ໃນທ້າຍປີ 2019 ຜ່ານມາ, ກົມຄຸ້ມຄອງທະນາຄານທຸລະກິດ (ກຄທ) ທະນາຄານແຫ່ງ ສປປ ລາວ (ທຫລ) ໄດ້ອອກແຈ້ງການໃຫ້ລູກຄ້າເງິນຝາກ ແລະ ເຈົ້າໜີ້ຂອງທະນາຄານ ລາວກໍ່ສ້າງ ຈໍາກັດ ເຂົ້າແຈ້ງຂໍ້ມູນເງິນຝາກ ແລະ ໜີ້ສິນຂອງຕົນ ຢູ່ທະນາຄານ ລາວກໍ່ສ້າງ ເພື່ອແກ້ໄຂບັນຫາທະນາຄານດັ່ງກ່າວ ທີ່ຕົກຢູ່ໃນພາວະຂາດສະພາບຄ່ອງ, ຂາດຄວາມ ໝັ້ນຄົງ, ທຫລ ມີຄວາມຈໍາເປັນເຂົ້າຄວບຄຸມ ເພື່ອແກ້ໄຂບັນຫາດັ່ງກ່າວ ຕາມລະບຽບກົດໝາຍ ໄດ້ກໍານົດໄວ້.
ຕໍ່ບັນຫາດັ່ງກ່າວ; ໃນຕອນເຊົ້າຂອງວັນທີ 12 ກໍລະກົດ 2021 ທ່ານ ອາລຸນ ບຸນຍົງ ຫົວໜ້າກົມຄຸ້ມຄອງທະນາຄານ ທຸລະກິດ ທຫລ ໄດ້ເປີດເຜີຍຢ່າງເປັນທາງການ ຕໍ່ສື່ມວນຊົນພວກເຮົາ ກ່ຽວກັບການເບີກຈ່າຍເງິນຝາກ ຂອງລູກຄ້າ ເງິນຝາກທະນາຄານ ລາວກໍ່ສ້າງ ຈໍາກັດ ໂດຍອີງຕາມຂໍ້ຕົກລົງ ວ່າດ້ວຍການແຕ່ງຕັ້ງຄະນະຄຸ້ມຄອງຊັບສິນ ແລະ ດໍາເນີນຄະດີທະນາຄານ ລາວກໍ່ສ້າງ ຈໍາກັດ ສະບັບເລກ ທີ 689/ທຫລ ລົງວັນທີ 03 ທັນວາ 2020 ແລະ ອີງຕາມຂໍ້ຕົກລົງ ວ່າດ້ວຍການຈ່າຍຄືນເງິນຝາກ ໃຫ້ລູກຄ້າເງິນຝາກ ສະບັບເລກທີ 09/ຄຊ. ທລກ ລົງວັນທີ 30 ມິຖຸນາ 2021.
ປະຈຸບັນ, ທຫລ ກະກຽມການ ຈ່າຍຄືນເງິນຝາກ ໃຫ້ແກ່ລູກຄ້າເງິນຝາກທະນາຄານ ລາວກໍ່ສ້າງ ຈໍາກັດ. ສຳລັບການຈ່າຍຄືນເງິນຝາກ ແມ່ນອີງຕາມຈໍານວນເງິນ ຕົວຈິງ ທີ່ສາມາດເກັບກູ້ຊັບສິນຂອງທະນາຄານຮອດປະຈຸບັນ ໂດຍການນໍາໃຊ້ຖານຕົວເລກເງິນຝາກຮອດມື້ທີ່ທະນາຄານດັ່ງກ່າວ ຖືກຄວບຄຸມໃນວັນທີ 22 ພະຈິກ 2019 ໂດຍຈະຈ່າຍຕົ້ນທຶນກ່ອນ 80% ດ້ວຍການໂອນ ຊໍາລະຄືນເຂົ້າບັນຊີເງິນຝາກຂອງລູກ ຄ້າທະນາຄານ ລາວກໍ່ສ້າງ ຈໍາກັດ ທີ່ເປີດໄວ້ຢູ່ທະນາຄານທຸລະກິດຂອງລັດ (ທະນາຄານ ການຄ້າຕ່າງປະ ເທດລາວ ມະຫາຊົນ, ທະ ນາຄານ ພັດທະນາລາວ ແລະ ທະນາຄານ ສົ່ງເສີມກະສິກໍາ), ສ່ວນທີ່ເຫຼືອ ແມ່ນຈະໄດ້ເບີກຈ່າຍເພີ່ມຕື່ມພາຍຫຼັງທີ່ສານໄດ້ຕັດສິນ ແລະ ການປະຕິບັດຕາມຄໍາຕັດສິນຂອງສານ.
