ຊ່ວຍແຊຣ໌ຕໍ່ຂໍຄວາມຊ່ວຍເຫຼືອ ສາວລາວຢູ່ໄທຕັດສິນໃຈຫອບລູກນ້ອຍໜີອອກຈາກເຮືອນຍ້ອນທົນຕໍ່ຜົວຕົ ບ ຕີ ບໍ່ໄຫວ

    0
    528

    ຈາກເພສ:ແຫມ່ມໂພດຳ(แหม่มโพธิ์ดำ) ໄດ້ໂພສວ່າມີນາງພິດສະໄຫມ ສອນສຸພາບ ເປັນປະຊາຊົນລາວ ແຂວງໄຊຍະບູລີ ມາເຮັດວຽກຢູ່ໄທ ດົນຫລາຍປີແລ້ວ ມີເອກະສານຄົບ ໄດ້ອາໄສຢູ່ກັບສາມີຄົນໄທ ຄົນຈັງຫວັດຍະໂສທອນ ໄດ້ມີລູກນຳກັນ 2 ຄົນ ລູກເປັນຜູ້ຊາຍທັງ2ຄົນ ຜູ້ທີ1. ອາຍຸ 3 ປີ ຜູ້ທີ2. ອາຍຸ 2 ເດືອນ

    ຖືກສາມີ ຕົ ບຕີ ຕະຫລອດ ຫນັກທີ່ສຸດຄືຖືກໄລ່ອອກຈາກເຮືອນ ກໍ່ເລີຍຕັດສິນໃຈຫອບເອົາລູກທັ້ງ 2 ຄົນອອກຈາກເຮືອນເດີນທາງດ້ວຍລົດໂດນສານ ຍະໂສທອນຫນອງຄາຍ ເພື່ອຈະເດີນທາງກັບບ້ານເກີດ ມີເງີນຕິດໂຕມາພຽງ 800 ບາດ ຈ່າຍຄ່າລົດໄປແລ້ວ 500 ບາດ

    ຕອນນີ້ ເຫລືອເງີນພຽງ 300 ບາດ ສ່ວນເອກະສານກ່ຽວກັບລູກທັງ 2 ຄົນບໍ່ມີ ແຕ່ສ່ວນແມ່ມີຄົບທຸກຢ່າງ ທາງເຈົ້າຫນ້າເລີຍບໍ່ໃຫ້ຂ້າມເພາະເອກະສານລູກທັງສອງບໍ່ມີ

    ຕອນນີ້ 3 ຄົນແມ່ລູກຢູ່ທີ່ສາລາຂ້າງທາງ ຫນ້າດ່ານ ຂົວມິດຕະພາບ ໄທ-ລາວ ຈັງຫວັດຫນອງຄາຍ
    ຂໍຝາກພີ່ນ້ອງລາວ ຫລື ພີ່ນ້ອງໄທ ທີ່ຢູ່ແຖວນັ້ນ ເຂົ້າຊ່ວຍເຫລືອ ຫລື ແນະນຳເພີ່ນແດ່ເດີ.
    ຂໍຄວາມຮ່ວມມືຢ່າດຣາມ່າເດີ ຂໍໃຫ້ເມັ້ນຄຳທີ່ສຸພາບເພາະມັນກະທົບຕໍ່ເພີ່ນ ແລະ ເພື່ອຈະມີຜູ້ໃຈດີເຂົ້າໃຫ້ການຊ່ວຍເຫລືອ

    ຂໍ້ມູນຈາກ:แหม่มโพธิ์ดำ

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.