ບໍ່ເສຍເວລາທີ່ຈະຮູ້…!!! ຍ້ອນສາເຫດຫຍັງ…ເງີນກີບຈິ່ງອ່ອນຄ່າລົງເລື້ອຍໆ ? ເຮັດໃຫ້ມີອັດຕາເງີນເຟີ້ແລະຂາດດຸນການຄ່າຕໍ່ເນື້ອງ! ເປັນຫຍັງ…. ເງິນກີບຈິ່ງອ່ອນຄ່າ?
ກ່ອນອື່ນເຂົ້າໃຈຄຳວ່າ ເງິນກີບອ່ອນຄ່າໜາຍເຖິງ ເງິນກີບມີມູນຄ່າຫຼຸດລົງເມື່ອທຽບກັບສະກຸນເງິນອື່ນ ເຮັດໃຫ້ເຮົາໃຊ້ເງິນກີບໃນປະລິມານຫຼາຍຂື້ນໃນການແລກປ່ຽນເປັນເງິນສະກຸນອື່ນຕົວຢ່າງ:
ສົມມຸດວ່າ :ປົກກະຕິຄ່າເງິນກີບຢູ່ທີ່ 9,000 ກີບຕໍ່ໂດລາ (1$ = 9,000 kip). ຕໍ່ມາຄ່າເງິນກີບປ່ຽນເປັນ 9,200 ກີບຕໍ່ໂດລາ (1$ = 9,200 kip) ເຫັນໄດ້ວ່າຄ່າເງິນກີບມີມູນຄ່າຫຼຸດລົງເມື່ອທຽບກັບໂດລາ ເຊິ່ງສະຖານະການແບບນີ້ເອິ້ນວ່າ ເງິນກີບອ່ອນຄ່າ. ທາງກົງກັນຂ້າມຖ້າເງິນກີບມາຢູ່ທີ່ເລດ 8,500 ກີບຕໍ່ໂດລາ ໜາຍເຖິງເງິນກີບແຂງຄ່າ
ແລ້ວເປັນຫຍັງ ສປປ ລາວ ເງິນກີບຈື່ງອ່ອນຄ່າ?
ກໍ່ຕ້ອງຕອບຕາມຕົງເລີຍວ່າ ມາຈາກປັດໄຈພື້ນຖານເສດຖະກິດຂອງປະເທດລາວທີ່ຍັງບໍ່ເຂັ້ມແຂງໂດຍສະເພາະປັດໄຈພາຍໃນຕໍ່ໄປນີ້:
1. ອັດຕາເງິນເຟີ້:
ຍົກຕົວຢ່າງໃຫ້ເຫັນງ່າຍໆ ຖ້າຕັ້ງມູນຄ່າເງິນກີບກັບເງິນໂດລາໃນຈຸດເລີ່ມຕົ້ນເທົ່າກັນຄື: 1 ກີບ = 1 ໂດລາ (ອັດຕາແລກປ່ຽນ 1 kip = 1 $) ເວລາຕໍ່ມາເກີດພາວະເງິນເຟີ້ໃນບ້ານເຮົາ ເຮັດໃຫ້ມູນຄ່າເງິນກີບອ່ອນຄ່າລົງ ຈື່ງຕ້ອງໃຊ້ເງິນກີບຫຼາຍຂື້ນໃນການແລກປ່ຽນໂດລາ ເງີນເຟີ້ສູງເທົ່າໃດກໍ່ຍີ່ງເຮັດໃຫ້ເງິນກີບອ່ອນຄ່າລົງນຳ
ເຊິ່ງແອັດໄດ້ລວບລວມຂໍ້ມູນອັດຕາເງິນເຟີ້ ຕັ້ງແຕ່ປີ 2000-2020 ພົບວ່າ:
– ອັດຕາເງິນເຟີ້ປະເທດລາວຢູ່ທີ່ 141.13%
– ອັດຕາເງິນເຟີ້ປະເທດສະຫາລັດອາເມຣິກາຢູ່ທີ່ 44.5%
– ອັດຕາເງິນເຟີ້ປະເທດໄທຢູ່ທີ່ 43.27%
