ແຂວງສາລະວັນ ປິ່ນປົວຜູ້ຕິດເຊື້ອພະຍາດໂຄວິດ-19 ຫາຍດີ ຕື່ມອີກ 2 ຄົນ

    0
    218

    ແຂວງສາລະວັນ ປິ່ນປົວຜູ້ຕິດເຊື້ອພະຍາດໂຄວິດ-19 ຫາຍດີ ເພີ່ມອີກ 2 ຄົນ ຄື ເພດຍິງ ອາຍຸ 27 ປີ ບ້ານຢູ່ປັດຈຸບັນ ບ້ານໜາມແທ່ງ ເມືອງຄົງເຊໂດນ, ໄດ້ເຂົ້າຮັບປິ່ນປົວຢູ່ໂຮງໝໍແຂວງ ວັນທີ 2 ກໍລະກົດ 2021 (ກໍລະນີແຮງງານນຳເຂົ້າ), ສ່ວນຜູ້ທີ 2 ແມ່ນເພດຍິງ ອາຍຸ 36 ປີ ຢູ່ບ້ານທົ່ງຈະເລີນ ເມືອງຄົງເຊໂດນ ໄດ້ເຂົ້າປິ່ນປົວ ວັນທີ 4 ກໍລະກົດ 2021 ( ກໍລະນີຕິດເຊື້ອໃນຊຸມຊົນ).

    ຈໍານວນຜູ້ກ່ຽວທັງ 2 ຄົນ ເປັນກໍລະນີ 14 ແລະ 15 ຂອງແຂວງ ເຊິ່ງໄດ້ຮັບການປີ່ນປົວ, ດູແລງເບິ່ງແຍງຈາກແພດໝໍ, ພະຍາບານ ຢ່າງໃກ້ຊິດ ພ້ອມທັງໄດ້ຕິດຕາມ ແລະ ໄດ້ກວດຫາເຊື້ອພະຍາດດັ່ງກ່າວ ບໍ່ພົບ ຈຳນວນຫຼາຍຄັ້ງ ຈຶ່ງໄດ້ຮັບການຢັ້ງຢືນ ແລະ ຈັດສົ່ງກັບບ້ານຢ່າງເປັນທາງການ.ສຳລັບຜູ້ທີ່ໄດ້ຮັບການປີ່ນປົວຫາຍດີ ກໍ່ຕ້ອງ

    ເອົາໃຈໃສ່ປະຕິບັດຕາມຄຳແນະນຳແພດໝໍ, ຈຳກັດບໍລິເວນຕົນເອງຕື່ມອີກ ແລະ ສືບຕໍ່ປະຕິບັດຕາມມາດຕະການປ້ອງກັນພະຍາດໂຄວິດ-19. ສຳລັບແຂວງສາລະວັນ ມີຕົວເລກສະສົມຜູ້ຕິດເຊື້ອພະຍາດໂຄວິດ-19 ຈຳນວນທັງໝົດ 15 ຄົນ ໄດ້ຮັບການປີ່ນປົວຫາຍດີໝົດແລ້ວ, ທັງໄດ້ຈັດສົ່ງກັບພິທີຈັດສົ່ງໄດ້ຈັດຂື້ນວັນທີ 16 ກໍລະກົດ 2021 ຢູ່ທີ່ໂຮງໝໍແຂວງສາລະວັນ. ມີບັນດາທ່ານ ທິມງານ ແພດໝໍ-ພະຍາບານ ແລະ ພາກສ່ວນຕ່າງໆເຂົ້າຮ່ວມ.

    ພາບ-ຂ່າວ: ສິດຕາ ເພັດວົງສາ

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.