ວັນທີ 16 ກໍລະກົດ 2021 ນີ້ ທ່ານ ວິສິດ ພູມມະໄລສິດ ຮອງຫົວໜ້າສູນສື່ສານ ເພື່ອສຸຂະພາບ ແລະ ສຸຂະສຶກສາ ກະຊວງສາທາລະນະສຸກ ໃຫ້ຮູ້ວ່າ: ວັກຊີນ Johnson & Johnson ທີ່ ສປປ ລາວ ຈະໄດ້ຮັບຈຳນວນ 1.008.000 ໂດສ ແມ່ນກຳນົດສັກໃຫ້ 3 ກຸ່ມເປົ້າໝາຍບຸລິມະສິດຄື:
1. ຜູ້ສູງອາຍຸ 60 ປີ ຂື້ນໄປເວລາໄປຮັບວັກຊີນໃຫ້ຖືບັດປະຈຳຕົວ, ສຳມະໂນຄົວ ຫຼື ຫຼັກຖານຢືນຢັນອື່ນໆ ທີ່ບົ່ງບອກອາຍຸ ຢ່າງລະອຽດ.2. ຜູ້ທີ່ມີພະຍາດປະຈຳຕົວ (18 ປີ ຂຶ້ນໄປ)ໃຫ້ຖືຫຼັກຖານການປິ່ນປົວ ຫຼື ການບົ່ງມະຕິພະຍາດ ຫຼື ຢາທີ່ກິນເປັນປະຈຳ (ໃຫ້ມີເອກະສານຢັ້ງຢືນປະຫວັດການປີ່ນປົວ) / ຜູ້ທີ່ມີນໍ້າໜັກມວນສານຮ່າງກາຍ (BMI) ເກີນ > 30 BMI = ນໍ້າໜັກ/ສ່ວນສູງກຳລັງ 2
ພະຍາດປະຈຳຕົວທີ່ກຳນົດຢູ່ໃນເງື່ອນໄຂມີ:ພະຍາດໝາກໄຂ່ຫຼັງ , ເບົາຫວານ, ພະຍາດຫົວໃຈ , ພະຍາດທາງເດີນຫາຍໃຈ , ພະຍາດຕັບ , ພະຍາດຕຸ້ຍ (BMI >30 kg/m2) , ມະເຮັງ , ຜູ້ທີມີຄວາມປົກຜ່ອງທາງດ້ານພູ້ມຄູ້ມກັນ ລວມທັງຜູ້ທິມີການປ່ຽນຖ່າຍອະໄວຍະວະ ,ຜຸ້ທີ່ມີຄວາມດັນເລືອດສູງ ,ຜູ້ທີມີຄວາມຜິດປົກກະຕິ ທາງດ້ານພັນທຸກຳມາແຕ່ກຳເນີດ (Down syndrome)
3. ພະນັກງານແພດ ຫຼື ພະນັກງານດ່ານໜ້າທີ່ພາດໂອກາດສັກວັກຊີນໃນໄລະຍະຜ່ານມາ.ທັງ3ກຸ່ມບຸລິມະສິດທີ່ກ່າວມາຂ້າງເທິງນັ້ນແມ່ນກຳນົດໃຫ້ຈະສັກໃຫ້ສໍາລັບຜູ້ທີ່ບໍ່ທັນໄດ້ຮັບວັກຊີນຕ້ານພະຍາດໂຄວິດ-19 ຊະນິດໃດໆມາກ່ອນເທົ່ານັ້ນ ( ເພາະປະເທດເຮົາຍັງບໍ່ອະນຸຍາດໃຫ້ສັກວັກຊີນແບບປົນກັບຊະນິດໄດ້).