ເຊິ່ງສິ່ງນີ້ກໍ່ສາມາດບົ່ງບອກໄດ້ເລີຍວ່າເປັນຫຍັງເງິນເຟີ້ຈື່ງເຮັດໃຫ້ເງິນກີບອ່ອນຄ່າ ເພາະວ່າເງິນເຟີ້ປະເທດເຮົາສູງກວ່າປະເທດສະຫາລັດ ແລະ ໄທເກີນກວ່າ 3 ເທົ່າ ຢ່າລືມວ່າເງິນເຟີ້ເພິ່ມເທົ່າໃດ ຍິ່ງເຮັດໃຫ້ເງິນທີ່ເຮົາຖືໃນມືດ້ອຍຄ່າໄປນຳ
2. ການຂາດດຸນການຄ້າຢ່າງຕໍ່ເນື່ອງ
ເນື່ອງຈາກການຜະລິດຢູ່ບ້ານເຮົາຍັງບໍ່ເຂັ້ມແຂງ ຈຶ່ງຈຳເປັນຕ້ອງໄດ້ນຳເຂົ້າສິນຄ້າຈາກຕ່າງປະເທດ, ສົ່ງຜົນໃຫ້ຄວາມຕ້ອງການເງິນຕາຕ່າງປະເທດເປັນຈຳນວນຫຼວງຫຼາຍໃນການຊໍາລະສະສາງ ເມື່ອເງີນຕາມີຄວາມຕ້ອງສູງກໍ່ຈະແຂງຄ່າຂື້ນ ສົ່ງຜົນໃຫ້ເງິນກີບອ່ອນຄ່າລົງ ບວກກັບປະເທດເຮົາມີການນຳເຂົ້າຫຼາຍກວ່າການສົ່ງອອກ ເຮັດໃຫ້ບໍ່ສາມາດທ້ອນເງິນຕາເປັນຄັງສຳຮອງໄດ້ເທົ່າທີ່ຄວນ ເຮັດໃຫ້ອຳນາດກາຕໍ່ລອງຂອງເງິນກີບຕໍ່ເງິນຕາຕ່າງປະເທດຕໍ່າ
ເຊິ່ງແອັດລວບລວມຂໍ້ມູນຕັ້ງແຕ່ 1996 ຈົນເຖິງ 2019 ເຊິ່ງປະເທດລາວຂາດດຸນການຄ້າທຸກປີ ແລະ ມີຍອດສະສົມການຂາດດຸນການຄ້າເຖິງ 11,568 ລ້ານໂດລາ (ຖ້າປຽບທຽບເປັນບໍລິສັດກໍ່ຄືຂາດທຶນທຸກປີ ເມື່ອບໍລິສັດຂາດທຶນທຸກປີກໍ່ສົ່ງຜົນຕໍ່ຄວາມໜ້າເຊື່ອຖືແລະອຳນາດຕໍ່ລອງຂອງບໍລິສັດຫຼຸດລົງ)
3. ການລົງທຶນໂດຍກົງຈາກຕ່າງປະເທດ
ການລົງທຶນໂດຍກົງຂອງຕ່າງປະເທດປະກອບມີ 2 ສ່ວນຄື: ການລົງທຶນໂດຍກົງແບບຮ່ວມທຶນ ແລະ ເງິນທີ່ກູ້ຢືມຈາກພາຍນອກມາລົງທຶນ ເຊິ່ງໃນຫຼາຍໂຄງການລົງທຶນໃຫຍ່ນັ້ນກໍເຫັນວ່າມີກະແສເງິນລົງທຶນໂດຍກົງໃນຮູບແບບການລົງທຶນນັ້ນເປັນການກູ້ຢືມ ເຊິ່ງແນ່ນອນເມື່ອເຮົາກູ້ຢືມກໍ່ຕ້ອງມີພັນທະໃນການຊໍາລະໜີ້ສິນຕໍ່ຕ່າງປະເທດຕໍ່ໄປ
4. ມີຫຼາຍສະກຸນເງິນໃຊ້ຈ່າຍໃນສັງຄົມລາວ
