ຕອນເຊົ້າວັນທີ 21 ກໍລະກົດ 2021 ຄະນະສະເພາະກິດ ເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂ ການລະບາດຂອງພະຍາດ ໂຄວິດ, ສະພາບການລະບາດຂອງພະຍາດ ໂຄວິດ, ຢູ່ ສປປ ລາວ ປະຈຳວັນ ທີ 21 ກໍລະກົດ ປີ 2021, ມາຮອດປະຈຸບັນ ສປປລາວ ມືຈຳນວນຜູ້ຕິດເຊື້ອສະສົມທັງໝົດ 3,863 ຄົນ (ກວດພົບໃໝ່ 153 ກໍລະນີ) , ຄົນເຈັບເສຍຊີວິດ 5 ກໍລະນີ (ໃໝ່ 0), ກຳລັງປິ່ນປົວ 1,322 ກໍລະນີ.
ໃນກໍລະນີຕິດເຊື້ອໃໝ່ ແມ່ນ ບໍ່ມີການຕິດເຊື້ອໃນຊຸມຊົນ , ທັງໝົດແມ່ນຜູ້ທີ່ເດີນທາງກັບຄືນມາຈາກປະເທດໃກ້ຄຽງ ຄື: ນະຄອນຫຼວງວຽງຈັນ 1 ກໍລະນີ, ຈຳປາສັກ 36 ກໍລະນີ, ສະຫວັນນະເຂດ 93 ກໍລະນີ, ສາລະວັນ 13 ກໍລະນີ ແລະ ຄໍາມ່ວນ 10 ກໍລະນີ ) , ທັງໝົດ ແມ່ນແຮງງານລາວ ທີ່ເດີນທາງກັບຄືນມາຈາກປະເທດໃກ້ຄຽງ ເຊິ່ງໄດ້ຮັບອະ ນຸຍາດຈາກຄະນະສະເພາະກິດ ເຂົ້າມາ ຖືກຕ້ອງຕາມລະບຽບຫຼັກການ, ໄດ້ເກັບຕົວຢ່າງ ແລະ ຈຳກັດບໍລິເວນຢູ່ສູນຈໍາກັດບໍລິເວນຂອງແຂວງ, ເມື່ອຜົນກວດເປັນຜົນບວກພວກກ່ຽວໄດ້ ຖືກນຳສົ່ງໄປປິ່ນປົວຢູ່ສະຖານທີ່ປິ່ນປົວ ທີ່ຖືກກຳນົດໄວ້.
ການເດີນທາງເຂົ້າມາ ສປປ ລາວ ຕາມຈຸດຜ່ານແດນ ວັນທີ 20 ກໍລະກົດ 2021 ມີຜູ້ເດີນທາງຜ່ານເຂົ້າມາດ່ານຕ່າງໆໃນສປປລາວ ຈໍານວນ ທັງໝົດ 2,695
ຄົນ.ທຸກຄົນໄດ້ເກັບຕົວຢ່າງ ໄປກວດ ແລະ ຈຳກັດບໍລິເວນ ຢູ່ສູນ ຄົບ 14 ມື້.ວຽກງານການຈໍາກັດບໍລິເວນ ປະຈຸບັນທົ່ວປະເທດມີສູນຈຳກັດບໍລິເວນທີ່ເປີດນໍາໃຊ້ຢູ່ທັງໝົດ 48 ສູນ,ມີຜູ້ຈຳກັດບໍລິເວນທັງໝົດ 6,664 ຄົນ.
ວຽກງານວິເຄາະ ໃນວັນທີ 20 ກໍລະກົດ 2021 ທົ່ວປະເທດ ໄດ້ມີການເກັບຕົວຢ່າງມາກວດຊອກຫາເຊື້ອໂຄວິດ ທັງໝົດ 1151 ຕົວຢ່າງ, ໃນນັ້ນ ກວດພົບຜູ້ຕິດເຊື້ອໃໝ່ 153 ກໍລະນີສະຖານທີ່ ການກັບຕົວຢ່າງ ເພື່ອກວດຫາເຊື້ອ ໂຄວິດ-19 ມີໂຮງໝໍສູນກາງ, ໂຮງໝໍ ແຂວງ ແລະຈຸດກວດເພີ້ມທີ່ຄະນະສະເພາະກິດກຳນົດ ໃນ
ແຕ່ລະແຂວງ
ນອກຈາກນັ້ນຖ້າມີການລະບາດໃນຊຸມຊົນ ທີມງານເຝົ້າລະວັງຈະມີການຄົ້ນຫາກໍລະນີຜູ້ ຕິດເຊື້ອໂດຍການເຄື່ອນທີ່ໄປເກັບຕົວຢ່າງຢູ່ສະຖານທີ່ເຊິ່ງມີຜູ້ຕິດເຊື້ອໃໝ່ (ບ້ານເຂດແດງ ສຳນັກງານອົງການ,ສະຖາບັນການສຶກສາ ແລະ ອື່ນໆ ) ແລະ ບ່ອນທີ່ມີຊຸມຊົນແອອັດ ( ຕະ ຫຼາດສົດ, ໂຮງຈັກ ໂຮງງານ ແລະ ສະຖານທີ່ ທີ່ມີ ແຮງງານກາມະກອນຈານວນຫຼາຍເປັນຕົ້ນ ) .ຈຳນວນບ້ານເຂດແດງໃນນະຄອນຫຼວງວຽງຈັນ ບ້ານໃໝ່ທີ່ການົດເປັນບ້ານເຂດແດງ ບໍ່ມີ ບ້ານທີ່ສິ້ນສຸດການເປັນບ້ານເຂດແດງ ບໍ່ມີ