ມາອີກແລ້ວ ທຶນຮຽນຟຣີມີເງິນໃຫ້ພ້ອມຍາມນີ້ຫາຍາກສຸດໆ

    0
    397

    ເປັນຂ່າວດີທີ່ສຸດໃນຮອບຫຼາຍເດືອນສຳລັບຜູ້ທີ່ກຳລັງຫາທາງສູ່ອະນາຄົດດ້ວຍການຮຽນວິຊາຊີບ ເພື່ອໄປປະກອບທຸລະກິດ ຫຼື ຫາວຽກເຮັດງານທຳຊ່ວຍສ້າງລາຍຮັບ ບໍ່ເປັນພາລະພໍ່ແມ່ສະໝັກເລີຍມື້ນີ້ ມີ້ພຽງ 65 ທຶນເທົ່ານັ້ນໃນ 3 ສາຂາວິຊາຮຽນ.

    ທຶນຮຽນຟຣີ ຈຳນວນ 65 ທຶນ ສະຫມັກກ່ອນມີໂອກາດກ່ອນ (ສະເພາະຄົນໃນນະຄອນຫຼວງ ແລະ ຜູ້ສະໝັກຕ່າງແຂວງທີ່ຊັກວັກຊີນຄົບ 2 ເຂັ້ມ ແລະ ສາມາດເດີນທາງມານະຄອນຫຼວງວຽງຈັນໄດ້).


    ສະຫມັກໄດ້ແຕ່ວັນທີ 13.07.2021 ຫາ 23.7.2021 ນີ້ເທົ່ານັ້ນ ແລະ ນຳເອກະສານແທ້ທັງຫມົດມາສົ່ງໃນວັນທີ 26/07/2021 ແລະ ເລີ່ມເຂົ້າຮຽນ ວັນທີ 02/08/2021
    ເຂົ້າເບິ່ງລິ້ງນີ້ເລີຍວິທີປະກອບເອກະສານສະໝັກທຶນຮຽນຟຣີ
    https://www.facebook.com/1753508948235763/posts/2991080104478635/
    ໃຜທີ່ສົນໃຈຮຽນແທ້ໆໃຫ້ສະຫມັກທາງອອນລາຍ ໂດຍຖ່າຍຮູບໃບປະກາດປະຖົມ, ສຳມະໂນຄົວ ສົ່ງມາກ່ອນ ທີ່ເບີ ວອດແອັບ (whatsapp) 02091672068,02056926608,02098009636, 02056328671,02054877037,02055513718 ໃນວັນເວລາລັດຖະການ


    ງານນີ້ບອກເລີຍມາແຕ່ໂຕແລະຫົວໃຈ ຢາກເຮັດວຽກໃນອາຊີບນີ້ແທ້ ຢ່າຖາມວ່າຢູ່ໃສຢ່າຝາກເບີໂທໄວ້ ຮີບໂທຫາເບີທາງເທິງນີ້ທີ່ຈະຊ່ວຍທ່ານໄດ້.

    ໂຄງການຮຽນຟຣີປະກອບມີ ສາຂາ ວິຊາປຸງແຕ່ງອາຫານ 25 ທຶນ, ສາຂາ ການໂຮງແຮມ 20 ທຶນ, ສາຂາ ວິຊາ ບໍລິການອາຫານ ແລະ ເຄື່ອງດື່ມ 20 ທຶນ.

    ເງື່ອນໄຂຜູ້ສະຫມັກຮຽນທຶນ ສຳລັບນັກຮຽນປະຖົມ ທີ່ບໍ່ຈົບມັດທະຍົມຕົ້ນ, ອາຍຸ 18-30 ປີ, ຄອບຄົວຂາດເຂີນທຶນສົ່ງເສີມການຮຽນ, ບໍ່ເຄີຍຮຽນວິຊາຊີບໃດໆມາກ່ອນ, ຖ້າມີພາຫະນະທຽວການຈະເປັນການດີ, ສຸຂະພາບຕ້ອງແຂງແຮງສົມບູນ ແລະ ບໍ່ມີພະຍາດຕິດຕໍ່ຊໍາເຮື້ອ.


    ເອກະສານປະກອບການຮຽນ
    1. ໃບປະກາດປະຖົມ !ຕ້ອງກົງກັນກັບສຳມະໂນຄົວ! ກ໋ອບປີ້ສີ 2ໃບ
    2. ໃບຢັ້ງຢືນທີ່ຢູ່ 2ໃບ
    3. ສຳເນົາສຳມະໂນຄົວກ໋ອບປີ້ສີ 3ຊຸດ
    4. ໃບຢັ້ງຢືນສະຖານະເສດຖະກິດຄອບຄົວ 2 ໃບ
    5. ຮູບຖ່າຍຂະຫນາດ 3×4 6ໃບ
    ຮຽນໄລຍະ3ເດືອນ ຈົບໄປໄດ້ໃບປະກາດຊັ້ນຕົ້ນ ຮຽນຫມົດມື້ແຕ່ເຊົ້າ ຫາ ຄໍ່າທ່ານຢາກຮູ້ບໍ່ ວ່າຮຽນ ປຸງແຕ່ງອາຫານ, ການໂຮງແຮມ, ບໍລິການອາຫານ ແລະ ເຄື່ອງດື່ມ ໄດ້ຮຽນຫຍັງແດ່ຕ້ອງສະໝັກເຂົ້າຮຽນເທົ່ານັ້ນ.

    ຜູ້ທີ່ສະໝັກຜ່ານໄດ້ຮຽນນອກຈາກໄດ້ຄວາມຮູ້ຕິດໂຕໄປທຳມາຫາກິນແລ້ວຍັງຈະໄດ້ເບັ້ຍລ້ຽງ 800.000/ເດືອນ, ອຸປະກອນປະກອບການຮຽນຟຣີ, ມີປະກັນສຸຂະພາບ ໄລຍະຮຽນເຈັບເປັນບໍ່ຕ້ອງເສຍຄ່າ, ຄ່າເດີນທາງ 2 ຄັ້ງໃນໄລຍະການຮຽນ.


    ຫໍພັກຟຣີ ທຸກຄົນຕ້ອງນອນຫໍພັກຕະຫຼອດ3ເດືອນເພາະເຮົາມີສອນອັງກິດພາກຄໍ່າໃຫ້ ແລະ ເພື່ອຮັກສາຄວາມປອດໄພຕໍ່ການແຜ່ລະບາດພະຍາດໂຄວິດ19, ເຄື່ອງບ່ອນນອນ1ຊຸດ, ເຄື່ອງແບບ 2 ຊຸດ, ພິເສດມີສອນພາສາອັງກິດທົ່ວໄປແລະວິຊາສະເພາະໃຫ້ພາກຄໍ່າ

    ສຳລັບທ່ານໃດສົນໃຈຕິດຕໍ່ເອົາໃບສະຫມັກໄດ້ທີ່ຫ້ອງການວິທະຍາໄລ ວຽງຈັນພັດທະນາອາຊີບ ບ້ານດົງປ່າແຫລບ ເມືອງ ຈັນທະບູລີ ນະຄອນຫລວງວຽງຈັນ ໂທ 021540545 & 021261566

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.