ປະເທດລາວມີສະກຸນເງິນ ”ກີບ” ເປັນຂອງໂຕເອງກໍ່ຈີງ ແຕ່ກໍ່ປະຕິເສດບໍ່ໄດ້ວ່າໃນລະບົບເສດຖະກິດບ້ານເຮົາມີຫຼາຍສະກຸນເງິນໃນການໃຊ້ຈ່າຍໃນສັງຄົມລາວໂດຍສະເພາະ ໂດລາ, ບາດ ແລະ ນ້ອງໃຫມ່ມາແຮງກໍ່ຄືເງິນຢວນ ສົ່ງຜົນໃຫ້ຄວາມຕ້ອງການຖືເງິນກີບໜ່ອຍລົງ ເຮັດໃຫ້ຄົນຕ້ອງການຖືເງິນຕາຫຼາຍຂື້ນ ແລະ ທີ່ສຳຄັນການໃຊ້ຈ່າຍຫຼາຍສະກຸນເງິນໃນສັງຄົມເຮັດໃຫ້ທະນາຄານກາງບໍ່ສາມາດຄວບຄຸມປະລິມານເງິນໃນເສດຖະກິດໄດ້ຢ່າງມີປະສິດທິພາບ ເພາະບໍ່ຮູ້ເງິນຢູ່ຈຸດໃດແດ່
ພ້ອມນັ້ນກໍ່ຍັງມີປັດໄຈອື່ນໆທີ່ເຮັດໃຫ້ເງິນກີບອ່ອນຄ່າເຊັ່ນ: ພາວະເສດຖະກິດພາຍໃນປະເທດ, ສະຖຽນລະພາບທາງການເງິນຂອງປະເທດ, ການຊື້-ຂາຍເງິນຕາລະຫວ່າງປະເທດ, ການດຳເນິນນະໂຍການເງິນຕ່າງປະເທດທີ່ເຮັດໃຫ້ເງິນຕາແຂງຄ່າ ເປັນຕົ້ນ.
ວິທີແກ້:
1. ອັດຕາເງິນເຟີ້:
ປະເທດລາວຄວນຕ້ອງຕັ້ງເປົ້າໜາຍເງິນເຟີ້ທີ່ໃຫ້ໃກ້ຄຽງກັບປະເທດສະຫາລັດອາເມຣິກາ ເນື່ອງຈາກເງິນໂດລາເປັນສູນກາງຂອງໂລກ ເຊິ່ງປະເທດສະຫາລັດຈະມີເປົ້າໜາຍເງິນເຟີ້ຢູ່ 2%/ປີ, ຖ້າເງິນເຟີ້ເຮົາເກີນ 2% ສະແດງວ່າເງິນກີບຈະອ່ອນຄ່າ
2. ດຸນການຄ້າ:
– ເພິ່ມສັກກະຍາພາບດ້ານລາຍຮັບ ແລະ ກະຈາຍຄວາມສ່ຽງຈາກລາຍຮັບເພິ່ມຕື່ມ ເນື່ອງຈາກລາຍຮັບປະເທດລາວເພິ່ງພາຊັບພະຍາກອນທຳມະຊາດສູງເກີນໄປເຊັ່ນ: ບໍແຮ່ແລະໄຟ້າ ເຊິ່ງທັ້ງສອງຢ່າງນີ້ກວມເອົາເກີນ 50% ຂອງການສົ່ງອອກທັ້ງຫມົດ ເຊິ່ງຊັບພະຍາກອນເຫຼົ່ານີ້ມີຂໍ້ຈຳກັດ
– ຫຼຸດຜ່ອນການນໍາເຂົ້າໃນສິ່ງຄ້າທີ່ປະເທດຕົວເອງຜະລິດໄດ້ ຄວບຄູ່ການສົ່ງເສີມທຸລະກິດບ້ານເຮົາໃຫ້ໃຫຍ່ແລະເຂັ້ມແຂງສາມາດແຂ່ງຂັນຕ່າງປະເທດໄດ້ ແລະ ສາມາດສົ່ງອອກສິນຄ້າຂາຍຕ່າງປະເທດໄດ້ ເຊິ່ງຈະເຮັດໃຫ້ປະເທດຫຼຸດຜ່ອນເງິນຕາໄຫຼອອກ ແລະ ເພິ່ມເງິນຕາເຂົ້າມາ ສົ່ງຜົນໃຫ້ປະເທດມີອຳນາດໃນການຕໍ່ລອງຄ່າເງິນໄດ້
