ຄວນຮູ້..!!!ປະຫວັດຄວາມເປັນມາຂອງບຸນເຂົ້າພັນສາ

    0
    321

    ວັນບຸນເຂົ້າພັນສາ ຊຶ່ງວັນບຸນດັ່ງກ່າວໃນປີນີ້ແມ່ນກົງກັບ ວັນທີ 24 ກໍລະກົດ 2021 ຫຼື ຂຶ້ນ 15 ຄໍ່າ ເດືອນ 8 ລາວ ຊຶ່ງເປັນມື້ທີ່ຊາວພຸດທະສາສະໜາຈະໄດ້ພ້ອມກັນນຳພາຄອບຄົວອອກໄປທຳມະເທສະໜາ ແລະ ໄດ້ມີການກະກຽມສິ່ງຂອງຕ່າງໆເພື່ອໄປທຳບຸນໃນມື້ເຂົ້າພັນສາ ບໍ່ວ່າຈະເປັນເຂົ້າຕົ້ມ, ເຂົ້າໜົມ, ສັງຂະທານ, ທຽນພັນສາ, ຜ້ານ້ຳຝົນ ແລະ ອື່ນໆ ເພື່ອໄປຖວາຍແກ່ພະພິກຂຸສົງໃນມື້ເຂົ້າພັນສາຕາມປະເພນີ. ນັ້ນກໍຖືວ່າເປັນວັນສຳຄັນຂອງຊາວພຸດທະສາສະໜາ, ເມື່ອເວົ້າເຖິງປະຫວັດຄວາມເປັນມາຂອງການເຂົ້າພັນສານັ້ນ ເປັນພຸດທະບັນຍັດ ຊຶ່ງພິກຂຸທຸກຮູບຕ້ອງປະຕິບັດຕາມ ໝາຍເຖິງການອະທິຖານວ່າພັກປະຈຳບ່ອນໃດບ່ອນໜຶ່ງໃນໄລຍະລະດູຝົນ ເປັນເວລາ 3 ເດືອນ ໂດຍບໍ່ໄດ້ຄ້າງແຮມຢູ່ບ່ອນອື່ນ ຫຼື ຕາມທີ່ເອີ້ນຕິດປາກກັນທົ່ວໄປວ່າ: ການຈຳພັນສາ.

    ຕາມໄດ້ຍິນຜູ້ເຖົ້າຜູ້ແກ່ເລົ່າຂານກັນວ່າ: ເຂົ້າພັນສາ ແປວ່າ: ພັກຝົນ ໝາຍເຖິງວ່າ ພະພິກຂຸສົງຕ້ອງຢູ່ປະຈຳໃນວັດໃດໜຶ່ງລະຫວ່າງລະດູຝົນ ໂດຍເຫດທີ່ພະພິກຂຸ ໃນສະໄໝພຸດທະການ ມີໜ້າທີ່ຈະຕ້ອງຈາລຶກໂຜດສັດ ແລະ ເຜີຍແຜ່ພະທຳ, ຄຳສັ່ງສອນແກ່ປະຊາຊົນໃນສະຖານທີ່ຕ່າງໆ ບໍ່ຈຳເປັນຕ້ອງມີບ່ອນຢູ່ປະຈຳ ເຖິງແມ່ນວ່າຈະເປັນລະດູຝົນ ຊາວບ້ານຈຶ່ງຕຳນິວ່າ: ໄປຢຽມເຂົ້າກ້າ ແລະ ພືດພັນອື່ນໆຈົນເສຍຫາຍ ພະພຸດທະເຈົ້າຈຶ່ງຊົງວາງລະບຽບການຈຳພັນສາໃຫ້ພະພິກຂຸຢູ່ປະຈຳບ່ອນເກົ່າຕະຫຼອດ 3 ເດືອນ

