ຂ່າວດີ ລັດຖະບານຍີ່ປຸ່ນປະກາດຈະສະໜອງວັກຊີນໃຫ້ແກ່ ລາວ 600,000 ໂດສ

    0
    493

    ລັດຖະບານຍີ່ປຸ່ນປະກາດສະໜອງວັກຊີນໃຫ້ແກ່ ສປປ.ລາວ ຈໍານວນ 600,000 ໂດສ 13 ກໍລະກົດ 2021, ພະນະທ່ານ ໂມເຕງິ ໂທຊິມິດຊຶ, ລັດຖະມົນຕີກະຊວງການຕ່າງປະເທດຍີ່ປຸ່ນໄດ້ປະກາດໃຫ້ຮູ້ວ່າ ປະເທດຍີ່ປຸ່ນເຫັນດີສະໜອງວັກຊີນອາຊຕຣ້າເຊເນກ້າທີ່ຜະລິດໃນຍີ່ປຸ່ນຈຳນວນ 600,000 ໂດສໃຫ້ແກ່ປະຊາຊົນລາວ.

    ວັກຊີນດັ່ງກ່າວຈະຖືກມອບຜ່ານໂຄງການ COVAX Facility ແລະ ຈະຖືກສົ່ງມາຍັງ ສປປ.ລາວ ໂດຍໄວທີ່ສຸດພາຍຫຼັງສຳເລັດການປະສານງານດ້ານການຂົນສົ່ງທີ່ຈຳເປັນ. ປະເທດລາວແມ່ນໜຶ່ງໃນຫຼາຍປະເທດໃນຂົງເຂດອາຊີປາຊີຟິກທີ່ໄດ້ຮັບການຊ່ວຍເຫຼືອດ້ານວັກຊີນຈາກປະເທດຍີ່ປຸ່ນ.

    ມາຮອດປະຈຸບັນ, ລັດຖະບານຍີ່ປຸ່ນໄດ້ໃຫ້ການຊ່ວຍເຫຼືອໃຫ້ແກ່ ສປປ.ລາວ ເປັນຈໍານວນຫຼວງຫຼາຍໃນການຕໍ່ສູ້ກັບພະຍາດໂຄວິດ-19 ເຊິ່ງໃນນັ້ນລວມມີອຸປະກອນການແພດ, ຊຸດປ້ອງກັນ PPEs ແລະ ວັກຊີນ. ພ້ອມດຽວກັນນັ້ນ, ປະເທດຍີ່ປຸ່ນຍັງໄດ້ເອົາໃຈໃສ່ໃນການປັບປຸງລະບົບຂົນສົ່ງເຢັນໃນປະເທດລາວນໍາອີກໂດຍການມອບຕູ້ເຢັນ ແລະ ຕູ້ແຊ່ ທີ່ຢູ່ພາຍໃຕ້ໂຄງການທີ່ມີຊື່ວ່າ “ການສົ່ງເສີມການສົ່ງວັກຊີນໃຫ້ທົ່ວເຖິງ

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.