ເຈົ້າແຂວງບໍລິຄຳໄຊ ລົງກວດກາການສຳຫລວດແຮ່ທາດ ຢູ່ເມືອງຄຳເກີດ

    0
    672

    ເຈົ້າແຂວງບໍລິຄຳໄຊ ລົງກວດກາການສຳຫລວດແຮ່ທາດ ຢູ່ເມືອງຄຳເກີດຂປລ. ແຫລ່ງຂ່າວຈາກແຂວງບໍລິຄຳໄຊ ໃຫ້ຮູ້ວ່າ: ເມື່ອບໍ່ດົນມານີ້, ທ່ານ ກອງແກ້ວ ໄຊສົງຄາມ ເຈົ້າແຂວງບໍລິຄຳໄຊ ພ້ອມຄະນະ ໄດ້ລົງກວດກາການສຳຫລວດແຮ່ທາດຂອງກະຊວງປ້ອງກັນປະເທດ ຢູ່ເມືອງຄຳເກີດ ທັງນີ້ ກໍເພື່ອເຮັດໃຫ້ບັນດາໜ້າວຽກໃນກິດຈະກຳ, ຂັ້ນຕອນຕ່າງໆໄດ້ດໍາເນີນໄປຕາມແຜນການທີ່ວາງໄວ້.ໂອກາດນີ້, ທ່ານ ເພັດສະໄໝ ໄຊຍະທິຈັກ ເຈົ້າເມືອງຄຳເກີດ ຕາງໜ້າຜູ້ຮັບເໜົາການສຳຫລວດແຮ່ທາດ ໄດ້ລາງານໃຫ້ຮູ້ວ່າ: ປະຕິບັດຕາມນິຕິກຳຂັ້ນສູນກາງ ແລະ ຂັ້ນທ້ອງຖິ່ນ ຄະນະຮັບຜິດຊອບສຳຫລວດແຮ່ທາດ ໄດ້ຮ່ວມກັບບໍລິສັດ ລັດ 20 ມັງກອນພັດທະນາ, ບໍລິສັດ ແສງອາລຸນ ຂຸດຄົ້ນແຮ່ທາດ ແລະ ບໍລິສັດບໍລິຄຳໄຊມາຍນິງ ຈຳກັດ ແລະ ຂະແໜງການທີ່ກ່ຽວຂ້ອງຂັ້ນແຂວງ, ເມືອງ ໄດ້ລົງສຳຫລວດສຶກສາແຮ່ທາດ ເຂດບ້ານ ວັງຜາ, ທົ່ງແຄະ,

    ວັງກໍ່, ນາກະດົກ ແລະ ບ້ານນາທ່ອນ ເມືອງຄຳເກີດ ໃນເນື້ອທີ 24,28 ກິໂລຕາແມັດ. ປັດຈຸບັນ ສຳເລັດການສ້າງອາຄານທີ່ຢູ່ອາໄສຂອງກຳມະກອນ, ພະນັກກງານວິຊາການ ແລະ ຫ້ອງທອງລອງວິໄຈແຮ່ທາດ, ບຸກເບີກເສັ້ນທາງຂຶ້ນໄປຫາປາກບໍ່, ຂຸດບໍ່ໃໝ່ ໄດ້ 1 ບໍ່ ປະມານ 20 ແມັດ ເພື່ອເຂົ້າຫາແຫລ່ງແຮ່ທາດນໍາມາວິໄຈ. ປັດຈຸບັນ ແມ່ນຢູ່ໃນໄລຍະສຶກສາຄວາມເປັນໄປໄດ້ພາຍໃນ 6 ເດືອນ ຈາກນັ້ນຈະເຂົ້າສູ່ຂະບວນການລົງນາມເຊັນບົດບັນທຶກການຂຸດຄົ້ນເປັນທາງການ.ໃນໂອກາດນີ້ ທ່ານເຈົ້າແຂວງບໍລິຄຳໄຊ ກໍໄດ້ຊີ້ນຳຫລາຍດ້ານ ເປັນຕົ້ນແມ່ນການປົກຮັກສາສິ່ງແວດລ້ອມຊີວະນາໆພັນ, ການປະສານງານລະຫວ່າງພະນັກງານປະຈຳໂຄງການ

    ແລະ ຄະນະຊີ້ນຳຂັ້ນເມືອງ, ຂັ້ນແຂວງໃຫ້ມີຄວາມສອດຄ່ອງ ຖືກຕ້ອງຕາມລະບຽບການ, ໃຫ້ປະຊາຊົນໃນທ້ອງຖິ່ນໄດ້ສ່ວນຮ່ວມໃນຂະບວນການຕ່າງໆ, ສົມທົບກັບກອງອຸທິຍານແຫ່ງຊາດ ນາກາຍ-ນໍ້າເທີນ ສ້າງແຜນພັດທະນາປັບປຸງຊີວິດການເປັນຢູ່ຮອບດ້ານຂອງ ປະຊາຊົນ 5 ບ້ານໄກ້ຄຽງ.ຈາກນັ້ນ, ທ່ານເຈົ້າແຂວງບໍລິຄໍາໄຊ, ພ້ອມຄະນະຍັງ ກໍໄດ້ເອົາເຂົ້າສານ 6 ເປົາ, ໝີ່ສຳເລັດຮູບ, ປ່ອງປາ ແລະ ເຄື່ອງນຸງຫົ່ມ ຈຳນວນໜຶ່ງຈາກອງທຶນ 1 ດວງໃຈບໍລິຄຳໄຊຊ່ວຍເຫລືອສັງຄົມ ແລະ ສະພາປະຊາຊົນແຂວງ ໄປມອບໃຫ້ຄອບຄົວທຸກຍາກ, ຄອບຄົວອານາຖາຢູ່ບ້ານໂພນທອງ ເມືອງຄຳເກີດ ຕື່ມອີກ.
    ຂ່າວ-ພາບ: ສາຍສະໝອນ

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.