ດວງລາຍວັນປະຈຳວັນທີ 24 ກໍລະກົດ 2021 ການງານ ການເງິນ ຄວາມຮັກ

    0
    695

    ວັນຈັນ:ການ​ງານ ​ຊ່ວງ​ນີ້​ງານ​ທີ່​ເໝາະ​ສົມ​ກັບ​ທ່ານ​ຄື​ງານ​ດ້ານ​ຄວາມ​ສວຍ​ງາມ​ ດ້ານ​ການ​ຂົນ​ສົ່ງ​ຕ່າງ​ໆ​ ດ້ານ​ການ​ຕິດ​ຕໍ່​ເຈລະ​ຈາ​ຈະ​ສຳ​ເລັດ​ໄປ​ໄດ້​ດ້ວຍ​ດີ​ ການ​ເງິນ ມີ​ໂຊກ​ຈະ​ໄດ້​ເງີນ​ ຫາ​ເງີນ​ເຂົ້າ​ມາ​ໄດ້​ເພິ່ມເຕິມ​ຫລາຍ​ຂຶ້ນ​ ສັງເກດ​ໄດ້​ວ່າ​ມີ​ຖານະ​ດີ​ຂຶ້ນ​ກວ່າ​ແຕ່​ກ່ອນ​ ຄວາມ​ຮັກ​ ຍັງ​ຄົງ​ມີ​ຫຼາຍ​ເລື່ອງ​ທີ່​ທ່ານຈະ​ຕ້ອງ​ຈັດການ​ ແຕ່​ກໍ​ຍັງ​ຄິດ​ຫາ​ໃຜ​ບາງ​ຄົົນທີ່​ທ່ານ​ຮູ້ສຶກ​ດີ​ນໍາ​

    ວັນຄານ:ການ​ງານ ມີ​ໂອ​ກາດ​ໂຍກ​ຍ້າຍ​ປ່ຽນ​ແປງ​ທາງ​ດ້ານ​ການ​ງານ​ ຫລື​ປ່ຽນ​ສະພາ​ວະ​ແວດ​ລ້ອມ​ໃນ​ການ​ເຮັດ​ວຽກງານ​ທີ່​ແຕກ​ຕ່າງ​ກວ່າ​ເກົ່າ ການ​ເງິນ ໝຸນ​ຫາ​ໃຊ້​ຈ່າຍ​ໄດ້​ຢ່າງ​ຄ່ອງ​ຕົວ​ ເກັ່ງ​ໃນ​ເລື່ອງ​ການ​ໝຸນ​ຫາ​ໃຊ້​ຈ່າຍ​ຈຶ່ງ​ບໍ່​ມີ​ເລື່ອງ​ເດືອດ​ຮ້ອນ​ໃດ​ໆ​ ຄວາມ​ຮັກ ລະ​ວັງ​ການ​ຂັດ​ແຍ້ງ​ກັບ​ຄົນ​ຮັກ​ໃນ​ຊ່ວງ​ນີ້​ ບໍ່​ຄວນ​ໃຊ້​ອາລົມ​ ໃຊ້​ເຫດຜົນ​ຫລາຍ​ໆ​ ຈຶ່ງ​ຈະ​ດີ​ກັບ​ຄວາມ​ສຳພັນ​

    ວັນພຸດ:ການ​ງານ ຈະ​ເຮັດວຽກ​ຫຍັງ​ໃນ​ຊ່ວງ​ນີ້​ ທ່ານ​ຕ້ອງ​ພິຈາລະນາ​ໃຫ້​ເໝາະ​ສົມ​ກັບ​ແນວ​ທາງ​ທີ່​ໄດ້​ກຳນົດ​ໄວ້​ ການ​ເງິນ ລະ​ມັດ​ລະ​ວັງ​ໃນ​ເລື່ອງ​ຂອງ​ການ​ໃຊ້​ເງີນ​ ແລະ​ການ​ໃຊ້​ຈ່າຍ​ໃນ​ຊ່ວງ​ນີ້​ ບໍ່​ສາມາດ​ໃຊ້​ສິ້ນ​ເປືອງ​ໄດ້​ຄື​ແຕ່​ກ່ອນ​ ຄວາມ​ຮັກ​ ລະ​ວັງ​ຄວາມ​ໃຈ​ຮ້ອນ​ເຮັດໃຫ້​ເກີດ​ຄວາມ​ຂັດ​ແຍ້ງ​ ໃນ​ຊ່ວງ​ນີ້​ຕ້ອງ​ໃຊ້​ເຫດຜົນ​ ແລະ​ຄວາມ​ໃຈ​ເຢັນ​ ການ​ໃຫ້​ອາ​ໄພ​ກັນ​ຈຶ່ງ​ຈະ​ສົ່ງ​ຜົນ​ດີີ​

    ວັນພະຫັດ:ການ​ງານ ຈະ​ເຮັດ​ຫຍັງ​ໃນ​ຊ່ວງ​ນີ້​ເປັນ​ການ​ລົງ​ທຶນ​ນ້ອຍ​ ແຕ່​ໄດ້​ກຳ​ໄລງາມ​ ເນັ້ນ​ທຸລະກິດ​ແບບ​ນີ້​ຈະ​ດີ​ທີ່ສຸດ​ ການ​ເງິນ ການ​ໝຸນ​ຫາ​ໃຊ້​ຈ່າຍ​ທາງ​ດ້ານ​ການ​ເງີນ​ກໍ​ຖື​ວ່າ​ບໍ່​ດົນ​ເກີນ​ໄປ​ ແຕ່​ກໍ​ບໍ່​ໄດ້​ດີ​ປານໃດ​ ຕ້ອງ​ ປະ​ຄັບ​ປະ​ຄອງ​ໄປ​ກ່ອນ​​ ຄວາມ​ຮັກ ​ ຫາກ​ຈະ​ພົບ​ໃຜ​ໃນ​ຊ່ວງ​ນີ້​ທ່ານ​ເປັນ​ຄົົນທີ່​ຈິງ​ຈັງ​ ຂະຫຍັນ​ ເປັນ​ໄປ​ໄດ້​ວ່າ​ຜູ້ໃຫຍ່​ ຫລື​ໝູ່ເພື່ອນ​ທີ່​ມີ​ອາ​ຍຸ​ຫລາຍກວ່າ​ແນະ​ນຳ​ໃຫ້​ຮູ້​ຈັກ​ກັນ​

