ພະແນກອຸດສະຫະກຳ ແລະ ການຄ້າ ແຂວງຜົ້ງສາລີ ຍຶດ ແລະ ທໍາລາຍ ສິນຄ້າເຊື່ອມຄຸນ

    0
    674

    ໃນວັນທີ 9 ກໍລະກົດ 2021 ຜ່ານມາ, ຢູ່ທີ່ສະໜາມຖິ້ມຂີ່ເຫຍື້ອ (ຫຼັກ 6) ເມືອງຜົ້ງສາລີ, ໄດ້ຈັດພິທີທໍາລາຍ ສິນຄ້າໝົດອາຍຸ, ສິນຄ້າເຊື່ອມຄຸນ, ສິນຄ້າປອມແປງລອກຮຽນແບບ ແລະ ສິນຄ້ານໍາເຂົ້າບໍ່ຖືກຕ້ອງ.ທ່ານ ທອງສະຫວັນ ແສງໄຊຍະລາດ ຮັກສາການຫົວໜ້າຂະແໜງການຄ້າ ໃຫ້ຮູ້ວ່າ: ເຈົ້າໜ້າທີ່ກວດກາການຄ້າຂັ້ນແຂວງ

    ໄດ້ສົມທົບກັບຂະແໜງການທີ່ກ່ຽວຂ້ອງໃນເທດສະບານເມືອງຜົ້ງສາລີ ພ້ອມກັນລົງກວດກາສິນຄ້າໝົດອາຍຸ ພາຍໃນຕະຫຼາດ ແລະ ຫ້າງຮ້ານຂາຍຍົກ-ຂາຍຍ່ອຍ ພາຍໃນເທດສະບານເມືອງຜົ້ງສາລີ, ຜ່ານການລົງກວດກາຕົວຈິງ ສາມາດກວດພົບສິນຄ້າເຊື່ອມຄຸນ, ສິນຄ້າໝົດອາຍຸ ເປັນຕົ້ນແມ່ນສິນຄ້າປະເພດແຊ່ແຂງ, ເຄື່ອງປຸງອາຫານ,

    ປະເພດນົມ ແລະ ຂະໜົມ ຈໍານວນ 41 ລາຍການ, ນໍ້າໜັກ 117 ກິໂລກຣາມ ໃນນີ້, ມີເຄື່ອງບໍລິໂພກທົ່ວໄປ 82 ກິໂລກຣາມ, ໄສ້ກອກແຊ່ແຂງ 21,5 ກິໂລກຣາມ, ເຕົາຫູ້ໄຂແຊ່ແຂງ 02 ກິໂລກຣາມ, ເຄື່ອງຕົ້ມປາ ( ແຈ່ວ, ເຕົາຫູ້ດອງ )  7 ກິໂລກຣາມ ແລະ ປູອັດແຊ່ແຂງ 05 ກິໂລກຣາມ, ຄິດເປັນມູນຄ່າ 7.207.500

    ກີບ.ທ່ານຍັງໃຫ້ຮູ້ຕື່ມວ່າ: ສິນຄ້າຈໍານວນທັງໝົດທີ່ທາງເຈົ້າໜ້າທີ່ຍຶດໄດ້ໃນຄັ້ງນີ້ ແມ່ນໄດ້ນໍາໄປທໍາລາຍຖີ້ມ, ພ້ອມທັງເຮັດບົດບັນທຶກກັບບັນດາຫົວໜ່ວຍທຸລະກິດ ແລະ

    ຫ້າງຮ້ານຈໍານວນ 8 ຮ້ານ, ການເຮັດບົດບັນທຶກຄັ້ງນີ້ກໍເພື່ອເປັນການຕັກເຕືອນໃຫ້ກັບຫົວໜ່ວຍທຸລະກິດ ຈົ່ງເປັນເຈົ້າການໃນການນຳສິນຄ້າມາຈໍາໜ່າຍສິນຄ້າ ຕ້ອງເປັນສິນຄ້າທີ່ມີຄຸນນະພາບ ແລະ ຖືກຕ້ອງຕາມມາດຕະຖານ, ໃຫ້ແນ່ໃສ່ຜູ້ບໍລິໂພກໄດ້ຊົມໃຊ້ສິນຄ້າດີມີຄຸນນະພາບ, ຖືກຫລັກສຸຂະອະນາໄມ ແລະ ມີຄວາມປວດໄພຕໍ່ສຸຂະພາບ.

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.