ສະຫວັນນະເຂດ ສ້າງໂຮງໝໍພາກສະໜາມ ຮອງຮັບຜູ້ຕິດເຊື້ອພະຍາດໂຄວິດ-19 ໄດ້ສູງເຖິງ 1.000 ຄົນເພື່ອເປັນການຮອງຮັບດ້ານສະຖານທີ່ປິ່ນປົວສຳລັບຜູ້ຕິດເຊື້ອພະຍາດໂຄວິດ-19 ໃຫ້ພຽງພໍ ແລະ ຫຼີກລ່ຽງຄວາມແອອັດຂອງຜູ້ຕິດເຊື້ອ ພາຍໃນສູນປິ່ນປົວ ຊຶ່ງແຂວງສະຫວັນນະເຂດກໍ່ເປັນແຂວງທີ່ໃຫຍ່ອັນດັບຕົ້ນໆຂອງປະເທດ ແລະ ກໍ່ມີ
ແຮງງານເປັນຈຳນວນຫຼວງຫຼາຍທີ່ໄປອອກແຮງງານຢູ່ປະເທດໃກ້ຄຽງໂດຍສະເພາະແມ່ນປະເທດໄທ ເຊິ່ງໃນແຕ່ລະວັນໄດ້ມີແຮງງານກັບຄືນປະເທດເປັນຈຳນວນບໍ່ໜ້ອຍ
ສ່ວນໃຫຍ່ກໍ່ແມ່ນຂ້າມມາທາງຂົວມິດຕະພາບ 2 ສະຫວັນນະເຂດ – ມຸກດາຫານ. ໃນນັ້ນ, ກໍ່ໄດ້ມີແຮງງານຈໍານວນໜຶ່ງທີ່ກວດພົບວ່າຕິດເຊື້ອພະຍາດໂຄວິດ-19 ຊຶ່ງໃນ
ແຕ່ລະວັນແມ່ນມີຫຼາຍກໍລະນີພໍສົມຄວນ.ອີງຕາມບົດລາຍງານຂອງຄະນະສະເພາະກິດປ້ອງກັນ,ຄວບຄຸມ ແລະ ສະກັດກັ້ນການລະບາດພະຍາດໂຄວິດ-19 ຂັ້້ນແຂວງປະຈຳວັນທີ 13 ກໍລະກົດ 2021 ໄດ້ລາຍງານໃຫ້ຮູ້ວ່າ: ທົ່ວແຂວງສະຫວັນນະເຂດພົບຜູ້ຕິດເຊື້ອພະຍາດໂຄວິດ 19 ສະສົມທັງໝົດ 427 ກໍລະນີ, ຕິດເຊື້ອໃໝ່ 7 ກໍລະນີ, ກໍາລັງ
ປິ່ນປົວ 282 ກໍລະນີ. ໃນນີ້ເປັນແຮງງານນຳເຂົ້າຈຳນວນ 401 ກໍລະນີ ແລະ ອາດຈະມີຜູ້ຕິດເຊື້ອເພີ່ມຂຶ້ນອີກໃນແຕ່ລະວັນ. ສະນັ້ນທາງຄະນະສະເພາະກິດຂັ້ນແຂວງຈຶ່ງໄດ້ສ້າງໂຮງໝໍພາກສະໜາມເພື່ອຮອງຮັບຜູ້ຕິດເຊື້ອ ໂດຍໄດ້ກຳນົດເອົາ ບໍລິສັດອາເດີລານ ລາວຈຳກັດ ເປັນໂຮງໝໍສຳລັບປິ່ນປົວຜູ້ຕິດເຊື້ອ ເຊິ່ງຈຸດດັ່ງກ່າວແມ່ນມີພື້ນທີ່ກວ້າງ
ຫ່າງໄກຈາກຊຸມຊົນ ແລະ ສາມາດຮອງຮັບຜູ້ຕິດເຊື້ອໄດ້ສູງເຖິງ 1.000 ຄົນ ມາຮອດປັດຈຸບັນໂຮງໝໍດັ່ງກ່າວແມ່ນສາມາດເປີດໃຫ້ບໍລິການປິ່ນປົວເປັນທີ່ຮຽບຮ້ອຍແລ້ວ.
ພາບ-ຂ່າວ: ອັກສອນສິນ ພົມມະຈັນ, ວິທະຍຸກະຈາຍສຽງແຂວງສະຫວັນນະເຂດ