ປາດຕິໂທ້! ຄ່າໂດຍສານ ຈາກປາກເຊ -ນະຄອນຫຼວງວຽງຈັນ ຕັ້ງວ່າ 4 ແສນກີບແພງເກີນ

    0
    502

    ຈາກຜູ້ໃຊ້ເຟສບຸກຊື່Lindavanh Mathouchanh  ໄດ້ໂພສວ່າ: ບໍ່ໄດ້ປະຈານເດີ້ ຂໍຮ້ອງຢາກໃຫ້ພາກສ່ວນທີ່ກ່ຽວຂ້ອງຫລື ພາກສ່ວນຂັ້ນເທິງກວດສອບໃຫ້ແດ່ ຊ້ວງໂຄວິດກາຮູ້ຄົນຫາເງິນຍາກ ບໍ່ແມ່ນຈະມາເອີ້ນຂູດຮີດຄ່າລົດເມ ວຽງຈັນ-ປາກເຊ ຫລື
    ປາກເຊ-ວຽງຈັນ ຈາກ170,000- 180,000 ມາຮອດວຽງຈັນຈະມາເອີ້ນເອົາຕາມອຳເພີໃຈບໍ່ໄດ້ ເຖິງແມ່ບ້ານຂ້ອຍຊິເວົ້ານຳຄົນຂັບແນວໃດກາຮູ້ຢູ່ຄົນມັນເດືອດຮ້ອນບໍ່ມີເງິນເຂົາຢາກມາເຮັດວຽກເຂົາກາເວົ້າຫມົດຫັ້ນລະ ແຕ່ຂ້ອຍເປັນຄົນຈ່າຍໃຫ້ລາວກາຄວນເຫັນໃຈກັນ ຄົນທີ່ມາຊອກວຽກເຮັດງານທຳ ແມ່ບ້ານ ຫລືຄົນຕ່າງແຂວງນອກເມືອງ ເຂົາກາທຸກຍາກຂາດເຂີນບໍ່ມີເງິນ ເຂົາຈຶ່ງມາຊອກວຽກເຮັດ ງານທຳ ຢູ່ວຽງຈັນ ຈະສວຍໂອກາດຊ້ວງໂຄວິດແບບນີ້ບໍ່ໄດ້ ແມ່ບ້ານຂ້ອຍກາມີເງິນຕິດໂຕມາ 200,000ກີບ ກາເຮັດໂພ້ດໂພກາເຈົ້າໂພ້ດ ຈົນໄດ້ໃຫ້ຂ້ອຍມາຈ່າຍໃຫ້ ແລະ ເອີ້ນເອົາ 400,000ກີບ ກາຢາກໃຫ້ພາກສ່ວນຂັ້ນເທິງ ຫລື ພາກສ່ວນທີ່ກ່ຽວຂ້ອງໄດ້ມາກວດສອບໃຫ້ແດ່ເດີ້

    ເພາະຂ້ອຍກາຈະເອົາແມ່ບ້ານມາອີກ 2ຄົນ ແລະພະນັກງານ 3ຄົນ ມາແຕ່ສະຫວັນ ອີກ ກາເລີຍ ຢາກໃຫ້ກວດສອບໃຫ້ແດ່ ບໍ່ແມ່ນຈະສວຍໂອກາດ ເອີ້ນເອົາຍາມວິກິດແບບນີ້ ຄົນທຸກເຂົາກາຕາຍລະຕີ້ ເພາະຂ້ອຍກາຕ້ອງໄດ້ຫັກຄ່າເງິນເດືອນແມ່ບ້ານຄືກັນ ກາອີ່ຕົນເຂົາ ຄ່າເງິນຈ້າງລົດເມມາ400,000 ຢາກຂໍອ້ອນວອນໃຫ້ພາກສ່ວນທີ່ກ່ຽວຂ້ອງໄດ້ກວດສອບໃຫ້ແດ່ເດີ້ ເຫັນໃຈກັນແດ່
    ລົດເມຈອດຢູ່ຫລັກ 16 ແຖວປໍ້ານໍ້າມັນແຫ່ງ1

    ແປກໃຈວ່າເປັນຫຍັງບໍ່ເຂົ້າຄິວລົດສາຍໃຕ້ ຈື່ງຢາກເອີ້ນເທົ່າໃດກາໄດ້ຫວ໋າ? ແບບນິ ຢ່າງນ້ອຍເກັບເພີ້ມ 50ພັນກາບໍ່ວ່າຫຍັງດ໋ອກ ອັນນີ້ເອີ້ນເອົາຕັ້ງ 400,000 ຂ້ອຍເຂົ້າໄປຢືນລົມໃນລົດເມ ເປັນ20-30ນາທີ ຕໍ່ 250,000ສາເນາະ ກາວ່າບໍ່ໄດ້ ບໍ່ບໍ່ ຊັ້ນ 300,000ເນາະ ກາວ່າບໍ່ໄດ້ 400,000 ຈະເອົາ4ແສນ ຢ່າງດຽວ ຄົນທຸກຍາກເຂົາຈຶ່ງມາຊອກວຽກເຮັດຫາເງິນຢູ່ວຽງຈັນ ກາອີຕົນເຂົາແດ່ ສົງໃສເຮັດນຳຫລາຍຄົນມາແລ້ວນິ ທີພະທີຈົວ ທີ່ເພິ່ນທີ່ໂຕ ບໍ່ແມ່ນຈະເອົາປຽບກັນໃນຊ້ວງເວລາແບບນີ້ຫນ້າທີ່ຈະເຫັນໃຈກັນ ໃນເວລາວິກິດໂຄວິດແບບນີ້ ຄົນມາຊອກວຽກເຮັດງານທຳຢູ່ໃນເມືອງ


    #ບາດເຮົານ່າ ຊ່ວງໂຄວິດແບບນີ້ເຮັດອາຫານແຈກຕາມໂຮງຫມໍ ແຈກຕາມຈຸດກວດຕ່າງໆ ແຈກຕຳຫລວດເຮັດອາຫານເຂົ້າກ່ອງແຈກຄົນທຸກຄົນຍາກ ແຈກໃຫ້ຄົນພິການ
    #ບາດຄົນທີ່ເຫັນແກ່ໂຕບາງຄົນຈະເອົາປຽບຂູດຮີດກັນໃນຊ້ວງເວລາວິກິດໂຄວິດແບບນີ້ ນິຫວ໋າເພື່ອນມະນຸດຄົນລາວ
    #ຮູ້ແບ່ງປັນຮູ້ໃຫ້ແດ່ຮູ້ຊ່ວຍເຫລືອຄົນແດ່ບໍ່ແມ່ນມີຄວາມຄິດເຫັນແກ່ໂຕຢາກແຕ່ໄດ້ແບບນີ້ຈົນເອົາປຽບຄົນທຸກຄົນຍາກ
    ຂໍຂອບໃຈ

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.