ສົມສຸດາ ເທບສຸວັນ MTL07 ຜູ້ຫຼົງໄຫຼໃນວັດທະນະທໍາ ແລະ ດົນຕີລາວ

    0
    343

    ນ້ອງບໍ່ເຄີຍຂຶ້ນເວທີນາງງາມມາກ່ອນ ແຕ່ຖ້າເປັນເວທີດົນຕີ ແມ່ນເຄີຍປະກວດມາແລ້ວ ບໍ່ວ່າຈະເປັນແຄນ, ຟ້ອນ ແລະ ພິທີກອນດີເດັ່ນຜ່ານມາແລ້ວ ສາວນ້ອຍຍິ້ມຫວານ ຫຼາກຫຼາຍຄວາມສາມາດພິເສດແມ່ນການເປົ່າແຄນ ທີ່ເປັນເຄື່ອງດົນດີພື້ນເມືອງຊະນິດໜຶ່ງເປັນມໍລະດົກຂອງຊາດລາວທີ່ໄດ້ຮັບການສືບທອດ ຄວາມໃຝ່ຝັນແມ່ນຢາກຈະປະສົບຜົນສຳເລັດໃນວົງການບັນເທີງ ແລະ ເວທີ Miss Teen Laos 2021 ຖືເປັນໃບເບີກທາງທຳອິດ ນ້ອງຢາກໃຊ້ໂອກາດນີ້ກ້າວສູ່ຝັນ ແລະ ເປັນກຳລັງແຮງໃນການຊ່ວຍເຫຼືອສັງຄົມ.

    ສົມສຸດາ ເທບສຸວັນ ຫຼື ນ້ຳສົ້ມ MTL07 ປັດຈຸບັນອາຍຸ 16 ປີ ນະຄອນຫຼວງວຽງຈັນ ໂຮງຮຽນ ມສ ດອນໜູນ ແລະ ຍັງເປັນນັກດົນຕີຢູ່ສະໂມສອນດົນຕີລາວດ່ານຊ້າງ.

    ນໍ້າສົ້ມເອງເປັນຄົນໜຶ່ງທີ່ຫຼັງໄຫຼໃນວັດທະນະທຳ ແລະ ດົນຕີລາວ ເຊິ່ງຈຸດນີ້ເປັນຈຸດທີ່ນ້ອງເອົາໃຈໃສ່ ນ້ອງສາມາດຫຼິ້ນດົນຕີພື້ນເມືອງ ເຊັ່ນ: ເປົ່າແຄນ, ເປົ່າໂຫວດ, ຕີຂິມ, ຕີລະນາດ, ຕີກອງ ແລະ ສາມາດຫຼິ້ນດົນຕີພື້ນບ້ານ ເຊັ່ນ: ໂປງລາງ, ສາມາດຟ້ອນ, ຮ້ອງເພງ, ເຕັ້ນ ແລະ ຫຼິ້ນເປຍໂນ ສິ່ງເຫຼົ່ານີ້ຖ້າເປັນໄປໄດ້ນ້ອງກໍຢາກຈະໃຫ້ຊາວໂລກໄດ້ເຫັນວ່າ ຄວາມສາມາດມັກບໍ່ມີຂີດຈຳກັດ ແລະ ນ້ອງສາມາດເຮັດໄດ້.

    ຄິດວ່າຕົນເອງມີຈຸດເດັ່ນຄື ຄວາມສາມາດ ແລະ ກ້າສະແດງອອກ, ມີທັດສະນະຄະຕິຢາກຊ່ວຍສັງຄົມ ນ້ອງພະຍາຍາມຝຶກຊ້ອມເຮັດໃຫ້ຜົນງານອອກມາດີທີ່ສຸດເທົ່າທີ່ຈະເຮັດໄດ້ ເພື່ອໃຫ້ກຳມະການເຫັນວ່ານ້ອງມີສິ່ງທີ່ເປັນເອກະລັກບໍ່ຄືໃຜ ແລະ ສາມາດເປັນກະບອກສຽງທີ່ດີໃຫ້ຄົນຮຸ່ນໜຸ່ມນ້ອຍໄດ້ ແລະ ນ້ອງກໍມີຄະຕິປະຈຳໃຈຢູ່ວ່າ “ ທໍ້ໄດ້ແຕ່ຢ່າຖອຍ ເພາະການລໍຄອຍຄືເສັ້ນກັ້ນອະນາຄົດ ”.

    ຖາມ: ສໍາລັບການກຽມຕົວແນວໃດແດ່ກ່ອນເຂົ້າປະກວດ?:

    ຕອບ: ແມ່ນນ້ອງໄດ້ປັບຄວາມຄິດຂອງຕົວເອງໃຫ້ເປັນບວກ, ຝຶກຊ້ອມເດີນແບບ, ຝຶກຊ້ອມຕອບຄໍາຖາມ, ຝຶກຊ້ອມສະແດງຄວາມສາມາດ ແລະ ຝຶກຊ້ອມແຕ່ງໜ້າເຮັດຜົມດ້ວຍຕົນເອງ ເປັນພື້ນຖານ ຄວາມພ້ອມ ບາງເທື່ອມີໂອກາດເຂົ້າມາຈະໄດ້ເຕັມທີ່ກັບໂອກາດນັ້ນ.

    ຖາມ: ນ້ອງໄດ້ປະກອບສ່ວນຫຍັງແດ່ ເພື່ອຊ່ວຍເຫຼືອສັງຄົມ?

    ຕອບ: ໄດ້ເປັນຕົວແທນເຍົາວະຊົນໄປໃຫ້ຄວາມຮູ້ກ່ຽວກັບເພດສຶກສາ ແລະ ໄດ້ສອນດົນຕີໃຫ້ແກ່ຄົນທີ່ມັກຮັກໃນດົນຕີລາວ ກິດຈະກຳເວລາວ່າງທີ່ມັກເຮັດແມ່ນ ຮ້ອງເພງ – ຟັງເພງ, ເບິ່ງການປະກວດນາງງາມ ແລະ ຫຼິ້ນດົນຕີ, ການແຕ່ງຕົວກໍແບບສາຍລຽບໆ ແຕ່ມີສະຕາຍ ຫຼື ແບບເສື້ອຢືດໂສ້ງຢີນ.

    ສາມາດຕິດຕາມຜົນງານໄດ້ທາງ page: Miss teen Laos ຫຼື ເຟສ ບຸ໊ກຂອງນ້ອງ FB: Namsom thepsouvan IG: Namsom thepsouvan TikTok: Namsom7771 ຝາກເຊຍ ແລະ ເປັນກຳລັງໃຈໃຫ້ MTL07 ແດ່ເດີ ນ້ອງຈະເຕັມທີ່ທີ່ສຸດເພື່ອທຸກຄົນເຊັ່ນດຽວກັນ.

    ຮູບ: Namsom thepsouvan

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.