ໜັງສືພິມ ບາງກອກໂພສ ລາຍງານເມື່ອວັນທີ 10 ກໍລະກົດນີ້ວ່າ ພາຍຫຼັງນາຍົກລັດຖະມົນຕີ ຂອງໄທ ປາຢຸດ ຈັນໂອຊາປະກາດວ່າ ຈະເອົາເງິນເດືອນຂອງຕົນ 3 ເດືອນປະກອບສ່ວນເຂົ້າໃນການຕ້ານໂຄວິດ-19. ຫຼັງຈາກນັ້ນ ບັນດາລັດຖະມົນຕີ, ຮອງລັດຖະມົນຕີກະຊວງຕ່າງໆ 15 ທ່ານ ຕ່າງກໍຖະຍອຍກັນອອກມາປະກາດວ່າ ພວກຕົນກໍຈະ
ປະກອບສ່ວນເງິນເດືອນ 3 ເດືອນເຂົ້າໃນການຕ້ານໂຄວິດ-19 ເຊັ່ນດຽວກັນ.ໂດຍທ່ານ ປາຢຸດ ຈັນໂອຊາ ຂະນະນີ້ມີເງິນເດືອນຢູ່ທີ່ 75.590 ບາດ, ປະມານ 2.300 USD ຕໍ່ເດືອນ, ນອກຈາກນັ້ນຍັງມີເງິນອູດໜູນຕ່າງໆ 50.000 ບາດ ຕື່ມອີກໃນແຕ່ລະເດືອນ, ເປັນອັນວ່າ ເຂົ້າຈະຕ້ອງປະກອບສ່ວນເງິນທັງໝົດເຖິງ 376.770 ບາດ ຫຼື
ປະມານກວ່າ 11.500 USDໃນຈຳນວນເງິນດັ່ງກ່າວສາມາດຊື້ ນໍ້າຢາລ້າງມືໄດ້ 3.500 ລິດ ຫຼື ຊື້ຖົງມືການແພດໄດ້ 1.177 ກັບ ຫຼື ຊື້ຢາ paracetamol ໄດ້ເຖິງ 3.000 ກັບ ຫຼື ຊື້ຢາ Favipiravir ໄດ້ 2.500 ເມັດໂຄສົກຂອງສະພາຜູ້ແທນປະຊາຊົນໃຫ້ຮູ້ວ່າ ທ່ານ ຊວນຫຼີກໄພ ກ່າວວ່າ ການປະກອບສ່ວນດັ່ງກ່າວແມ່ນຂຶ້ນກັບຄວາມສະໝັກໃຈຂອງແຕ່ລະຄົນ ແຕ່ໃນຕົວຈິງແລ້ວບໍ່ສະເພາະແຕ່ເງິນເດືອນ ມີຫຼາຍທ່ານຍັງປະກອບສ່ວນຫຼາຍກວ່ານັ້ນ.