ຂົນໜາວລຸກ! ເກາະງູຢູ່ບຣາຊິວ ເກາະທີ່ໄດ້ຂະໜານນາມວ່າເປັນເຂດອັນຕະລາຍທີ່ສຸດໃນໂລກ

    0
    159

    ເກາະງູ ຫຼື ເກາະ Ilha da Queimada Grande ຢູ່ປະເທດ ບຣາຊິວ ເປັນເກາະທີ່ແອັດເຫັນພຽງພາບຍັງຂົນໜາວລຸກນໍາ ເພາະເທິງເກົານີ້ ເຕັມໄປດ້ວຍງູຫຼາກຫຼາຍຊະນິດ ແລະ ແອັດເຊື່ອວ່າມີຄົນຈໍານວນໜ້ອຍທີ່ຈະກ້າໄປເກາະແຫ່ງນີ້.

    ເກາະງູເປັນເກາະທີ່ມີເນື້ອທີ່ 430.000 ຕາລາງແມັດ ເຊິ່ງສະຖານທີ່ແຫ່ງນີ້ ຖືກຂະໜານນາມວ່າເປັນສະຖານທີ່ໆ ອັນຕະລາຍທີ່ສຸດໃນໂລກຢ່າງແທ້ຈິງ ເພາະມັນປົກຄຸມໄປດ້ວຍງູສາຍພັນ Golden Lancehead Viper ທີ່ເປັນໜຶ່ງໃນງູທີ່ມີພິດຮ້າຍແຮງທີ່ສຸດໃນໂລກ ຈໍານວນຫຼາຍທົ່ວເກາະ ໂດຍຄິດເປັນຈໍານວນ 6ໂຕຕໍ່1ຕາລາງແມັດ.

    ທັ້ງນີ້, ພາຍຫຼັງທີ່ມີຜູ້ເສຍຊີວິດເທິງເກາະນີ້ຫຼາຍລາຍ ລັດຖະບານບຣາຊິວ ຈຶ່ງປິດຕາຍເກາະແຫ່ງນີ້ ແລະ ສັ່ງຫ້າມບໍ່ໃຫ້ໃຜເຂົ້າໄປ ຫຼື ໄປໃກ້ເກາະແຫ່ງນີ້ເດັດຂາດ ຍົກເວັ້ນພຽງແຕ່ນັກວິໄຈ, ຜູ້ຊ່ຽວຊານເລື່ອງງູແທ້ເທົ່ານັ້ນ ແຕ່ກໍ່ຕ້ອງເຮັດເລື່ອງຂໍອະນຸຍາດກ່ອນ ເປັນຕາຢ້ານກະດໍ້

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.