ບໍລິສັດເບຍລາວ ຊ່ວຍເຫລືອ 300 ລ້ານກີບ ເຂົ້າໃນວຽກງານຕ້ານ-ສະກັດກັ້ນ ພ ະ ຍ າ ດ ໂ ຄ ວ ິ ດ

    0
    202

    ບໍລິສັດເບຍລາວ ຊ່ວຍເຫລືອ 300 ລ້ານກີບ ເຂົ້າໃນວຽກງານຕ້ານ-ສະກັດກັ້ນພະຍາດໂຄວິດ-19ຂປລ. ບໍລິສັດ ເບຍລາວ ຈໍາກັດ ມອບເງິນທຶນຊ່ວຍເຫລືອ ມູນຄ່າ 300

    ລ້ານກີບ ໃຫ້ແກ່ບັນດາແຂວງພາກໃຕ້ ຜ່ານກະຊວງສາທາລານະສຸກ ເພື່ອນໍາໄປຈັດຫາຊື້ຕຽງນອນ ແລະ ອຸປະກອນການແພດຈໍານວນໜຶ່ງ ໃຫ້ສູນຈໍາກັດບໍລິເວນ ນໍາໃຊ້ເຂົ້າ

    ໃນວຽກງານຕ້ານ-ສະກັດກັ້ນການແພ່ລະບາດພະຍາດໂຄວິດ-19.ພິທີມອບ-ຮັບທຶນຊ່ວຍເຫລືອດັ່ງກ່າວ ໄດ້ຈັດຂຶ້ນໃນວັນທີ 19 ກໍລະກົດ 2021 ທີ່ ກະຊວງສາທາລະນະສຸກ

    ນະຄອນຫລວງວຽງຈັນ, ໃຫ້ກຽດມອບໂດຍ ທ່ານ ສູນທອນ ພົມມະຈັກ ປະທານບໍລິສັດ ເບຍລາວ ຈໍາກັດ ພ້ອມດ້ວຍຄະນະ ແລະ ຮັບໂດຍ ທ່ານ ປອ. ດຣ. ບຸນແຝງ

    ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ.ບໍລິສັດ ເບຍລາວ ຈໍາກັດ ໄດ້ກາຍເປັນບໍລິສັດໜຶ່ງທີ່ຢູ່ຄຽງຂ້າງໃນການປະຕິບັດວຽກງານຊ່ວຍເຫລືອດ້ານການຕ້ານ-ສະກັດກັ້ນພະຍາດໂຄວິດ-19 ຊຶ່ງຜ່ານມາ ໄດ້ປະກອບສ່ວນເຖີງ 2.5 ຕື້ກີບ.

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.