ຕອນບ່າຍຂອງວັນທີ 23 ກໍລະກົດ 2021 ນີ້,ອົງການປົກຄອງເມືອງຈຳປາສັກ ໄດ້ນຳພາ ທ້າວ ສົມຄິດ ສິມພະວົງ ອາຍຸ 17 ປີ ອາຊີບ ນັກຮຽນ,ປະຈຸບັນຢູ່ບ້ານຂອນແກ່ນເມືອງຈຳປາສັກ ແຂວງຈຳປາສັກ ເຂົ້າມາຈະມາ ຄາລະວະ ຕໍ່ໜ້າຜາສີນຫີນວັດພູຈຳປາສັກມໍລະດົກໂລກແຫ່ງທີ2 ຂອງສປປລາວ.
ພາຍຫຼັງຜູ້ກຽ່ວໄດ້ກະທຳຜິດ,ຕໍ່ກົດໜາຍ ແລະ ຮີດຄອງປະເພນີ, ທີໄດ້ສ້າງຄວາມເຊື່ອມເສຍທາງດ້ານວັດ ທະນະທຳຮີດຄອງປະເພນີຂອງລາວ ແລະຜິດຕໍ່ກົດລະບຽບຂອງມໍລະດົກ, ໂດຍຜູ້ກຽ່ວ ໄດ້ໄປລັກຖ່າຍຮູບພາບທີໂປເປືອຍອະນາຈານ ບໍ່ເໝາະສົມໃນສະຖານທີ່ມໍລະດົກໂລກວັດພູຈຳປາສັກ ໃນຄັ້ງວັນທີ 28 /5/2021 ທີ່ຜ່ານມາແລ້ວນຳໄປ
ໂຄສະນາຜ່ານສື່ອອນລາຍ ຕໍ່ການກະທຳຂອງຜູ້ກຽວ ອົງການປົກຄອງເມືອງຈຳປາສັກ ຈີ່ງໄດ້ນຳເອົາຜູ້ກຽ່ວມາສືກສາອົບຮົມ ເພື່ອໃຫ້ຜູ້ກຽ່ວມີຈີດສຳນືກ ຮູ້ຜິດຮູ້ຖືກ ຮູ້ອັນໄດເໜາະສົມ.ບໍເໜາະສົມ.ຄິດກອ່ນຈີງເຮັດ ພາຍຫຼັງຜູ້ກຽ່ວໄດ້ຮັບສືກສາອົບຮົບອົງການປົກຄອງເມືອງຈຳປາສັກຈີງໄດນຳເອົາທ້າວ ສົມຄິດ ສິມພະວົງ ມາຂໍຂະມາ ຄາລະວະ ຕໍ່
ໜ້າຜາສາດຫີນວັດພູຈຳປາສັກ ມໍລະດົກໂລກແຫ່ງທີ2 ຂອງລາວ ໂດຍມີ ທ່ານ ພອນພິລົມ ພິຈິດ ກຳມະການພັກເມືອງຫົວໜ້າຫ້ອງການ ຖະແຫຼງຂ່າວ-ວັດທະນະທຳ
ແລະ ທ່ອງທຽ່ວເມືອງຈຳປາສັກ, ທ່ານ ອຳພົນ ແສງພະຈັນ ຫົວໜ້າຫ້ອງການມໍລະດົກໂລກວັດພູຈໍປາສັກ,ພ້ອມດ້ວຍນາຍບ້ານ ພໍ່-ແມ່ ແລະ ຍາດພິນອ້ງຂອງຜູ້ກຽ່ວເຂົ້າຮ່ວມ
Cr: ໄຊຍະສິດ ສີຫາວົງ ຖວທ ເມືອງຈຳປາສັກ