    ວັນສຸກ:ການ​ງານ​ ຊ່ວງ​ນີ້​ລະ​ວັງ​ການ​ລົງ​ທຶນ​ ແລະ​ການ​ໃຊ້​ຈ່າຍ​ໃຫ້​ດີ​ ການ​ບໍລິຫານ​ຈັດການ​ບໍລິວານ​ກໍ​ຍັງ​ບໍ່​ງ່າຍ​ ອາດຈະ​ມີ​ຄວາມ​ແຕກ​ແຍກ​ ການ​ເງິນ​ ຜົນ​ປະໂຫຍດ​ທີ່​ແບ່ງ​ກັນ​ບໍ່​ລົງ​ຕົວ​ຈະ​ເຮັດໃຫ້​ເກີດ​ຄວາມ​ຂັດ​ແຍ້ງ​ ຄວນ​ປະ​ນີປະ​ນອມ​ໃຫ້​ພໍ​ໃຈ​ກັນ​ທຸກ​ຝ່າຍ​ ແລະ​ຕົກລົງ​ກັນ​ໃໝ່​ຈະ​ໄດ້​ບໍ່​ເກີດ​ບັນຫາ​ຂຶ້ນ​ອີກ​ ຄວາມ​ຮັກ ຍັງ​ບໍ່​ຕັດ​ສິນ​ໃຈ​ໃນ​ເລື່ອງ​ເຫຼົ່າ​ນີ້​ ເພາະ​ມີ​ອີກ​ຫຼາຍ​ຢ່າງ​ທີ່​ຕ້ອງ​ຮີບ​ຈັດການ​

    ວັນເສົາ:ການ​ງານ ລະ​ວັງ​ໃນ​ເລື່ອງ​ຂອງ​ການ​ລົງ​ທຶນ​ ເປັນ​ໄປ​ໄດ້​ຍັງ​ບໍ່​ຄວນ​ລົງ​ທຶນ​ໃດ​ໆ​ ຄວນ​​ເບິ່ງ​ໄປ​ອີກ​ໄລຍະໜື່ງ ຖ້າ​ຟ້າວ​ເກີນ​ໄປ​ຈະ​ເກີດ​ຄວາມ​ຜິດ​ພາດ​ໄດ້​ ການ​ເງິນ ຕ້ອງ​ລະ​ມັດ​ລະ​ວັງ​ໃນ​ເລື່ອງ​ການ​ໃຊ້​ຈ່າຍ​ໃນ​ຊ່ວງ​ນີ້​ ຕ້ອງ​ວາງ​ແຜນ​ການ​ໃຊ້​ເງີນ​ໃຫ້​ອ້ອມ​ຄອບ​ ແລະ ​ລັດ​ກຸມ​ ເງີນ​ທອງຈຶ່ງ​ຈະ​ພໍ​ໃຊ້​ຈ່າຍ​ ຄວາມ​ຮັກ​ ຫາກ​ຈະ​ພົບ​ໃຜ​ໃນ​ຊ່ວງ​ນີ້​ຈະ​ເປັນ​ຄົນ​ໃຈ​ຮ້ອນ​ ຫຶງ​ຫວງ​ງ່າຍ​ ແຕ່​ທ່ານ​ເປັນ​ຄົນ​ເວົ້າ​ເກັ່ງ​ ໂດດ​ເດັ່ນ​ທີ່​ຈະ​ໄດ້​ພົບ​​ໃນ​ຊ່ວງ​ນີ້​

    ວັນອາທິດ:ການ​ງານ ມີ​ການ​ປ່ຽນ​ແປງ​ໂຍກ​ຍ້າຍ​​ໃນ​ເລື່ອງ​ຂອງ​ການ​ງານ​ ຊຶ່ງ​ຢາກ​ຈະໃຫ້​ເກີດຜົນ​ຂຶ້ນ​​ໄວ​ ເພາະ​ເບື່ອ​ ແລະ​ກັງ​ວົນ​ທີ່​ຕ້ອງ​ລຸ້ນ​ນັ້ນ​ເອງ​ ການ​ເງິນ ຍັງ​ຢູ່ໃນ​ເກນ​ຊົງ​ຕົວ​ໃນ​ຊ່ວງ​ນີ້​ ບໍ່​ຖື​ວ່າ​ດີ​ ແລະ​ບໍ່​ຖື​ວ່າ​ດົນ​ເກີນ​ໄປ​ ຊຶ່ງ​ຍັງ​ຈະ​ເປັນ​ແບບ​ນີ້​ໄປ​ອີກ​ໄລຍະໜື່ງ ຄວາມ​ຮັກ ໄດ້​ພົບ​ຮັກ​ກັບ​ຄົົນທີ່​ມີ​ລັກສະນະ​ຄວາມ​ເປັນ​ຜູ້​ນຳ​ ຫລື​ຄົນ​ອາ​ຍຸ​ຫລາຍກວ່າ​ໃນ​ຊ່ວງ​ນີ້​ ແລະ​ລາວຈະ​ນຳ​ໂຊກດີ​ມາສູ່​ທ່ານເຊັ່ນ​ກັນ​

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.