ຫວຽດນາມ ພົບຜູ້ຕິດເຊື້ອເພີ່ມ ເກືອບ 6 ພັນຄົນ ປະກາດລັອກດາວພາກໃຕ້

    0
    262

    ສຳນັກຂ່າວຕ່າງປະເທດລາຍງານວ່າ ກະຊວງສາທາລະນະສຸກຫວຽດນາມ ໄດ້ລາຍງານເມື່ອວັນທີ 19 ກໍລະກົດ 2021 ວ່າ: ໃນ 24 ຊົ່ວໂມງຜ່ານມາ ກວດພົບຜູ້ຕິດເຊື້ອໂຄວິດ – 19 ເພີ່ມຂຶ້ນ 5.926 ຄົນ ເຊິ່ງເປັນສະຖິຕິຜູ້ຕິດເຊື້ອລາຍວັນສູງສຸດ ນັບແຕ່ເກີດການລະບາດໃນຫວຽດນາມເປັນຕົ້ນມາ, ສົ່ງຜົນເຮັດໃຫ້ຍອດຜູ້ຕິດເຊື້ອສະສົມຢູ່ທີ່

    53.830 ຄົນ, ຂະນະທີ່ຍອດຜູ້ເສຍຊີວິດສະສົມຢູ່ທີ່ 254 ຄົນ ເພີ່ມຂຶ້ນ 29 ຄົນ.ປັດຈຸບັນພາກໃຕ້ຂອງຫວຽດນາມ ກຳລັງກາຍເປັນສູນກາງຂອງການແຜ່ລະບາດຮອບໃໝ່ ໂດຍເຊື້ອໄວຣັສຫຼັກທີ່ແຜ່ລະບາດໃນຄັ້ງນີ້ແມ່ນສາຍພັນເດວຕ້າ ເຊິ່ງພົບຜູ້ຕິດເຊື້ອທີ່ຢັ້ງຢືນຫຼ້າສຸດ 5.926 ຄົນ, ໃນນັ້ນຈາກນະຄອນໂຮຈິມິນ 4.692 ຄົນ, ແຂວງບິ້ງເຢືອງ

    345 ຄົນ, ແຂວງດົງນ່າຍ 147 ຄົນ ແລະ ແຂວງອື່ນໆອີກຈຳນວນໜຶ່ງ. ທັງນີ້, ພາກໃຕ້ຂອງຫວຽດນາມ ເຊິ່ງເປັນສູນກາງເສດຖະກິດຂອງປະເທດ, ລັດຖະບານໄດ້ປະກາດລັອກດາວພາກໃຕ້ທັງໝົດເປັນເວລາຢ່າງໜ້ອຍ 14 ວັນ ນັບແຕ່ວັນທີ 19 ກໍລະກົດເປັນຕົ້ນໄປ.

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.