື່ອສະກັດກັ້ນ ບໍ່ໃຫ້ມີການແຜ່ເຊື້ອຈາກການນຳເຂົ້າ ລົງສູ່ຊຸມຊົນ. ພ້ອມດຽວກັນນັ້ນ ກໍ່ຂໍຮຽກຮ້ອງມາຍັງ ອຳນາດການປົກຄອງທ້ອງຖິ່ນທຸກຂັ້ນ ກວດຂັນລາດຕະເວນ ຜູ້ທີ່ລັກເຂົ້າມາ ບໍ່ຖືກຕາມລະບຽບການ ຕາມຊ່ອງທາງທຳມະຊາດ ຫຼື ຖ້າຫາກທ່ານພົບເຫັນ ໃຫ້ລາຍງານຕໍ່ເຈົ້າໜ້າທີ່ກ່ຽວຂ້ອງທັນທີ ເພື່ອນຳສົ່ງພວກກ່ຽວເຂົ້າສູນຈຳກັດບໍລິເວນ ແລະ ເກັບຕົວຢ່າງກວດຫາເຊື້ອໂຄວິດ-19 ເພື່ອສະກັດກັ້ນບໍ່ໃຫ້ແຜ່ເຊື້ອ ໄປສູ່ຄອບຄົວ, ໝູ່ເພື່ອນ, ຄົນອ້ອມຂ້າງ ແລະ ສູ່ຊຸມຊົນ.

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.