ລາວ-ຍີ່ປຸ່ນ ລົງນາມແລກປ່ຽນ ໂຄງການ ທຶນການສຶກສາ ພັດທະນາຊັບພະຍາກອນມະນຸດ

    0
    610

    ຂປລ. ພິທີລົງນາມເອກະສານແລກປ່ຽນ (Exchange of Notes-E/N) ເພື່ອຮັບເອົາໂຄງການຊ່ວຍເຫລືອລ້າ ຈາກລັດຖະບານຍີ່ປຸ່ນ ໄດ້ມີຂຶ້ນໃນວັນທີ 15 ກໍລະກົດ 2021 ໂດຍການຮ່ວມລົງນາມ ລະຫວ່າງ ທ່ານ ທອງຜ່ານ ສະຫວັນເພັດ ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ແລະ ຕາງໜ້າຝ່າຍຍີ່ປຸ່ນໂດຍ ທ່ານ ທາເກວາກະ ເຄໂຊ (TAKEWAKA Keizo) ເອກອັກຄະຣາຊະທູດ ຍີ່ປຸ່ນ ປະຈໍາລາວ ໂດຍມີພາກສ່ວນກ່ຽວຂ້ອງສອງຝ່າຍ ເຂົ້າຮ່ວມ.ໂຄງການຊ່ວຍເຫລືອໃນຄັ້ງນີ້, ແມ່ນໂຄງການທຶນການສຶກສາ ເພື່ອພັດທະນາຊັບພະຍາກອນມະນຸດ The Project for Human Resource Development Scholarship (JDS), ມູນຄ່າ 313 ລ້ານເຢນ (ປະມານ 3 ລ້ານໂດລາສະຫະລັດ), ເປັນທຶນການສຶກສາລະດັບປະລິນຍາໂທ ແລະ ປະລິນຍາເອກ ທີ່ລັດຖະບານຍີ່ປຸ່ນ ສະໜອງໃຫ້ແກ່ລັດຖະບານ ສປປ ລາວ ໃນການຍົກລະດັບຂີດ

    ຄວາມສາມາດ ຂອງພະນັກງານລັດຖະກອນລາວ ນັບແຕ່ສູນກາງ ລົງຮອດທ້ອງຖິ່ນໃຫ້ນັບມື້ນັບຫລາຍຂຶ້ນ. ນັບແຕ່ ປີ 2000 ມາຮອດປີ 2020, ລັດຖະບານຍີ່ປຸ່ນ ໄດ້ສະໜອງທຶນການສຶກສາດັ່ງກ່າວ ໃຫ້ແກ່ ສປປ ລວມທັງໝົດ 464 ທຶນ (ປະລິນຍາໂທ 454 ທຶນ, ປະລິນຍາເອກ 10 ທຶນ), ໃນຂະແໜງການສຶກສາ, ສາທາລະນະສຸກ, ກະສິກໍາ ແລະ ປ່າໄມ້, ພື້ນຖານໂຄງລ່າງ ແລະ ອື່ນໆ.

    ໃນໂອກາດນີ້, ທ່ານ ທອງຜ່ານ ສະຫວັນເພັດ ກໍໄດ້ຕີລາຄາສູງ ແລະ ສະແດງຄວາມຂອບໃຈຢ່າງຈິງໃຈຕໍ່ການສະໜັບສະໜູນ ແລະ ຊ່ວຍເຫລືອຂອງລັດຖະບານ ກໍຄື ປະຊາຊົນຍີ່ປຸ່ນ ຕະຫລອດໄລຍະທີ່ຜ່ານມາ, ໂດຍສະເພາະ ການຊ່ວຍເຫລືອທາງການເພື່ອການພັດທະນາ (ODA) ຂອງຍີ່ປຸ່ນ ທີ່ຍັງຢູ່ໃນອັນດັບແຖວໜ້າ ຂອງການຊ່ວຍເຫລືອຈາກຕ່າງປະເທດໃຫ້ແກ່ສປປ ລາວ. ເຖິງແມ່ນວ່າສະພາບການລະບາດຂອງພະຍາດໂຄວິດ-19 ໄດ້ເຮັດໃຫ້ການຈັດຕັ້ງປະຕິບັດແຜນງານ ແລະ ໂຄງ ການຮ່ວມມື ຂອງ ສອງລັດຖະບານ ລາວ ແລະ ຍີ່ປຸ່ນ ຈໍານວນໜຶ່ງ ມີຄວາມຫລ້າຊ້າ ຫລື ຖືກເລື່ອນອອກໄປກໍຕາມ, ແຕ່ວ່າຂະບວນການພິຈາລະນາບັນດາໂຄງການສະເໜີປະຈໍາປີ ຂອງ

    ລັດຖະບານລາວ ແມ່ນຍັງສືບຕໍ່ໄດ້ຮັບການຊຸກຍູ້ສົ່ງເສີມ ແລະ ພິຈາລະນາຢ່າງຕັ້ງໜ້າ ຈາກພາກສ່ວນກ່ຽວຂ້ອງ ກໍຄືລັດຖະບານຍີ່ປຸ່ນ. ພ້ອມດຽວກັນນີ້, ທ່ານ ທອງຜ່ານ ສະຫວັນເພັດ ກໍໄດ້ສະແດງຄວາມເສຍໃຈ ແລະ ເຫັນໃຈຢ່າງສຸດຊຶ້ງ ຕໍ່ເຫດການດິນຕົມເຈື່ອນຮຸນແຮງ ຢູ່ ເມືອງອາຕາມິ ແຂວງຊິຊຸໂອໂກະ, ປະເທດ ຍີ່ປຸ່ນ, ໃນວັນທີ 3 ກໍລະກົດ 2021 ຜ່ານມາ.ໃນໂອກາດດຽວກັນນີ້, ທ່ານ ທາເກວາກະ ເຄໂຊ ໄດ້ສະແດງຄວາມຍິນດີ ທີ່ໄດ້ຕາງໜ້າໃຫ້ລັດຖະບານຍີ່ປຸ່ນ ຮ່ວມລົງນາມເອກະສານແລກປ່ຽນ ລະຫວ່າງ ສປປ ລາວ ແລະ ຍີ່ປຸ່ນ ໃນຄັ້ງນີ້ ແລະ ເຊື່ອໝັັ້ນວ່າ ໂຄງການຮ່ວມມືດ້ານການພັດທະນາຊັບພະຍາກອນມະນຸດໃນຄັ້ງນີ້ ຈະປະກອບ ສ່ວນອັນສຳຄັນ ເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ກໍ່ຄື ປະກອບສ່ວນເຂົ້າໃນການສົ່ງເສີມ ການພົວພັນ-ຮ່ວມມື ສອງຝ່າຍ ລາວ-ຍີ່ປຸ່ນ ໃຫ້ນັບມື້ນັບແໜ້ນແຟ້ນຍິ່ງໆຂຶ້ນ.

    ຂ່າວ: ກິດຕາ ພາບ: ຂັນໄຊ

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.