ຂ່າວດີ ທຶນຮຽນຟຣີ ມີຈຳນວນ 65 ທຶນ ສະຫມັກກ່ອນມີໂອກາດກ່ອນ(ສະເພາະຄົນໃນນະຄອນຫຼວງ ແລະ ຜູ້ສະໝັກຕ່າງແຂວງທີ່ຊັກວັກຊີນຄົບ 2 ເຂັ້ມ ແລະ ສາມາດເດີນທາງມານະຄອນຫຼວງວຽງຈັນໄດ້) ສະຫມັກໄດ້ແຕ່ວັນທີ 13.07.2021 ຫາ 23.7.2021 ນີ້ເທົ່ານັ້ນ ປິດຮັບວັນທີ 23.7.2021 ເທົ່ານັ້ນ ແລະ ນຳເອກະສານແທ້ທັງ
ຫມົດມາສົ່ງໃນວັນທີ່ 26/07/2021 ແລະ ເລີ່ມເຂົ້າຮຽນ ວັນທີ 02/08/2021 ເຂົ້າເບິ່ງລິ້ງວິທີປະກອບເອກະສານສະໝັກທຶນຮຽນຟຣີ ໃຜທີ່ສົນໃຈຮຽນແທ້ໆໃຫ້ສະຫມັກທາງອອນລາຍ ໂດຍຖ່າຍຮູບໃບປະກາດປະຖົມ, ສຳມະໂນຄົວ ສົ່ງມາກ່ອນ ທີ່ເບີ ວອດແອັບ (whatsapp) 02091672068,02056926608,02098009636, 02056328671,02054877037,02055513718 ໃນວັນເວລາລັດຖະການ
ມາແຕ່ໂຕແລະຫົວໃຈ ຢາກເຮັດວຽກໃນອາຊີບນີ້ແທ້ ເຮົາຍິນດີຊ່ວຍທຸກທ່ານທີ່ຕ້ອງການໂອກາດ ສະຫນັບສະຫນູນໂດຍໂຄງການລາວ029 ສາຂາ ວິຊາປຸງແຕ່ງອາຫານ 25 ທຶນ ,ສາຂາ ການໂຮງແຮມ 20 ທຶນສາຂາ ວິຊາ ບໍລິການອາຫານ ແລະ ເຄື່ອງດື່ມ 20 ທຶນ
ເງື່ອນໄຂຜູ້ສະຫມັກຮຽນທຶນ
ສຳລັບນັກຮຽນປະຖົມ ທີ່ບໍ່ຈົບມັດທະຍົມຕົ້ນອາຍຸ 18-30 ປີ , ຄອບຄົວຂາດເຂີນທຶນສົ່ງເສີມການຮຽນ , ບໍ່ເຄີຍຮຽນວິຊາຊີບໃດໆມາກ່ອນ , ຖ້າມີພາຫະນະທຽວການຈະເປັນການດີ ສຸຂະພາບຕ້ອງແຂງແຮງສົມບູນ ແລະ ບໍ່ມີພະຍາດຕິດຕໍ່ຊໍ່າເຮື້ອ
ເອກະສານປະກອບການຮຽນ:1.ໃບປະກາດປະຖົມ !ຕ້ອງກົງກັນກັບສຳມະໂນຄົວ! ກ໋ອບປີ້ສີ 2ໃບ , 2. ໃບຢັ້ງຢືນທີ່ຢູ່ 2ໃບ , 3. ສຳເນົາສຳມະໂນຄົວກ໋ອບປີ້ສີ 3ຊຸດ
4. ໃບຢັ້ງຢືນສະຖານະເສດຖະກິດຄອບຄົວ 2 ໃບ , 5. ຮູບຖ່າຍຂະຫນາດ 3×4 6ໃບ
ຮຽນໄລຍະ3ເດືອນ ຈົບໄປໄດ້ໃບປະກາດຊັ້ນຕົ້ນ ຮຽນຫມົດມື້ແຕ່ເຊົ້າ ຫາ ຄໍ່າທ່ານຢາກຮູ້ບໍ່ ວ່າຮຽນ ປຸງແຕ່ງອາຫານ, ການໂຮງແຮມ, ບໍລິການອາຫານ ແລະ ເຄື່ອງດື່ມ
ສິ່ງທີ່ຜູ້ຮຽນຈະໄດ້ຮັບ ມີເບັ້ຍລ້ຽງ 800.000/ເດືອນ , ອຸປະກອນປະກອບການຮຽນຟຣີ , ມີປະກັນສຸຂະພາບ ໄລຍະຮຽນເຈັບເປັນບໍ່ຕ້ອງເສຍຄ່າ , ຄ່າເດີນທາງ 2 ຄັ້ງໃນໄລຍະການຮຽນ
ຫໍພັກຟຣີ ທຸກຄົນຕ້ອງນອນຫໍພັກຕະຫຼອດ3ເດືອນເພາະເຮົາມີສອນອັງກິດພາກຄໍ່າໃຫ້ ແລະ ເພື່ອຮັກສາຄວາມປອດໄພຕໍ່ການແຜ່ລະບາດພະຍາດໂຄວິດ19 ເຄື່ອງ
ບ່ອນນອນ1ຊຸດ ເຄື່ອງແບບ 2 ຊຸດ ພິເສດມີສອນພາສາອັງກິດທົ່ວໄປແລະວິຊາສະເພາະໃຫ້ພາກຄໍ່າ ສຳລັບທ່ານໃດສົນໃຈຕິດຕໍ່ເອົາໃບສະຫມັກໄດ້ທີ່ຫ້ອງການວິທະຍາໄລ ວຽງຈັນພັດທະນາອາຊີບ ບ້ານດົງປ່າແຫລບ ເມືອງ ຈັນທະບູລີ ນະຄອນຫລວງວຽງຈັນ ໂທ 021540545 & 021261566