ລາວສູ້ສູ້ ! ກອງທັບນັກກິລາລາວ ອອກເດີນທາງ ຮ່ວມງານກິລາໂອແລມປິກ ເກມ ທີ່ປະເທດຍີ່ປຸ່ນ ຮຽບຮ້ອຍແລ້ວ ທັບນັກກິລາລາວ ອອກເດີນທາງເຂົ້າຮ່ວມງານມະຫະກໍາກິລາໂອແລມປິກສາກົນ ທີ່ນະຄອນຫຼວງ ໂຕກຽວ ປະເທດຍີ່ປຸ່ນ ເປັນເຈົ້າພາບ ລະຫວ່າງວັນທີ 23 ກໍລະກົດ 2021-08 ສິງຫາ 2021 ໂດຍມີນັກກິລາທົ່ວໂລກ 205
ປະເທດ ຈາກ 5 ທະວີບເຂົ້າຮ່ວມຊີງໄຊ.ການເດີນທາງຄັ້ງນີ້ ໄດ້ມີຂຶ້ນໃນຕອນແລງວັນທີ 15 ກໍລະກົດ ຜ່ານມາ ທີ່ສະໜາມບິນສາກົນວັດໄຕ ນະຄອນຫຼວງວຽງຈັນ, ນຳພາ
ໂດຍ ທ່ານ ນາງ ແສງເດືອນ ຫຼ້າຈັນທະບູນ ອະດີດລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ, ປະທານຄະນະກຳມະການໂອແລມປິກແຫ່ງຊາດລາວ (ຄອລ) ແລະ ທ່ານ ສົມພູ ພົງສາ ຮອງປະທານ ແລະ
ເລຂາທິການ ຄອລ ພ້ອມດ້ວຍຄະນະນຳອີກ 3 ທ່ານ, ຄູຝຶກ-ນັກກິລາຢູໂດ, ລອຍນໍ້າ ແລະ ແລ່ນ-ລານ ຈຳນວນ 5 ຄົນ, ຍິງ 4 ຄົນ ກໍຄື ຄູຝຶກ 3 ຄົນ ແລະ ນັກກິລາ 2 ຄົນ ໂດຍໃຫ້ກຽດສົ່ງການເດີນທາງຂອງ ທ່ານ ປອ ນາງ ດາລາວອນ ກິດຕິພັນ ຫົວໜ້າຫ້ອງການ ກະຊວງສຶກສາທິການ ແລະ ກິລາ ແລະ ພາກສ່ວນກ່ຽວຂ້ອງ.
ການເຂົ້າຮ່ວມງານກິລາໂອແລມປິກສາກົນ ທີ່ນະຄອນຫຼວງ ໂຕກຽວ ປະກອບມີ ນັກກິລາລອຍນໍ້າ 2 ຄົນ ກໍຄື ນາງ ສິຣິອາລົມ ບຸດຈະເລີນ ລາຍການລອຍ 50 ແມັດ ປະເພດຟຣີສະຕາຍ ແລະ ທ້າວ ສັນຕິສຸກ ອິນທະວົງ ລາຍການລອຍ 50 ແມັດ ຟຣີສະຕາຍ ເຊັ່ນກັນ ແລະ ນັກກິລາແລ່ນ-ລານ 1 ຄົນ ນາງ ສິຣິນາ ພະອໍາໄພ ປະເພດ
ແລ່ນ 110 ແມັດຍິງ. ຂະນະທີ່ ນັກກິລາ ຢູໂດໜຶ່ງຄວາມຫວັງທັບນັກກິລາລາວ ກໍຄື ທ້າວ ສຸກພະໄຊ ສິດທິສານ ໃນຮຸ່ນນໍ້າໜັກ 60 ກິໂລກຣາມ ແມ່ນໄດ້ເກັບຕົວຝຶກຊ້ອມຢູ່ທີ່ປະເທດຍີ່ປຸ່ນ.
ພາບ-ຂ່າວໂດຍ: ສົງການ