ມີກະແສກ່ຽວກັບທະນາຄານການຄ້າມະຫາຊົນ ເພີ່ມຟັງຊັນໃນແອັບ Bcel One ສຳລັບການຊື້ຫວຍພັດທະນາຜ່ານແອັບຂອງຕົນໂດຍສັງຄົມມອງວ່າການກະທຳດັ່ງກ່າວຈະເປັນການເຮັດໃຫ້ຜູ້ຂາຍລາຍຍ່ອຍ ທີ່ອາໄສລາຍໄດ້ເພີ່ມຈະຖືກຕັດໄປໃນຕົວ ແລະ ຍາດແຍ່ງລາຍໄດ້ຈາກພວກເຂົາ ທັງນີ້ກໍເພາະວ່າ ຄົນລາວກາຍເຄິ່ງໜຶ່ງຂອງປະເທດໃຊ້ແອັບທະນາຄານດັ່ງກ່າວ.
ເຊິ່ງຄວາມຈິງແລ້ວແອັບທະນາຄານອື່ນໆ ແລະແອັບຂອງເຄືອຂ່າຍໂທລະຄົມແຕ່ລະເຄືອຂ່າຍລ້ວນແຕ່ສາມາດຊື້ຫວຍໄດ້ແຕ່ກໍຕາມແຕ່ປະຊາຊົນ ຈະບໍ່ກັງວົນເພາະຜູ້ໃຊ້ບໍ່ຫຼາຍ.
ນອກຈາກນີ້ມີຜູ້ໃຊ້ເຟສບຸກທ່ານໜຶ່ງອອກມາໂພສວ່າ: ຄັດຄ້ານໃນນາມທີ່ຂ້ອຍເປັນຜູ້ໜຶ່ງທີ່ຖືຫຸ້ນໃນ ທະນາຄານການຄ້າຕ່າງປະເທດລາວ (ມະຫາຊົນ) ຂ້ອຍຂໍທັກທ້ວງແລະຄັດຄ້ານຕໍ່ການນຳເອົາການຊື້-ຂາຍເລກເຂົ້າໃນແອັບ BCEL One ເຫດຜົນຄື:
1. ເປັນການສົ່ງເສີມການພະນັນຫຼາຍເກີນໄປ: ຜູ້ຄົນໃຊ້ສະໝອງເຮັດວຽກໜ້ອຍລົງ ແຕ່ຈະໄປຄິດຫາແຕ່ການສ່ຽງໂຊກ ແລະສູນເສຍເງິນຈຳນວນບໍ່ໜ້ອຍໃນແຕ່ລະອາທິດ ອັນນຳມາເຊິ່ງຄວາມບໍ່ສະຫງົບສຸກພາຍໃນຄອບຄົວ. ແລະເປັນການເບື່ອເມົາສັງຄົມໃຫ້ເພິ່ງແຕ່ບຸນວາດສະໜາແລະການພະນັນ ເປັນແບບຢ່າງທີ່ບໍ່ດີແກ່ເຍົາວະຊົນ ສົ່ງຜົນໃຫ້ຊັບພະຍາກອນມະນຸດຂອງຊາດຂາດຄຸນນະພາບ.
2. ເປັນການກິນຮວບພຽງຜູ້ດຽວຂອງຜູ້ສຳປະທານຫວຍພັດທະນາ: ຜູ້ມີລາຍໄດ້ໜ້ອຍແລະບໍ່ມີລາຍໄດ້ຈຳນວນຫຼວງຫຼາຍ ຖືເອົາການຂາຍເລກເປັນການຫາລາຍໄດ້ເສີມ. ດັ່ງນັ້ນ, ການເອົາການຊື້ເລກເຂົ້າໃນແອັບ ຈຶ່ງຖືເປັນການຕັດອາຊີບເສີມນີ້ໄປ ມີແຕ່ເຈົ້າຂອງທຸລະກິດຜູກຂາດລາຍໄດ້ພຽງຜູ້ດຽວ.ຂ້ອຍຫວັງຢ່າງຍິ່ງວ່າ ລັດຖະບານກໍຄືຜູ້ບໍລິຫານທະນາຄານການຄ້າຕ່າງປະເທດລາວ(ມະຫາຊົນ) ຈະທົບທວນບັນຫານີ້ຄືນໃໝ່.ດ້ວຍຄວາມນັບຖື ຊ່ວຍກັນເດີພີ່ນ້ອງ