ປະຊຸມດ່ວນ ຫຼວງພະບາງ ເລັ່ງຊອກຫາຜູ້ເດີນທາງຈາກບໍ່ແກ້ວ ເຂົ້າຫຼວງພະບາງ 35 ຄົນ ເຂົ້າສູນກັກກັນໃຫ້ໄວ

    0
    420

    ປະຊຸມດ່ວນ! ຄະນະສະເພາະກິດຫຼວງພະບາງ ເລັ່ງຊອກຫາຜູ້ເດີນທາງຈາກບໍ່ແກ້ວ ເຂົ້າຫຼວງພະບາງ 35 ຄົນ ເຂົ້າສູນກັກກັນໃຫ້ໄວຫຼັງຈາກທີ່ໄດ້ຮັບຂ່າວລົດເມໂດຍສານຈາກແຂວງບໍ່ແກ້ວ 45 ບ່ອນນັ່ງ ນໍາສົ່ງຜູ້ໂດຍສານຈາກແຂວງບໍ່ແກ້ວ ເດີນທາງສູ່ແຂວງຫຼວງພະບາງ ໃນວັນທີ 11 ກໍລະກົດ 2021 ຜ່ານມານີ້ ເຊິ່ງມີຜູ້ໂດຍສານມານໍາກັນ

    ທັງໝົດ 47 ຄົນ (ລວມທັງໂຊເຟີ-ແອັດລົດ) ແລະ ມີຜູ້ໂດຍສານທີ່ລົງຢູ່ ແຂວງ ອຸດົມໄຊ ທີ່ຮ່ວມເດີນທາງມານໍາລົດຄັນດັ່ງກ່າວກວດພົບວ່າຕິດເຊື້ອໂຄວິດ-19.

    ມື້ນີ້, 16 ກໍລະກົດ 2021, ຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດພະຍາດໂຄວິດ-19 ແຂວງຫຼວງພະບາງໄດ້ປະຊຸມດ່ວນ ເພື່ອວາງແຜນ

    ແລະ ຊອກຫານໍາເອົາຜູ້ເດີນທາງມາຈາກແຂວງບໍ່ແກ້ວ ເຂົ້າແຂວງຫຼວງພະບາງ ຈໍານວນ 35 ຄົນ, ຍິງ 27 ຄົນ, ໃນນັ້ນຢູ່ ນະຄອນຫຼວງພະບາງ ມີ 19 ຄົນ, ເມືອງປາກແຊງ 3 ຄົນ, ນໍ້າບາກ 8 ຄົນ, ຊຽງເງິນ 3 ຄົນ, ເມືອງງອຍ ແລະ ເມືອງວຽງຄໍາ ເມືອງລະ 1 ຄົນ ເຂົ້າສູນກັກກັນໃຫ້ໄວ ແລະ ກວດຫາເຊື້ອໂຄວິດ-19 ໃຫ້ທັນການ.
    ຂ່າວ: ສີສຸວັນ,​ ຂ່າວສານຫລວງພະບາງ

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.