ທ່ານຫົວໜ້າກົມຄຸ້ມຄອງທະນາຄານທຸລະກິດ ທຫລ ຮຽກຮ້ອງມາຍັງລູກຄ້າເງິນຝາກຂອງທະນາຄານ ລາວກໍ່ ສ້າງ ຈໍາກັດ ປະຕິບັດ ຄື:1. ສໍາລັບລູກຄ້າເງິນຝາກຂອງທະນາຄານ ລາວກໍ່ສ້າງ ຈໍາກັດ ທີ່ມີບັນຊີເງິນຝາກເປີດໄວ້ຢູ່ທະນາຄານທຸ ລະກິດຂອງລັດແລ້ວ ກໍໃຫ້ໄປສະໜອງຂໍ້ມູນເງິນຝາກຂອງຕົນ ແລະ ປະກອບເອກະສານໃນການເບີກຈ່າຍເງິນຕາມການແນະນໍາ ຂອງຄະນະຮັບຜິດຊອບຢູ່ທະນາຄານ ລາວກໍ່ສ້າງ ຈໍາກັດ (ພ້ອມກັນນັ້ນ ໃຫ້ກຽມເອກະສານ ເພື່ອມາຢັ້ງຢືນຄວາມຖືກຕ້ອງຂອງ ເງິນຝາກ ຄື: ປື້ມບັນຊີເງິນຝາກ, ບັດປະຈໍາໂຕ, ໜັງສືຜ່ານແດນ ຫຼື ປຶ້ມ ສໍາມະໂນຄົວ).
2. ສໍາລັບລູກຄ້າເງິນຝາກຂອງທະນາຄານ ລາວກໍ່ສ້າງຈໍາກັດ ທີ່ຍັງບໍ່ທັນໄດ້ເປີດບັນຊີນໍາທະນາຄານທຸລະກິດຂອງລັດ ກໍ່ໃຫ້ໄປເປີດບັນຊີເງິນຝາກນໍາທະນາຄານທຸລະກິດຂອງລັດ ໂດຍແຈ້ງຈຸດປະສົງຂອງການເປີດບັນຊີ ແມ່ນເພື່ອຮອງຮັບການຊໍາລະຄືນເງິນຝາກຂອງຕົນ ທີ່ໄດ້ຝາກໄວ້ນໍາທະນາຄານ ລາວກໍ່ສ້າງ ຈໍາກັດ.3. ໃຫ້ລູກຄ້າເງິນຝາກຂອງທະນາຄານ ລາວກໍ່ສ້າງຈໍາກັດ ໄປສະໜອງຂໍ້ມູນເງິນຝາກຂອງຕົນ ທີ່ທະນາ ຄານ ລາວກໍ່ສ້າງ ຈໍາກັດ ດັ່ງທີ່ໄດ້ກໍານົດໄວ້ໃນຂໍ້ 1 ຂ້າງເທິງ ນັບແຕ່ວັນທີ 12 – 30 ກໍລະກົດ 2021.
ທ່ານ ອາລຸນ ບຸນຍົງ ຢືນຢັນວ່າ: ການເບີກຈ່າຍເງິນຄືນແມ່ນ ທຫລ ຈະໂອນເງິນ ຜ່ານທະນາຄານທຸລະກິດລັດ 3 ແຫ່ງ ເພື່ອເຂົ້າບັນຊີເງິນຝາກຂອງລູກຄ້າພ້ອມກັນທັງໝົດ ຕາມຂໍ້ມູນທີ່ລູກຄ້າມາແຈ້ງໄວ້ກັບຄະນະຮັບຜິດຊອບ ແລະຈະຈ່າຍໃຫ້ສຳເລັດພາຍຫຼັງ ທີ່ລູກຄ້າມາແຈ້ງຂໍ້ມູນຄົບຖ້ວນ ຊຶ່ງຈະໃຫ້ສຳເລັດພາຍໃນເດືອນສິງຫາ 2021 ນີ້; ຫາກລູກຄ້າທີ່ຝາກເງິນຢູ່ ທະນາຄານ ລາວກໍ່ສ້າງ ຈໍາກັດ ທີ່ຕ້ອງການຂໍ້ມູນເພີ່ມຕື່ມ ກະລຸນາໂທຕິດຕໍ່ມາຍັງຄະນະຮັບຜິດຊອບການເບີກຈ່າຍເງິນຝາກຂອງ ລູກຄ້າເງິນຝາກທະນາຄານ ລາວກໍ່ສ້າງ ຈໍາກັດໄດ້ ທີ່ເບີໂທລະສັບ 030 9336690; 030 9338065; 030 9335094 ຕາມໂມງລັດຖະການ ແລະ ຂໍໃຫ້ທຸກທ່ານຈົ່ງປະຕິບັດຕາມມາດຕະການ ປ້ອງກັນ, ຄວບຄຸມ, ສະກັດກັ້ນ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ຢ່າງເຂັ້ມງວດ.
ຂ່າວ-ພາບ: ຣັດສະໝີ ດວງສັດຈະ