ສະຫວັນນະເຂດເປັນແຂວງໜຶ່ງທີ່ມີຜູ້ຕິດເຊື້ອຫຼາຍລຳດັບຕົ້ນໆຂອງບັນດາແຂວງທີ່ພົບຜູ້ຕິດເຊື້ອໃນປະຈຸບັນ ສະນັ້ນເຈົ້າໜ້າທີ່ທຸກພາກສ່ວນແມ່ນມີຄວາມເອົາໃຈໃສ່ຕິດຕາມການເຂົ້າມາຂອງແຮງງານຢ່າງເຄັ່ງຄັດ ແລະພະນັກງານການນຳຫຼັກແຫຼ່ງໄດ້ເຂົ້າຮ່ວມກວດກາຢ່າງໃກ້ຊິດ ອັນສຳຄັນແມ່ນໃຫ້ປະຕິບັດຕາມມາດຕະການປ້ອງກັນໃຫ້ເຂັ້ມງວດ ເພື່ອບໍ່ໃຫ້ພະຍາດແຜ່ລາມໄປໃສ່ບ່ອນອື່ນ.
ຫຼ້າສຸດໃນວັນທີ 16 ກໍລະກົດ 2021 ນີ້ ທ່ານ ພັອ ສົມໝາຍ ພົມມະຈັນ ຫົວໜ້າກອງບັນຊາການ ປກສ ແຂວງ ສະຫວັນນະເຂດ ພ້ອມຄະນະ ໄດ້ລົງເຄື່ອນໄຫວຕິດຕາມກວດກາການສະກັດກັ້ນ ແລະ ຕ້ານພະຍາດໂຄວິດ-19 ຢູ່ຈຸດກວດກາ ຄົນເຂົ້າ-ອອກ ເມືອງດ່ານສາກົນ ຂົວມິດຕະພາບລາວ-ໄທແຫ່ງທີ II ສະຫວັນນະເຂດ -ມຸກດາຫານ
ທີ່ຍັງມີແຮງງານລາວ ໄປເຮັດວຽກຢູ່ປະເທດເພື່ອນບ້ານໄດ້ເດີນທາງກັບປະເທດທີ່ທາງການອະນຸຍາດຢ່າງຖືກຕ້ອງຕາມລະບຽບ ເຊິ່ງຜ່ານດ່ານກໍ່ໄດ້ກວດກາວັດແທກອຸນະພູມ, ຮັກສາໄລຍະຫ່າງຕາມຂັ້ນຕອນຂອງເຈົ້າໜ້າທີ່ວິຊາສະເພາະຢ່າງຖືກຕ້ອງ ແລະນຳໄປກັກຕົວ 14ວັນຢູ່ສູນກັກຕົວທີ່ໄດ້ກໍານົດໄວ້.ຈາກນັ້ນທ່ານກໍ່ໄດ້ໄປ ຕິດຕາມກວດກາຢູ່ ສູນປິ່ນປົວຜູ້ຕິດເຊື່ອພະຍາດໂຄວິດ-19 ຢູ່ຫຼັກ 9 ແລະ ສູນກັກກັນ ຫຼື ກັ່ນກອງແຮງງານລາວທີ່ກັບມາແຕ່ໄປເຮັດວຽກຢູ່ປະເທດເພື່ອນບ້ານ, ເຊິ່ງ ການລົງເຄື່ອນໄຫວໃນແຕ່ລະ
ຈຸດ ນັ້ນ ແມ່ນໄດ້ຮັບຟັງ ການລາຍງານຂອງຄະນະສະເພາະກິດ ທັງໝົດແມ່ນໄດ້ຈັດຕັ້ງປະຕິບັດ ວິທີການກວດຫາເຊື້ອພະຍາດໂຄວິດ19 ຕາມຫຼັກວິຊາການຂອງເເພດ ເພາະວ່າ ແຂວງ ສະຫວັນນະເຂດ ອາດຍັງມີຜູ້ຕິດເຊື່ອພະຍາດເພີມຂຶ້ນເລື້ອຍໆ ດັ່ງນັ້ນກຳລັງປ້ອງກັນຄວາມສະຫງົບແຂວງສະຫວັນນະເຂດ ໄດ້ເພີ່ມທະວີການຈັດຕັ້ງປະຕິບັດ ມາດຕະການເພື່ອປ້ອງກັນ, ຄວບຄຸມ ສະກັດກັ້ນ ການແຜ່ລະບາດຂອງພະຍາດ ໂຄວິດ ຢ່າງເຂັ້ມງວດ.ໂດຍສະເພາະ ຫ້ອງສັນຕິບານ ປກສ ແຂວງ ເປັນ
ເຈົ້າການ ເພີ່ມທະວີການຊີ້ນຳ-ນຳພາ ກຳລັງວິຊາສະເພາະ ເຂັ້ມງວດ ຕິດຕາມກວດກາ ຄົນເຂົ້າ-ອອກເມືອງ ຕາມປະຕູດ່ານ ພ້ອມກັນນັ້ນກໍ່ໄດ້ມີການປະສານສົມທົບ ກັບ ກຳລັງ ປ້ອງກັນຊາດ ເຄື່ອນໄຫວ ກວດກາລາດຕະເວນຂອບເຂດຊາຍແດນ ສະກັດກັ້ນການລັກລອບ ເຂົ້າ-ອອກເມືອງ ແບບບໍ່ຖືກຕ້ອງ ກໍລະນີພົບເຫັນມີການລະເມີດແມ່ນຈະໄດ້ນຳຕົວໄປກວດຫາເຊື້ອ ພ້ອມທັງ ດຳເນີນມາດຕະການຕາມຂັ້ນຕອນຂອງກົດໝາຍ.