ເຫັນແບບນີ້ແລ້ວເສົ້າໄປອີກ ບໍ່ວ່າແຕ່ແພດໝໍຜູ້ຢູ່ດ່ານໜ້າຮັກສາປິ່ນປົວຜູ້ປ່ວຍໂຄວິດສວມຊຸດ ພີພີອີ ທຸກວັນມັນຈະຂະໜາດໃດ ແລ້ວຄົນປ່ວຍເດເຂົາອົດທົນໄປເທົ່າໃດເບິ່ງເມນເຜົາສົບຍັງຮັບບໍໄຫວລະເບິດເລີຍ.
ເມນເຜົາສົບວັດນ້ຳຊຸນ ເຂດທົນບຸຣີ ກຸງເທບ ຖຶກໃຊ້ງານເຜົາໜັກຈົນເກີນໄປ ໂດຍສະເພາະກໍ່ແມ່ນຜູ້ເສຍຊີວິດຈາກພະຍາດໂຄວິດ 19 ເຮັດໃຫ້ຮ້ອນແຮງຮັບສະພາບບໍ່ໄຫວ ເກີດລະເບິດຈົນໝຸ່ນອຸ້ຍປຸ້ຍຕາມພາບທີ່ເຫັນ.
ເມນດັ່ງກ່າວນີ້ແມ່ນໄດ້ໃຊ້ງານມາແລ້ວ 25 ປີ ກໍ່ບໍ່ເປັນຫຍັງ ແຕ່ພໍມາຮອດຍຸກໂຄວິດນີ້ມັນໂຫດຮ້າຍໃຊ້ງານໜັກເກີນໄປຈົນແຕກກະຈຸຍ ຕອນນີ້ຕ້ອງຮີບສ້າງໂຕໃໝ່ມາໃຊ້ງານຊົ່ວຄາວຈົນກວ່າຈະໄດ້ງົບມາສ້າງອັນທີ່ໄດ້ມາດຖານກວ່ານີ້.
ຖ້າເມນເວົ້າໄດ້ຄົງຂໍຮ້ອງໄປແລ້ວ ຢ່າໃຊ້ງານຫຼາຍເກີນໄປແຕ່ກໍເຫັນໃຈບໍມີໃຜຢາກໃຫ້ເກີດເດີ້ ໂຄວີດມັນໂຫດຮ້າຍເຫຼືອເກີນ