ມີຄວາມເຊື່ອມາແຕ່ບູຮານນະການວ່າ ຄົນຖືພາຫ້າມເຮັດແນວນັ້ນ ຄົນຖືຫ້າມເຮັດແນວນີ້ ໂດຍມັກມີຄໍາເວົ້າລົງທ້າຍສະເໝີວ່າ ບູຮານເຂົາຖື ກໍເພາະວ່າ ແມ່ຍິງ ‘ກາລະເກດ ລານີ” ຂອງຂຸນຫຼວງ ຈາກລະຄອນດັງ ‘ບຸເພສັນນິວາດ” ຕັ້ງທ້ອງໃຫ້ຄຸນຫຼວງ ແລະ ຕະກຸນນະສີ ເມື່ອເວລາວ່າງກໍບໍ່ຮູ້ສີເຮັດຫຍັງ ເລີຍຫຍິບຜ້າຄະມ້າ,ຫຍິບໝອນ ໃຫ້ກັບລູກແຝດ ແຕ່ງານນີ້ກໍຖືກຄຸນຫຍິງປະຈໍາ ຖືກຍຸແຍ່ງວ່າເຂົາບໍ່ນິຍົມເຮັດກັນ ເພາະຈະເຮັດໃຫ້ລູກທີ່ອອກມາປາກແຫວ່ງ
ຄົນຖືພາຫ້າມໄປງານສົບ ແທ້ ຫຼື ບໍ່?
ເປັນເລື່ອງເລົ່າທີ່ສືບທອດກັນມາທຸກໆລຸ້ນ ເພາະຄົນເກົ່າແກ່ຈະບອກວ່າ ການທີ່ຄົນຖືພາໄປງານສົບນັ້ນ ຈະມີວິນຍານທີບໍ່ດີຕາມກັບມາເຮືອນນໍາ ແຕ່ຄວາມເຊື້ອກຸດສະໂລບາຍນັ້ນ ຄືການທີ່ຄົນຖືພາມີຈິດໃຈທີ່ອ່ອນໄຫວງ່າຍ ເມື່ອໄປງານສົບຍິ່ງເຮັດໃຫ້ຫົດຫູ່ເສົ້າໝອງ ອາດຈະເຮັດໃຫ້ຄົນຖືຮູ້ສຶກບໍ່ສະບາຍໄດ້
ຫ້າມຊື້ຂອງໃຊ້ເດັກອ່ອນມາໄວ້ກ່ອນເພາະຫຍັງ?
ຕາມບູຮານຢ້ານວ່າ ຊື້ເຄື່ອງໃຫ້ເດັກນ້ອຍມາແລ້ວເດັກນ້ອຍຈາກບໍ່ໄດ້ມາເກີດ ຄືມີວິນຍານອິດສາ ຈະເຮັດໃຫ້ເດັກບໍ່ໄດ້ມາເກີດແຕ່ຕາມຫຼັກຄວາມເປັນຈິ່ງແລ້ວ ບອກວ່າເຄື່ອງຂອງທີ່ຊື້ມາກຽມກອນທີ່ເດັກຈະເກີດນັ້ນອາດຈະມີເຊື້ອໂລກ ແລະ ເຊື້ອລາ ກ່ອນທີ່ເດັກອ່ນຈະໄດ້ໃຊ້ເປັນບໍ່ເກີດຂອງໂລກຫຼາຍກວ່າ
ຫ້າມສາບແຊ່ງ ຫຼື ດ່າຄົນອືນ?
ເພາະມັນຈະເຮັດໃຫ້ລູກ ເອງຮັບຄວາມບໍ່ດີຂອງສິ່ງເຫຼົ່ານັ້ນ ແຕ່ກົນອຸບາຍຂອງຄົນບູຮານນ່າຈະຢາກໃຫ້ຄົນຖືພາສະບາຍໂຕໃຈມີສຸຂະພາບຈິດທີ່ດີ ບໍ່ມີເວນກໍາໃຜນັ້ນເອງ
ຫ້າມແຫງນເບິ່ງເດືອນ ແທ້ບໍ່?
ແປກທີ່ບູຮານວ່າກັນແບບນັ້ນຄວາມເຊື້ອຂອງຄົນເຖົ້າຄົນແກ່ເລົ່າມາວ່າຮາກແຫງນໜ້າເບິ່ງເດືອນຈະເຮັດໃຫ້ລູກອອກມາຕາເສື່ອງ ແຕ່ຈິງແລ້ວກົນອຸບາຍຂອງຄວາມເຊື້ອນີ້ທີ່ບໍ່ໃຫ້ຜູ້ຍິງທ້ອງແຫງນເບິ່ງເດືອນຍາມຄໍາຄືນ ເພາະການແຫງນດົນໆນັ້ນອາດຈະເຮັດໃຫ້ໜ້າມືດ ແລະ ຫງາຍຫຼັ່ງໄດ້
ຫ້າມນັ່ງຂວາງຂັ້ນໃດ
ອັນນີ້ທ່ານອາດຕ້ອງເຄີຍໄດ້ຍິນ ເພາະຄົນເຖົ້າຄົນແກ່ບອກໄວ້ອີກແລ້ວວ່າ ຖ້າຄົນຖືພານັ່ງຂວາງຂັ້ນໄດ ເດັກຈະເກີດຍາກ ລູກຈະຂວາງທ້ອງຄືຕອນທີ່ຕົນເອງນັ່ງຂວາງຂັ້ນໃດແທ້ຈິິ່ງແລ້ວ
ກົນອຸບາຍເຂົາບອກວ່າມັນອັນຕະລາຍຕ່າງຫາກ ຢ້ານຄົນຖືຈະໜ້າມືດພາດຕົກຂັ້ນໃດໄປຫຼາຍກວ່າຊຶ່ງມັນຈະເຮັດໃຫ້ເກີດອຸປະຕິເຫດໄດ້ງ່າຍ ແລະ ບໍ່ມີໃຜ້ມາຊ່ວຍໄດ້ທັນທີ
ຫ້າມຄົນຖືພາເຮັດວຽກຍິບປັກ ຂໍ້ນີ້ເອງທີ່ແມ່ຫຍິງກາລະເກດຈະເຮັດ
ທີ່ແມ່ຈໍາປາເຕືອນແມ່ຫຍິງບໍ່ໃຫ້ຍິບໝ້ອນ ໂດຍບອກວ່າລູກອອກມາຈະປາກແຫວ່ງ ນັ້ນເປັນເພາະຄວາມເຊື້ອຂອງບູຮານຢ້ານຈະມີອຸບັດຕິເຫດຈາກການໃຊ້ເຄືອງມີຄົມ ຍັງລວມໄປເຖິງເລື່ອງບາດແຜ ແລະ ງານຫຍິບປັກຕ້ອງໃຊ້ເວລາເຮັດດົນຕ້ອງນັ່ງຢູ່ທ່າດຽ່ວ ສິ່ງແນ່ນອນອາດຈະບໍ່ສະບາຍສຳຫຼັບຄົນຖືພາທີ່ຕ້ອງນັ່ງດົນ ນັ້ນເອງ