    ໃນລະດູຝົນຄື: ເລີ່ມຕັ້ງແຕ່ມື້ແຮມ 1 ຄໍ່າ ເດືອນ 8 ຂອງທຸກປີ ເອີ້ນວ່າ: ປຸຣິມະພັນສາ. ຖ້າປີໃດມີເດືອນ 8 ສອງຄັ້ງ (ສອງຫົນ) ກໍເລື່ອນມາເປັນມື້ແຮມ 1 ຄໍ່າ ເດືອນ 8 ຫຼັງ ແລະ ອອກພັນສາໃນມື້ຂຶ້ນ 15 ຄໍ່າ ເດືອນ 11 ເອີ້ນວ່າ: ປັດສິມພັນສາ. ແນວໃດກໍຕາມ ຫາກພະພິກຂຸສົງຮູບໃດມີກິດທຸລະ ຄື: ເມື່ອເດີນທາງໄປແລ້ວບໍ່ສາມາດຈະກັບໄດ້ໃນມື້ນັ້ນ ກໍຊົງອະນຸຍາດໃຫ້ໄປແຮມຄືນໄດ້ຄາວໜຶ່ງບໍ່ເກີນ 7 ຄືນ ເອີ້ນວ່າ: ສັດຕາຫະ ຫາກເກີນກຳນົດນີ້ຖືວ່າບໍ່ໄດ້ຮັບປະໂຫຍດແຫ່ງການຈຳພັນສາ ຈັດວ່າພັນສາຂາດ. ສຳລັບຂໍ້ຍົກເວັ້ນໃຫ້ພະພິກຂຸຈຳພັນສາຢູ່ບ່ອນອື່ນໄດ້ໂດຍບໍ່ຖືເປັນການຂາດພັນສາເວັ້ນແຕ່ເກີນ 7 ວັນ

    ໄດ້ແກ່: ການໄປຮັກສາພະຍາບານພິກຂຸ ຫຼື ບິດາ-ມານດາທີ່ເຈັບປ່ວຍ, ການໄປລະງັບພິກຂຸ-ສາມາເນນ ທີ່ຕ້ອງການຈະສິກບໍ່ໃຫ້ສິກໄດ້, ການໄປເພື່ອກິດທຸລະຂອງຄະນະສົງ ເຊັ່ນ: ການໄປຫາອຸປະກອນມາສ້ອມແປງກຸຕິທີ່ເປ່ເພ, ຫາກຍົກນິມົນໄປທຳບຸນ ກໍໄປສະຫຼອງສັດທາໃນການນຳເພັນກຸສົນຂອງເຂົາໄດ້. ໂດຍປົກກະຕິແລ້ວ ເຄື່ອງໃຊ້ສອຍຂອງພະພິກຂຸສົງຕາມການອະນຸຍາດຂອງພະພຸດທະເຈົ້າໃຫ້ມີປະຈຳຕົວນັ້ນມີພຽງອັດຖະບໍລິຂານ ອັນໄດ້ແກ່ ຜ້າສະບົງຈີວອນ (ຜ້າຄຸມ), ສັງຄາຕິ (ຜ້າສັງຄາ), ເຂັມບາດ ສາຍປະຄົດ (ສາຍຮັດມັດແອວ), ໝໍ້ຕອງນ້ຳ ແລະ ມີດໂກນ.

    ນອກນັ້ນ, ກວ່າພະພິກຂຸສົງທ່ານຈະຫາບ່ອນພັກແຮມໄດ້ ບາງທີກໍຖືກຝົນຕົ້ນລະດູຮຳປຽກ ຊາວບ້ານທີ່ໃຈບຸນຈຶ່ງຖວາຍຜ້າອາບນ້ຳຝົນສຳຫຼັບໃຫ້ທ່ານໄດ້ຜັດປ່ຽນ ແລະ ຖວາຍຂອງຈຳເປັນແກ່ກິດປະຈຳວັນຂອງທ່ານເປັນພິເສດໃນວັນເຂົ້າພັນສາ ນັບເປັນເຫດໃຫ້ມີປະເພນີທຳບຸນເນື່ອງໃນວັນດັ່ງກ່າວສືບຕໍ່ກັນມາກາຍເປັນວັດທະນະທຳທາງສາສະໜາອັນລ້ຳຄ່າ.

    ໂດຍ: ວັນເພັງ
    ປະຊາຊົນ

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.