ນັກວິໄຈເຜີຍວ່າ ຈາກຄື່ນຄວາມຮ້ອນທີ່ເຮັດໃຫ້ມີສະພາບອາກາດຮ້ອນຫຼາຍໃນຊ່ວງທ້າຍເດືອນທີ່ຜ່ານມາ ໃນການາດາສົ່ງຜົນໃຫ້ຫອຍ ແລະ ສັດທະເລຖືກເຜົາຕາຍປະມານ 1.000ລ້ານໂຕ.
ນັກວິໄຈພາກວິຊາສັດຕະວິທະຍາ ຂອງມະຫາວິທະຍາໄລບຣິຕີສໂຄລໍາເບຍໃນການາດາ ເປີດເຜີຍວ່າ ຈາກຄື້ນຄວາມຮ້ອນທີ່ແຜ່ປົກຄຸມພື້ນທີ່ແຄມຝັ່ງມະຫາສະໝຸດປາຊີຟິກ ຈົນ
ມີອຸນຫະພູມເພີ່ມຂຶ້ນສູງທໍາລາຍສະຖິຕິໃນຊ່ວງທ້າຍເດືອນມິຖຸນາທີ່ຜ່ານມາ ເປັນເຫດໃຫ້ສັດທະເລປະມານ 1.000 ລ້ານໂຕ ເຊັ່ນຫອຍແມງພູ່, ຫອຍກາບ, ຫອຍນາງລົມ ແລະ ດາວທະເລ.
ທີ່ອາໄສຢູ່ບໍລິເວນແຄມຫາດທາງຕາເວັນຕົກຂອງການາດາ ຖືກເຜົາຕາຍ ໂດຍນັກວິໄຈພົບຫອຍແມງພູ່ທີ່ເກາະຢູ່ຕາມໂຂ່ນຫີນເປີດເປືອກອອກ ແລະ ຕົວຫອຍທີ່ຢູ່ພາຍໃນມີລັກສະນະຄ້າຍຄືກັບຖືກອົບຈົນສຸກ.
ຂະນະທີ່ ນັກວິໄຈເປີດເຜີຍ ປົກກະຕິຫອຍແມງພູ່ເຫຼົ່ານີ້ມັກຄຸ້ນເຄີຍກັບການສໍາຜັດອາກາດ ແລະ ແສງແດດລະຫວ່າງຊ່ວງນໍ້າລົງຢູ່ແລ້ວ ແຕ່ພວກມັນມັກບໍ່ສາມາດຢູ່ກາງສະພາບອາກາດ 37.7 ອົງສາເຊວເຊ ເປັນເວລາດົນໄດ້.ໂດຍຂໍ້ມູນຈາກກ້ອງຖ່າຍພາບຄວາມຮ້ອນ ພົບອຸນຫະພູມບໍລິເວນພື້ນຜິວພຸ່ງສູງເກີນ 51.6 ອົງສາເຊວເຊ.