ກົງສູນ ໃຫຍ່ແຫ່ງຣາຊະອານາຈັກໄທ ມອບອຸປະກອນການແພດຊ່ວຍເຫຼືອ ແຂວງສາລະວັນ

    0
    518

    ວັນທີ 13 ກໍລະກົດ 2021 ທ່ານ ອະທິປັດ ໂຣດຈະນະໄພບູນ ກົງສູນໃຫຍ່ແຫ່ງຣາຊະອານາຈັກໄທປະຈໍາແຂວງສະຫວັນນະເຂດ ສປປລາວ ໄດ້ມາມອບເຄື່ອງຊ່ວຍເຫຼືອ ອຸປະກອນການແພດ ປະເພດເຄື່ອງຊ່ວຍຫາຍໃຈສະຊິດແຮງດັນບວກແບບຕໍ່ເນື່ອງ (CPAP) ຈໍານວນ 2 ເຄື່ອງ ມີມູນຄ່າ 492.200 ບາດ. ເປັນກຽດກ່າວຮັບໂດຍ ທ່ານ ໂພໄຊ ໄຊຍະສອນ ເຈົ້າແຂວງໆສາລະວັນ.

    ການມອບເຄື່ອງຊ່ວຍເຫຼືອ ອຸປະກອນການແພດ ປະເພດເຄື່ອງຊ່ວຍຫາຍໃຈສະຊິດແຮງດັນບວກແບບຕໍ່ເນື່ອງ (CPAP) ເພື່ອໃຫ້ແຂວງສາລະວັນ ນຳໃຊ້ເຂົ້າການປິ່ນປົວຄົນເຈັບ ທີ່ໂຮງໝໍແຂວງສາລະວັນ ກໍເພື່ອໃຫ້ການປິ່ນປົວຄົນເຈັບຂອງແພດໝໍໄດ້ມີປະສິດທິພາບ ແລະ ປະສິດທິຝົນຂຶ້ນຕື່ມ.

    ທ່ານ ເຈົ້າແຂວງໆສາລະວັນ ກໍໄດ້ມີຄຳເຫັນ ແລະສະແດງຄວາມຂອບໃຈທີ່ທາງກົງສູນໃຫຍ່ແຫ່ງຣາຊະນາຈັກໄທ ປະຈຳ ແຂວງສະຫວັນນະເຂດທີ່ໄດ້ນຳເອົາເຄື່ອງດັ່ງກ່າວນີ້ມາມອບໃຫ້ແຂວງສາລະວັນ ເຊິ່ງເປັນການປະກອບສ່ວນຢ່າງໃຫຍ່ຫຼວງໃນການພັດທະນາເສດຖະກິດ-ສັງຄົມ, ການແກ້ໄຂຄວາມທຸກຍາກໂດຍສະເພາະການຊ່ວຍເຫຼືອໃນດ້ານຂົງເຂດສາທາລະນະສຸກ. ນີ້ເປັນການເພີ່ມທະວີການພົວພັນຮ່ວມມືທີ່ດີລະຫ່ວາງ 2 ຊາດລາວ-ໄທ ໃຫ້ນັບມື້ແໜ້ນແກ່ນຍິ່ງຂຶ້ນ.

    ພາບ-ຂ່າວ: ສິດຕາ ເພັດວົງສາ

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.