ແຊຕໍ່ໆ! ລູກຄ້າເງິນຝາກຂອງ ທະນາຄານລາວກໍ່ສ້າງ ຈະໄດ້ຮັບເງິນຄືນພາຍໃນເດືອນສິງຫານີ້

    0
    416

    ໃນທ້າຍປີ 2019 ຜ່ານມາ, ກຸົມຄຸ້ມຄອງທະນາຄານທຸລະກິດ (ກຄທ) ທະນາຄານແຫ່ງ ສປປ ລາວ (ທຫລ) ໄດ້ອອກແຈ້ງການໃຫ້ລູກຄ້າເງິນຝາກ ແລະເຈົ້າຫນີ້ຂອງທະນາຄານລາວກໍ່ສ້າງ ຈໍາກັດ ເຂົ້າແຈ້ງຂໍ້ມູນເງິນຝາກ ແລະຫນີ້ສິນຂອງຕົນຢູ່ທະນາຄານລາວກໍ່ສ້າງ

    ເພື່ອແກ້ໄຂບັນຫາທະນາຄານດັ່ງກ່າວທີ່ຕົກຢູ່ໃນພາວະຂາດສະພາບຄ່ອງ, ຂາດຄວາມຫມັ້ນຄົງ, ທຫລ ມີຄວາມຈໍາເປັນເຂົ້າຄວບຄຸມເພື່ອແກ້ໄຂບັນຫາດັ່ງກ່າວຕາມລະບຽບກົດຫມາຍໄດ້ກໍານົດໄວ້.

    – ສໍາລັບຂໍ້ມູນດັ່ງກ່າວສາມາດສະຫນອງໃຫ້ແກ່ຄະນະຄວບຄຸມແລ້ວນັບແຕ່ວັນທີ 25 ມັງກອນ 2020 ທີ່ສໍານັກງານທະນາຄານລາວກໍ່ສ້າງ ຈໍາກັດ ຕັ້ງຢູ່ບ້ານໂພນສີນວນ, ເມືອງສີສັດຕະນາກ, ນະຄອນຫຼວງວຽງຈັນ ກໍລະນີທີ່ບໍ່ສາມາດສະຫນອງຂໍ້ມູນດ້ວຍຕົນເອງໃຫ້ມີໃບມອບສິດໂດຍການຢັ້ງຢືນຈາກອົງການປົກຄອງບ້ານ.

    – ຕໍ່ບັນຫາດັ່ງກ່າວ; ໃນຕອນເຊົ້າຂອງວັນທີ 12 ກໍລະກົດ 2021 ນີ້, ທ່ານ ອາລຸນ ບຸນຍົງ ຫົວຫນ້າກົມຄຸ້ມຄອງທະນາຄານ ທຸລະກິດ ທຫລ ໄດ້ເປີດເຜີຍຢ່າງເປັນທາງການຕໍ່ສື່ມວນຊົນພວກເຮົາ ກ່ຽວກັບການເບີກຈ່າຍເງິນຝາກຂອງລູກຄ້າເງິນຝາກທະນາຄານ ລາວກໍ່ສ້າງ ຈໍາກັດ

    ໂດຍອີງຕາມຂໍ້ຕົກລົງວ່າດ້ວຍການແຕ່ງຕັ້ງ ຄະນະຄຸ້ມຄອງຊັບສິນ ແລະດໍາເນີນຄະດີທະນາຄານ ລາວກໍ່ສ້າງ ຈໍາກັດ ສະບັບເລກ ທີ 689/ທຫລ, ລົງວັນທີ 3 ທັນວາ 2020 ແລະອີງຕາມຂໍ້ຕົກລົງວ່າດ້ວຍການຈ່າຍຄືນເງິນຝາກໃຫ້ລູກຄ້າເງິນຝາກສະ ບັບເລກທີ 09/ຄຊ. ທລກ, ລົງວັນທີ 30 ມິຖຸນາ 2021;

    ປະຈຸບັນ, ທຫລ ກະກຽມການຈ່າຍຄືນເງິນຝາກໃຫ້ແກ່ລູກຄ້າເງິນ ຝາກທະນາຄານ ລາວກໍ່ສ້າງ ຈໍາກັດ.
    – ສໍາລັບການຈ່າຍຄືນເງິນຝາກແມ່ນອີງຕາມຈໍານວນເງິນຕົວຈິງທີ່ສາມາດເກັບກູ້ຊັບສິນຂອງທະນາຄານຮອດປະຈຸບັນ ໂດຍການນໍາໃຊ້ຖານຕົວເລກເງິນຝາກຮອດ ມື້ທີ່ທະນາຄານດັ່ງກ່າວ ຖືກຄວບຄຸມ ໃນວັນທີ 22 ພະຈິກ 2019 ໂດຍຈະຈ່າຍຕົ້ນທຶນກ່ອນ 80% ດ້ວຍການໂອນຊໍາລະຄືນເຂົ້າບັນຊີເງິນຝາກຂອງລູກຄ້າ ທະນາຄານ ລາວກໍ່ສ້າງ ຈໍາກັດ