3. ການລົງທຶນ
ດຶງດູດການລົງທຶນຈາກຕ່າງປະເທດໃຫ້ຫຼາຍຂື້ນ ໂດຍສະເພາະການລົງທຶນດ້ານເທັກໂນໂລຢີ ຄວບຄູ່ສ້າງແຮງງານດ້ານນິ້ໄປພ້ອມກັນ ເຊິ່ງຈະສະທ້ອນການລົງທຶນໂດຍກົງທີ່ແທ້ຈິງ ເພາະຕ່າງປະເທດມາລົງທຶນບ້ານເຮົາຕ້ອງເອົາເງິນຕາມາແລກປ່ຽນເປັນເງິນກີບໃນການລົງທຶນບ້ານເຮົາ ເຮັດໃຫ້ລັດມີເງິນຕາເພິ່ມຂື້ນ ສ່ວນການກູ້ຢືມລົງທຶນຂອງລັດຖະບານຄວນພິຈາລະນາຄວາມສາມາດໃນການໃຊ້ໜີ້ຄວບຄູ່ກັນໄປ
4. ການໃຊ້ຈ່າຍຫຼາຍສະກຸນເງິນ
ຄວນສ້າງຄວາມໜ້າເຊື່ອສະກຸນເງິນກີບໃຫ້ມີສະຖຽນລະພາບແລະໜ້າເຊື່ອ ເມື່ອຄົນລາວຮູ້ສືກວ່າການຖືເງີນກີບຢູ່ກັບມືແລ້ວຮູ້ສືກວ່າມູນຄ່າເທົ່າເກົ່າຫຼືບໍ່ປ່ຽນແປງຫຼາຍ ຄົນລາວກໍ່ຈະຖືເງິນກີບຫຼາຍຂື້ນ ແຕ່ຈະເຮັດໄດ້ກໍ່ຕ້ອງແກ້ຂໍ້ 1, 2 ແລະ 3 ກ່ອນ
ເຊິ່ງໃນຂໍ້ທີ່ແອັດສະເໜີແກ້ໄຂບອກຕາມຕົງເລີຍວ່າ ແກ້ໄຂຍາກສຸດໆ ບັນຫາມີຫຼາຍມິຕິ ຖ້າຄິດເພິ່ງແຕ່ທະນາຄານກາງແກ້ໄຂບັນຫາເງິນອ່ອນຄ່າຢ່າງດຽວບໍ່ໄດ້ (ເຖິງແກ້ໄດ້ ກາແກ້ໄດ້ແຕ່ປາຍເຫດ) ເພາະບັນຫາທີ່ເກີດຂື້ນມັນຮາກຖານເສດຖະກິດປະເທດລາວແຕ່ໃດມາ ເຊິ່ງມັນກວມໄປໝົດທຸກກະຊວງ ເຊິ່ງແອັດຄິດວ່າວິທີແກ້ໄຂທີ່ດີສຸດ ລັດຖະບານ ຕ້ອງສ້າງທີມແກ້ໄຂບັນຫານີ້ສະເພາະຂື້ນມາ ເຊິ່ງຕ້ອງດືງຄົນເກັ່ງໆມາຈາກກະຊວງຕ່າງໆເຊັ່ນ:
ທະນາຄານກາງ ກະຊວງການເງິນ ກະຊວງແຜນການແລະການລົງທຶນ ກະຊວງອຸດສະຫະກຳແລະການຄ້າ ອາຈານຈາກມະຫາວິທະຍາໄລ ຫຼືຄົນເກັ່ງໆຈາກອົງກອນອື່ນໆ ເພື່ອມາແກ້ໄຂບັນຫານີ້ສະເພາະ ຖ້າເຮົາໃຊ້ວິທີແກ້ເດີມໆ ຜົນກໍ່ອອກມາເດີມໆ
ໜາຍເຫດ: ຖ້າຜິດພາດປະການໃດ ຂໍໂທດຂໍອະໄພນຳ
ຂອບໃຈທີ່ມ:10 STORY ເລື່ອງເລົ່າຂອງ 10