ປະມານ 15% ຂອງແຮງງານລາວທີ່ເດີນທາງກັບຄືນປະເທດ ແມ່ນ ຕ ິ ດ ເ ຊ ື ້ ອ ພ ະ ຍ າ ດ ໂ ຄ ວ ິ ດ

    0
    429

    ແຮງງານລາວທີ່ເດີນທາງກັບຄືນປະເທດກວ່າ 15 ເປີເຊັນ ຕິດໂຄວິດ-19 ພ້ອມເຂົ້າປິ່ນປົວທີ່ໂຮງໝໍຫຼາຍແຫ່ງໃນບັນດາແຂວງຕ່າງໆ ເຊິ່ງໄດ້ເພີ່ມຄວາມສ່ຽງທັງເປັນໄພຂົ່ມຂູ່ຕໍ່ການແຜ່ເຊື້ອ ແລະ ລະບາດເປັນວົງກວ້າງພາຍໃນປະເທດ.ທ່ານ ດຣ. ສະໜອງ ທອງຊະນະ, ຮອງລັດຖະມົນຕີກະຊວງສາທາລະນະສຸກ ໄດ້ກ່າວໃນໂອກາດຖະແຫຼງຂ່າວທີ່

    ຈັດຂຶ້ນຢູ່ນະຄອນຫຼວງວຽງຈັນມື້ນີ້ວ່າ: ສະພາບການລະບາດໃນຊຸມຊົນພາຍໃນປະເທດຂອງພວກເຮົາຫຼຸດຜ່ອນລົງ ກໍຍ້ອນມີມາດຕະການທີ່ເຂັ້ມງວດຂອງຄະນະສະເພາະກິດ ແລະ ການປະກອບສ່ວນຂອງທຸກພາກສ່ວນໃນສັງຄົມ ແຕ່ເຖິງປານນັ້ນ ພວກເຮົາຍັງມີຄວາມສ່ຽງສູງຕໍ່ການແຜ່ເຊື້ອ ເນື່ອງຈາກປັດຈຸບັນ ມີແຮງງານລາວເດີນທາງກັບຄືນປະເທດ

    ເປັນຈຳນວນຫຼາຍ. ໃນນັ້ນ, ຈາກການເກັບຕົວຢ່າງກວດຫາເຊື້ອພົບວ່າແຮງງານຈຳນວນດັ່ງກ່າວນັ້ນ ມີອັດຕາການຕິດເຊື້ອຫຼາຍກວ່າ 15%.ທ່ານ ດຣ. ສະໜອງ ທອງຊະນະ ກ່າວຕື່ມວ່າ: ເມື່ອສະພາບເປັນເຊັ່ນນັ້ນ, ພວກເຮົາຈໍາເປັນຕ້ອງໄດ້ເອົາໃຈໃສ່ໃນດ້ານວຽກງານການກັ່ນຕອງ, ການກວດຫາເຊື້ອຢ່າງເຄັ່ງຄັດ ແລະ ຮຽກຮ້ອງໃຫ້ພໍໍ່ແມ່,

    ປະຊາຊົນ ຊ່ວຍເປັນຫູເປັນຕາໃນການລາຍງານເຈົ້າໜ້າທີ່ ເມື່ອພົບເຫັນຜູ້ທີ່ເດີນທາງເຂົົ້າມາລາວໂດຍບໍ່ຖືກຕ້ອງຕາມລະບຽບຫຼັກການ, ທັງນີ້ກໍເພື່ອຈະໄດ້ມີການເກັບຕົວຢ່າງ ແລະ ຈຳກັດບໍລິເວນ ເພື່ອຕັດວົງຈອນການລະບາດ ບໍ່ໃຫ້ແຜ່ລາມໄປສູ່ຊຸມຊົນ.ປັດຈຸບັນ, ທາງຄະນະສະເພາະກິດຈະມີການສົມທົບ ແລະ ຊຸກຍູ້ໃຫ້ບັນດາແຂວງ ໃນການ

    ກະກຽມໂຮງໝໍພາກສະໜາມ ແລະ ສະຖານທີ່ຈຳກັດບໍລິເວນ ໂດຍສະເພາະ ບັນດາແຂວງທີ່ມີຊາຍແດນຕິດຈອດກັບປະເທດໃກ້ຄຽງ ເພື່ອຮອງຮັບແຮງງານລາວທີ່ເດີນທາງກັບຄືນປະເທດໃຫ້ພຽງພໍ.

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.