    ທີ່ເປີດໄວ້ຢູ່ທະນາຄານທຸລະກິດຂອງລັດ (ທະນາຄານການຄ້າຕ່າງປະເທດລາວມະຫາຊົນ, ທະນາຄານພັດທະນາລາວ ແລະ ທະນາຄານສົ່ງເສີມກະສິກໍາ), ສ່ວນທີ່ເຫຼືອແມ່ນຈະໄດ້ເບີກຈ່າຍເພີ່ມຕື່ມພາຍຫຼັງທີ່ສານໄດ້ຕັດສິນ ແລະການປະຕິບັດຕາມຄໍາຕັດສິນຂອງສານ.

    – ທ່ານຫົວຫນ້າກົມຄຸ້ມຄອງທະນາຄານທຸລະກິດ ທຫລ ຮຽກຮ້ອງມາຍັງລູກຄ້າເງິນຝາກຂອງທະນາຄານລາວກໍ່ສ້າງ ຈໍາກັດ ປະຕິບັດຄື:

    1. ສໍາລັບລູກຄ້າເງິນຝາກຂອງທະນາຄານ ລາວກໍ່ສ້າງ ຈໍາກັດ ທີ່ມີບັນຊີເງິນຝາກເປີດໄວ້ຢູ່ທະນາຄານທຸລະກິດຂອງລັດແລ້ວ ກໍໃຫ້ໄປສະຫນອງຂໍ້ມູນເງິນຝາກຂອງຕົນ ແລະປະກອບເອກະສານໃນການເບີກຈ່າຍເງິນ ຕາມການແນະນໍາຂອງຄະນະຮັບຜິດຊອບຢູ່ທະນາຄານ ລາວກໍ່ສ້າງ ຈໍາກັດ (ພ້ອມກັນນັ້ນໃຫ້ກຽມເອກະສານເພື່ອມາຢັ້ງຢືນ ຄວາມຖືກຕ້ອງຂອງເງິນຝາກຄື: ປື້ມບັນຊີເງິນຝາກ, ບັດປະຈໍາໂຕ, ຫນັງສືຜ່ານແດນ ຫຼືປື້ມສໍາມະໂນຄົວ);

    2. ສໍາລັບລູກຄ້າເງິນຝາກຂອງທະນາຄານລາວກໍ່ສ້າງຈໍາກັດ ທີ່ຍັງບໍ່ທັນໄດ້ເປີດບັນຊີນໍາທະນາຄານທຸລະກິດຂອງລັດ ກໍ່ໃຫ້ໄປເປີດບັນຊີເງິນຝາກນໍາທະນາຄານທຸລະກິດຂອງລັດໂດຍແຈ້ງຈຸດປະສົງຂອງການເປີດບັນ ຊີ ແມ່ນເພື່ອຮອງຮັບການຊໍາລະຄືນເງິນຝາກຂອງຕົນທີ່ໄດ້ຝາກໄວ້ນໍາທະນາຄານ ລາວກໍ່ສ້າງ ຈໍາກັດ;

    3. ໃຫ້ລູກຄ້າເງິນຝາກ ຂອງທະນາຄານລາວກໍ່ສ້າງ ຈໍາກັດ ໄປສະຫນອງຂໍ້ມູນເງິນຝາກຂອງຕົນທີ່ທະນາ ຄານລາວກໍ່ສ້າງຈໍາກັດ ດັ່ງທີ່ໄດ້ກໍານົດໄວ້ໃນຂໍ້ 1 ຂ້າງເທິງ ນັບແຕ່ວັນທີ 12-30 ກໍລະກົດ 2021.

    ທ່ານ ອາລຸນ ບຸນຍົງ ຢືນຢັນວ່າ: ການເບີກຈ່າຍເງິນຄືນແມ່ນ ທຫລ ຈະໂອນເງິນຜ່ານທະນາຄານທຸລະກົດລັດ 3 ແຫ່ງ ເພື່ອເຂົ້າບັນຊີເງິນຝາກຂອງລູກຄ້າພ້ອມກັນທັງຫມົດຕາມຂໍ້ມູນທີ່ລູກຄ້າມາແຈ້ງໄວ້ກັບຄະນະຮັບຜິດຊອບ ແລະ ຈະຈ່າຍໃຫ້ສໍາເລັດພາຍຫຼັງທີ່ລູກຄ້າມາແຈ້ງຂໍ້ມູນຄົບຖ້ວນ ຈື່ງຈະໃຫ້ສໍາເລັດພາຍໃນ ເດືອນສົງຫາ 2011 ນີ້;

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.